Skip to main content

ສສກ-ທະນາຄານໂລກ ສຳເລັດການຊຸກຍູ້ຊ່ວຍເຫຼືອ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ

17/06/2026
ກອງປະຊຸມສະຫຼຸບການຊຸກຍູ້ຊ່ວຍເຫຼືອ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະສາມ: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III: LEAP) ໄດ້ຈັດຂຶ້ນເມື່ອວັນທີ 12 ມິຖຸນາ 2026 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີ ທ່ານ ໄມເຄິ້ນ ດັບໂບ ນັກເສດຖະສາດອາວຸໂສ, ຫົວໜ້າຄະນະທີມງານ ຈາກທະນາຄານໂລກ, ທ່ານ ລຣໍລີ້ ປິນໂນເນັ້ນ ຊ່ຽວຊານອາວຸໂສດ້ານການສຶກສາ, ຮ່ວມຫົວໜ້າຄະນະທີມງານ ຈາກທະນາຄານໂລກ, ບັນທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າສະຖາບັນ-ຮອງຫົວໜ້າສະຖາບັນ, ຜູ້ອຳນວຍການສູນ-ຮອງຜູ້ອຳນວຍການສູນຈາກກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຕ່າງໆອ້ອມຂ້າງສູນກາງ, ຄະນະທີມງານທະນາຄານໂລກ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ຕະຫຼອດຮອດພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າໜ້າ ແລະ ທາງອອນລາຍ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ສະແດງຄວາມຂອບໃຈຕໍ່ຄະນະທີມງານທະນາຄານໂລກ ທີ່ໄດ້ມາຮ່ວມເຮັດວຽກໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດໂຄງການ GPE III: LEAP ຕະຫຼອດວັນທີ 8-12 ມິຖຸນາ 2026 ເພື່ອປະເມີນຄືນຜົນການຈັດຕັ້ງປະຕິບັດກິດຈະກຳໃນໄລຍະທີ່ຜ່ານມາ ໂດຍສະເພາະຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ 2026, ຜ່ານການຮັບຟັງການລາຍງານທີ່ຄະນະທີມງານທະນາຄານໂລກໄດ້ກ່າວມານັ້ນ, ເຫັນດີຕໍ່ຜົນໄດ້ຮັບ ແລະ ຄຳເຫັນທີ່ສຳຄັນຕໍ່ການປັບປຸງການຮຽນຂອງນັກຮຽນຊັ້ນປະຖົມໃນເມືອງເປົ້າໝາຍ, ການສ້າງຄວາມເຂັ້ມແຂງໃຫ້ຄູ ແລະ ວຽກງານອື່ນໆ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະທີ່ຜ່ານມາ ແລະ ແຜນການທີ່ໄດ້ຕົກລົງເຫັນດີຮວ່ມກັນໃນຕໍ່ໜ້ານັ້ນ.
ພ້ອມນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ໃນນາມກະຊວງສຶກສາທິການ ແລະ ກິລາ, ຂໍມີບາງຄໍາເຫັນ ແລະ ທິດຊີ້ນໍາບາງວຽກງານທີ່ເປັນບູລິມະສິດ ຄື: ສະເໜີໃຫ້ກົມແຜນການ ໃນນາມຄະນະຮັບຜິດຊອບໂຄງການ ຮ່ວມກັບບັນດາໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ຮີບຮ້ອນຂຶ້ນແຜນງົບປະມານສໍາລັບຈັດຕັ້ງປະຕິບັດກິດຈະກໍາ ທີ່ໄດ້ຮັບອະນຸມັດແລ້ວໃນປີ 2026 ໃຫ້ທ່ວງທັນກັບເວລາທີ່ກໍານົດໄວ້; ເລັ່ງດ່ວນສະຫຼຸບສະສາງເງິນລ່ວງໜ້າ ທີ່ໄດ້ຈັດຕັ້ງປະຕິບັດແລ້ວໃຫ້ສໍາເລັດຕາມລະບຽບການທີ່ລະບຸໄວ້ໃນຄູ່ມືແນະນໍາການຄຸ້ມຄອງການເງິນໂຄງການຢ່າງເຂັ້ມງວດ; ສະເໜີໃຫ້ບັນດາກົມ, ສະຖາບັນ, ສູນ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ມອບໂອນຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດກິດຈະກໍາທີ່ກ່ຽວຂ້ອງ ໃຫ້ຂັ້ນແຂວງ ແລະ ຂັ້ນເມືອງ ທັງນີ້ ກໍເພື່ອຮັບປະກັນຜົນສໍາເລັດ ແລະ ນໍາເອົາຜົນປະໂຫຍດຂອງໂຄງການໃຫ້ເຖິງຜູ້ໄດ້ຮັບຜົນປະໂຫຍດໂດຍໄວ; ສະເໜີໃຫ້ບັນດາກົມ, ສະຖາບັນ, ສູນ ແລະ ໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການ (IUs) ປະຕິບັດຕາມຄໍາໝັ້ນສັນຍາທີ່ຕົກລົງຮ່ວມກັນກັບທະນາຄານໂລກ ໃນການມາຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການໃນຄັ້ງນີ້ ໃຫ້ສໍາເລັດຕາມໄລຍະເວລາທີ່ກໍານົດໄວ້; ສະເໜີໃຫ້ກົມແຜນການປຶກສາຫາລືຮ່ວມກັບທະນາຄານໂລກຢ່າງໃກ້ຊິດ ເພື່ອສຶກສາຄວາມເປັນໄປໄດ້ໃນການຈັດສັນງົບປະມານຄືນໃໝ່ ເພື່ອຊ່ວຍສະໜັບສະໜູນແຜນການປັບປຸງປະຕິຮູບລະບົບການສຶກສາແຫ່ງຊາດ, ໂດຍສະເພາະແມ່ນລະບົບ 6-3-3 ຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການໃນການປັບປຸງ ແລະ ພັດທະນາການສຶກສາຂັ້ນພື້ນຖານໃຫ້ມີຄຸນນະພາບ ແລະ ເທົ່າທຽມ; ສະເໜີໃຫ້ທະນາຄານໂລກ ແລະ ຄູ່ຮ່ວມພັດທະນາຕ່າງໆ ສືບຕໍ່ໃຫ້ການສະໜັບສະໜູນວຽກງານການສຶກສາ ໃຫ້ມີການປັບປຸງ ແລະ ພັດທະນາດີຂື້ນເທື່ອລະກ້າວ.
ທ່ານຍັງເຊື່ອໝັ້ນວ່າ ບາງຄໍາຄິດຄໍາເຫັນ ທີ່ກ່າວໄປນັ້ນ ຈະເປັນສິ່ງໜຶ່ງສະເໜີໃຫ້ບັນດາທ່ານ ນໍາໄປຈັດຕັ້ງປະຕິບັດຮ່ວມກັນຕາມຄວາມຮັບຜິດຊອບ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ກ່າວມານັ້ນ ສາມາດບັນລຸໄດ້ແຜນການ ແລະ ຈຸດປະສົງເປົ້າໝາຍຂອງໂຄງການທີ່ວາງໄວ້ ແລະ ຂໍສະແດງຄອວາມຂອບໃຈມາຍັງຄະນະຮັບຜິດຊອບວຽກງານ ແລະ ຄະນະທີມງານຈາກທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ທີ່ໄດ້ສຸມທຸກສະຕິປັນຍາເຂົ້າໃນການຊຸກຍູ້ ແລະ ສົ່ງເສີມການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການໃນຄັ້ງນີ້, ຂໍໃຫ້ທຸກທ່ານສືບຕໍ່ໃຫ້ການສະໜັບສະໜູນ ເພື່ອປັບປຸງວຽກງານການສຶກສາຂອງພວກເຮົາ ໃຫ້ມີການພັດທະນາດີຍິ່ງຂື້ນເລື້ອຍໆ.
ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ