Skip to main content

ຮອງລັດຖະມົນຕີ ສສກ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ

17/06/2026
ໃນວັນທີ 15 ມິຖຸນາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນຈາກສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ, ເຊິ່ງນຳໂດຍ ທ່ານ ສຈ.ປອ ເຈິ້ງ ຊືລີ່ (Zhe ng Shili) ຮອງຜູ້ອຳນວຍການໃຫຍ່ ສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ພ້ອມມດວ້ຍຄະນະຮັບຜິດຊອບເຂົ້າຮ່ວມຢ່າງພ້ອມພຽງ.
ການເຂົ້າພົບປະຢ້ຽມຢາມໃນຄັ້ງນີ້, ກໍເພື່ອເປັນການປຶກສາຫາລືການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດລາວ ເພື່ອສ້າງຕັ້ງຫ້ອງທົດລອງຮ່ວມລາວ-ຈີນ ພັດທະນາຊັບພະຍາກອນເກືອກະລີແບບຂຽວ. ການຮ່ວມມືດັ່ງກ່າວ, ແມ່ນມີເປົ້າໝາຍຕົ້ນຕໍໃນການສ້າງຕັ້ງຫ້ອງທົດລອງຮ່ວມ ພາຍໃຕ້ຊື່: ການສ້າງຕັ້ງຫ້ອງທົດລອງຮ່ວມໜຶ່ງແລວໜຶ່ງເສັ້ນທາງ ເພື່ອການພັດທະນາຊັບພະຍາກອນເກືອກະລີແບບຂຽວ ລາວ-ຈີນ ຫຼື “The establishment of Belt and Road Joint Laboratory on China-Laos Potash Resource Green Development” ເພື່ອສະເໜີຂໍການສະໜັບສະໜູນທຶນຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປ ຈີນ. ການຮ່ວມມືລະຫວ່າງສອງສະຖາບັນ ແມ່ນໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2025 ເຊິ່ງໄດ້ມີການຄົ້ນຄວ້າຮ່ວມກັນກ່ຽວກັບຊັບພະຍາກອນໜອງເກືອ ໂດຍສຸມໃສ່ການຄົ້ນຄວ້າວິທະຍາສາດພື້ນຖານ ແລະ ເຕັກໂນໂລຊີທີ່ກ່ຽວຂ້ອງກັບໜອງເກືອ. ຂອບເຂດການຮ່ວມມືປະກອບມີ: ການສຳຫຼວດດ້ານທໍລະນີສາດ, ການສະກັດແຮ່ທາດ ເຊັ່ນ: ແຮ່ໂປຕາດ ຫຼື Potassium, ການນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາ ວັດຖຸດິບຈາກໜອງເກືອ ໃຫ້ເປັນຜະລິດຕະພັນອຸດສາຫະກຳເຄມີ ແລະ ວັດສະດຸພະລັງງານໃໝ່. ການຮ່ວມມືໃນຄັ້ງນີ້ ຈະເປັນການສ້າງຜົນປະໂຫຍດອັນໃຫຍ່ຫຼວງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ມະຫາວິທະຍາໄລແຫ່ງຊາດລາວ, ສ້າງຄວາມສອດຄ່ອງກັບສະພາບການພັດທະນາໃນປັດຈຸບັນ ແລະ ຈະເປັນສ່ວນໜຶ່ງທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ຍືນຍົງ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນນ ກິດຕິພັນກໍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືໃນເບື້ອງຕົ້ນ ທີ່ໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 2025 ເປັນຕົ້ນມາ ແລະ ໄດ້ກ່າວມີຄຳເກັນວ່າ ກະຊວງຈະສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງສອງສະຖາບັນຄົ້ນຄວ້າ. ການຮ່ວມມືໃນການສຳຫຼວດທໍລະນີສາດ, ການສະກັດແຮ່ທາດ ແລະ ການພັດທະນາວັດຖຸດິບໜອງເກືອ ໄປສູ່ຜະລິດຕະພັນອຸດສາຫະກຳເຄມີ ແລະ ວັດສະດຸພະລັງງານໃໝ່ ຈະເປັນກຸນແຈສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ ສ້າງນັກວິທະຍາສາດ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຮຸ່ນໃໝ່ຂອງລາວ ໃຫ້ມີຄວາມຮູ້ຄວາມສາມາດໃນລະດັບສາກົນ. ຄ່ຽງຄູ່ກັນນັ້ນ ຍັງເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ຍົກລະດັບຂີດຄວາມສາມາດໃນການຄົ້ນຄວ້າຂອງ ມະຫາວິທະຍາໄລແຫ່ງຊາດລາວ, ພ້ອມທັງເປັນການຊຸກຍູ້ເສດຖະກິດ-ສັງຄົມ ໂດຍການຫັນເອົາໝາກຜົນທາງວິທະຍາສາດ ໄປຮັບໃຊ້ການພັດທະນາເສດຖະກິດແບບຂຽວ ແລະ ຍືນຍົງ ຂອງ ສປປ ລາວ.
ພາບ-ຂ່າວໂດຍ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ