ສກຂ ຜົ້ງສາລີ ຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ພ້ອມວາງທິດທາງແຜນການຕໍ່ໜ້າ
ໃນລະຫວ່າງວັນທີ 11-12 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີບັນດາຫົວໜ້າໜ່ວຍງານບໍລິຫານ, ຜູ້ຮັບຜິດຊອບວຽກງານການເງິນ ບັນຊີ ແລະ ຊັບສິນຈາກ 7 ເມືອງທົ່ວແຂວງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານດັ່ງກ່າວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ຊົນເຜົ່າແຂວງ ແລະ...








