Skip to main content

ສກຂ ຜົ້ງສາລີ ຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ພ້ອມວາງທິດທາງແຜນການຕໍ່ໜ້າ

17/06/2026
ໃນລະຫວ່າງວັນທີ 11-12 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີບັນດາຫົວໜ້າໜ່ວຍງານບໍລິຫານ, ຜູ້ຮັບຜິດຊອບວຽກງານການເງິນ ບັນຊີ ແລະ ຊັບສິນຈາກ 7 ເມືອງທົ່ວແຂວງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານດັ່ງກ່າວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ຊົນເຜົ່າແຂວງ ແລະ ວິຊາການຂະແໜງທີ່ກ່ຽວຂ້ອງພາຍໃນພະແນກເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາເພັດ ຈິດປັນຍາ ໄດ້ໃຫ້ກຽດໂອ້ລົມ ແລະ ຍົກໃຫ້ເຫັນຄວາມຈໍາເປັນ ໃນການເປີດກອງປະຊຸມຄັ້ງນີ້ ພ້ອມທັງເນັ້ນໜັກບົດບາດຄວາມສໍາຄັນຂອງວຽກງານການເງິນ, ການບັນຊີ ແລະ ການຄຸ້ມຄອງຊັບສິນຂອງລັດພາຍໃນຫ້ອງການ ແລະ ຈາກວຽກງານດັ່ງກ່າວ ມີຄວາມຈໍາເປັນພາວະວິໄສຕ້ອງໃຫ້ຄວາມສໍາຄັນນັ້ນ ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນຈົ່ງເອົາໃຈໃສ່ ແລະ ໃຊ້ຄວາມພະຍາຍາມສູງ ຕໍ່ການຕິດຕາມຮັບຟັງ, ສຶກສາຄົ້ນຄວ້າເນື້ອໃນບັນດາເອກະສານໃຫ້ລະອຽດຖີ່ຖ້ວນ ແລະ ເລິກເຊິ່ງ ເພື່ອໃຫ້ຜູ້ຮັບຜິດຊອບວຽກງານດັ່ງກ່າວສາມາດນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນຂອບເຂດຮັບຜິດຊອບຂອງຕົນຢ່າງມີປະສິດທິພາບສູງ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ.
ຫຼັງຈາກນັ້ນ, ທ່ານ ຫອມ ມຸກດາ ຫົວໜ້າຂະແໜງບໍລິຫານ ແລະ ການເງິນ ໄດ້ຂຶ້ນລາຍງານບົດສະຫຼຸບປະຈໍາປີ 2025-ແຜນການປະຈໍາປີ 2026 ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາຄິດ ຄໍາເຫັນຢ່າງກົງໄປກົງມາ ຕໍ່ບົດສະຫຼຸບ ແລະ ແຜນການດັ່ງກ່າວດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສ້າງສັງ. ຈາກນັ້ນ, ຜູ້ຕາງໜ້າແຕ່ລະເມືອງໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານບໍລິຫານ ແລະ ການເງິນ ພ້ອມທັງຍົກດ້ານດີ, ດ້ານອ່ອນ, ຂໍ້າຄົງຄ້າງ ແລະ ຂໍ້ສະເໜີຂອງຕົນຂຶ້ນມາສົນທະນາ ແລກປ່ຽນຄໍາຄິດ ຄໍາເຫັນ ແລະ ຖອດຖອນບົດຮຽນ.
ກອງປະຊຸມຍັງໄດ້ແນະນໍາຄືນການນໍາໃຊ້ລະບົບໂປຼແກຼມ WMIS, ການຈັດຕັ້ງປະຕິບັດວຽກເງິນສະຖານການສຶກສາ, ການນໍາໃຊ້ລະບົບໂປຼແກຼມ RBMIS ແລະ ການຂຶ້ນແຜນງົບປະມານຊ່ວງພັກແລ້ງ, ການນໍາໃຊ້ລະບົບໂປຼແກຼມຄຸ້ມຄອງຊັບສິນ.
ຂ່າວໂດຍ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ