ແຂວງອຸດົມໄຊ ຫາລືກະກຽມຄວາມພ້ອມການສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026
15/06/2026

ໃນວັນທີ 15 ມິຖຸນາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມກະກຽມຄວາມພ້ອມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ມີ ທ່ານ ນາງ ສົມພອນ ວິໄລສົມ ຕາງໜ້າຈາກກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຄະນະຊີ້ນຳສູນສອບເສັງໄດ້ນຳສະເໜີແຜນດຳເນີນງານການສອບເສັງຢ່າງລະອຽດ ເປັນຕົ້ນແມ່ນ ການຈັດແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ແກ່ແຕ່ລະພາກສ່ວນ, ການກວດກາລະບຽບການສອບເສັງ, ການກະກຽມຄວາມພ້ອມດ້ານສະຖານທີ່ ແລະ ຫ້ອງສອບເສັງ, ຕະຫຼອດຮອດມາດຕະການຮັກສາຄວາມປອດໄພຂອງຫົວຂໍ້ສອບ ແລະ ເອກະສານທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ພ້ອມກັນນັ້ນ, ຍັງໄດ້ມີການຊີ້ແຈງ ແລະ ເອກະພາບກັນທາງດ້ານຕາຕະລາງການສອບເສັງ ເຊິ່ງຈະໄດ້ດຳເນີນຂຶ້ນໃນລະຫວ່າງວັນທີ 17-19 ມິຖຸນາ 2026 ນີ້ ເພື່ອໃຫ້ບັນດາຄະນະກຳມະການແຕ່ລະຂັ້ນໄດ້ຮັບຊາບ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບການ.
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ສີວອນ ເພັງມີໄຊ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະກຳມະການທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ປະຕິບັດໜ້າທີ່ຕາມລະບຽບການສອບເສັງຢ່າງເຂັ້ມງວດ, ຮັບປະກັນໃຫ້ການສອບເສັງຄັ້ງນີ້ດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ມີຄຸນນະພາບສູງ. ກອງປະຊຸມໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນໃນການກະກຽມຄວາມພ້ອມທຸກດ້ານ ເພື່ອຮັບປະກັນໃຫ້ການສອບເສັງດຳເນີນໄປຢ່າງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີປະສິດທິຜົນສູງ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກຝ່າຍມີການປະສານງານກັນຢ່າງໃກ້ຊິດ ເພື່ອເຮັດໃຫ້ການສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026 ດຳເນີນໄປດ້ວຍດີ ແລະ ບັນລຸຜົນສຳເລັດຢ່າງຈົບງາມຕາມແຜນການທີ່ວາງໄວ້.
ຂ່າວ-ພາບ: ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ













