ສກຂ ຫຼວງນ້ຳທາ ຈັດກອງປະຊຸມຊີ້ນຳການສອບເສັງຈົບຊັ້ນ ມ.7 ສົກຮຽນ 2025-2026
15/06/2026

ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2026 ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ ໄດ້ຈັດກອງປະຊຸມເຜີຍແຜ່ຄຳແນະນຳ ໃຫ້ແກ່ຄະນະກຳມະການຊີ້ນຳສູນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026, ໃຫ້ກຽດເປັນປະທານໂດຍ ທ່ານ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ, ມີ ທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຮອງຫົວໜ້າພະແນກ, ຄະນະກຳມະການຊີ້ນຳສູນສອບເສັງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັບຜິດຊອບລະດັບຕ່າງໆ. ຈາກນັ້ນ, ທ່ານ ແກ້ວ ເຊືອຍສົມບັດ ໄດ້ຂຶ້ນລາຍງານສະພາບການກະກຽມຄວາມພ້ອມຮອບດ້ານໃນການຈັດການສອບເສັງຈົບຊັ້ນ ມ.7 ແລະ ຜ່ານຄຳແນະນຳການລົງຊີ້ນຳການສອບເສັງ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 987/ສກຂ, ລົງວັນທີ 02 ມິຖຸນາ 2026. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການແນະນຳວິທີການໝາຍເຈ້ຍຄຳຕອບ ໂດຍ ທ່ານ ນາງ ສາຍຄຳ ແຝງຄຳເຮືອງ ແລະ ໄດ້ຮ່ວມກັນສົນທະນາ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ.
ໂອກາດນີ້, ທ່ານ ບຸນໂຮມ ຈິດດາລາ ໄດ້ຂຶ້ນຊີ້ແຈງ ແລະ ເນັ້ນໜັກໃຫ້ຄະນະກຳມະການທຸກພາກສ່ວນ ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງເຂັ້ມງວດ ໂດຍສະເພາະແມ່ນການຮັກສາຄວາມລັບຂອງຫົວບົດສອບເສັງ, ການຄຸ້ມຄອງເຈ້ຍຄຳຕອບຂອງນັກສອບເສັງໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ ແລະ ຕ້ອງປະຕິບັດໃຫ້ຖືກຕ້ອງຕາມຕາຕະລາງເວລາທີ່ກຳນົດໄວ້.
ໃນຕອນທ້າຍຂອງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການໂອ້ລົມຊີ້ນຳຈາກ ທ່ານ ວົງມະນີ ເພື່ອປະຊາ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ແລະ ການກະກຽມຄວາມພ້ອມຂອງຄະນະຮັບຜິດຊອບທຸກຂັ້ນ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະກຳມະການທຸກທ່ານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່, ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນ ໃນການຈັດຕັ້ງປະຕິບັດການສອບເສັງຄັ້ງນີ້ ໃຫ້ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ມີຄວາມໂປ່ງໃສ, ຍຸຕິທຳ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ຢ່າງແທ້ຈິງ.
ພາບ-ຂ່າວໂດຍ: ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນ້ຳທາ













