ຫຼວງພະບາງ ຫາລືກຽມຄວາມພ້ອມຮອບດ້ານບັ້ນສອບເສັງຈົບຊັ້ນ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026
ແຂວງຫຼວງພະບາງ ຫາລືກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026 ໂດຍເນັ້ນໃຫ້ມີຄວາມຖືກຕ້ອງຕາມລະບຽບຫຼັກການ ມີຄວາມສະຫງົບ, ໂປ່ງໃສ, ຍຸຕິທໍາ, ມີຜົນສໍາເລັດ ພ້ອມທັງຮັບປະກັນໃຫ້ໄດ້ທັງດ້ານຄຸນນະພາບ.
ໃນວັນທີ 14 ມິຖຸນາ 2026 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມແນະນຳທາງດ້ານວິຊາການ ປະທານລົງຊີ້ນຳສູນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ສາຍສາມັນສຶກສາແຂວງຫຼວງພະບາງ ປະຈໍາສົກຮຽນ 2025-2026 ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,...







