ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025
15/06/2026

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 11 ມິຖຸນາ 2026 ທີ່ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມກວດກາ, ຮອງປະທານກວດກາກະຊວງສຶກສາທິການ ແລະ ກິລາ, ສະຫາຍ ປອ ສອນໄຊ ຊົງວິໄລ ຄະນະພັກຮາກຖານ, ຮອງຫົວໜ້າຄະນະວິຊາ ຄວທ ຜູ້ຊີ້ນຳສາມອົງການຈັດຕັ້ງມະຫາຊົນ, ສະຫາຍ ນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະບໍລິຫານງານຊາວໜຸ່ມ ສສກ, ຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ສຳລັບການແຂ່ງຂັນດັ່ງກ່າວ, ແມ່ນໄດ້ມີ 8 ທີມເຂົ້າຮ່ວມແຂ່ງຂັນ ມີທີີມ AI, BI, CH, CS, ECS, PH, MA ແລະ ທີມ SV ເຊິ່ງດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ. ຜ່ານການແຂ່ງຂັນຜົນປະກົດວ່າ ອັນດັບທີ 1 ໄດ້ແກ່ ທີມ ECS ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ2 ໄດ້ແກ່ ທີມ SV ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ ແລະ ອັນດັບທີ 3 ໄດ້ແກ່ທີມ AI ສ່ວນອີກ 5 ທີມ ( ທີມ BI, ທີມ CH, ທີມ CS, ທີມ PH ແລະ ທີມ MA) ແມ່ນໄດ້ຮັບລາງວັນຊົມເຊີຍ ນອກຈາກນີ້, ຍັງມີການມອບລາງວັນກອງເຊຍດີເດັ່ນອີກດ້ວຍ.
ພາບ-ຂ່າວ: ບຸນທະວີ ນະວົງສາ














