ຫຼວງພະບາງ ຫາລືກຽມຄວາມພ້ອມຮອບດ້ານບັ້ນສອບເສັງຈົບຊັ້ນ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026
15/06/2026

ແຂວງຫຼວງພະບາງ ຫາລືກະກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026 ໂດຍເນັ້ນໃຫ້ມີຄວາມຖືກຕ້ອງຕາມລະບຽບຫຼັກການ ມີຄວາມສະຫງົບ, ໂປ່ງໃສ, ຍຸຕິທໍາ, ມີຜົນສໍາເລັດ ພ້ອມທັງຮັບປະກັນໃຫ້ໄດ້ທັງດ້ານຄຸນນະພາບ.
ໃນວັນທີ 14 ມິຖຸນາ 2026 ນີ້, ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດກອງປະຊຸມແນະນຳທາງດ້ານວິຊາການ ປະທານລົງຊີ້ນຳສູນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.7 ສາຍສາມັນສຶກສາແຂວງຫຼວງພະບາງ ປະຈໍາສົກຮຽນ 2025-2026 ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງພະບາງ, ມີທ່ານ ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະກຳມະການຮັບຜິດຊອບການສອບເສັງ, ຜູ້ອຳນວຍການໂຮງຮຽນ, ຜູ້ຮັບຜິດຊອບລົງຊີ້ນຳບັນດາສູນສອບເສັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ດາວອນ ສິດທິພອນ ຫົວໜ້າຂະແໜງບໍລິຫານ-ການເງິນ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ສະບັບເລກທີ 714/ຄປຂ.ຫຼບ ລົງວັນທີ 9 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນໃນບັ້ນການສອບເສັງຈົບຊັ້ຍມັດທະຍົມສຶກສາ ມ.7 ສົກຮຽນ 2025-2026, ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີ 312/ສກຂ.ຫຼບ, ລົງວັນທີ 10 ມິຖຸນາ 2026 ວ່າດ້ວຍ ການແຕ່ງຕັ້ງອະນຸກໍາມະການລົງຊີ້ນຳສູນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ແຂວງຫຼວງພະບາງ ປະຈຳສົກຮຽນ 2025-2026 ເອກະພາບທົ່ວປະເທດ, ຂະນະດຽວກັນ ທ່ານ ບຸນທະວີ ວົງປະເສີດ ຫົວໜ້າຂະແໜງສາມັນສຶກສາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ແນະນຳຄູ່ມືທາງດ້ານວິຊາການ, ຈາກນັ້ນຜູ້ເຂົ້າຮ່ວມໄດ້ຮ່ວມກັນສົນທະນາແລກປ່ຽນບົດຮຽນດ້ວຍຄວາມຮັບຜິດຊອບສູງຢ່າງມີເນື້ອໃນເລິກເຊີ່ງ ເພື່ອເຮັດໃຫ້ການກະກຽມຄວາມພ້ອມຮອບດ້ານໃນບັ້ນການສອບເສັງມີຄວາມພ້ອມຮ້ອຍສ່ວນຮ້ອຍ, ຄະນະຮັບຜິດຊອບ ໄດ້ມີການກະກຽມຄວາມພ້ອມຮອບດ້ານຢ່າງເປັນລະບົບ ເປັນຕົ້ນແມ່ນ ໄດ້ອອກນິຕິກຳຕ່າງໆ ເຊັ່ນ: ລະບຽບການສອບເສັງ ແລະ ຕາຕະລາງສອບເສັງ; ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ, ຕັດສິນຜົນການສອບເສັງ ແລະ ກອງເລຂາຊ່ວຍວຽກໃນແຕ່ລະຂັ້ນ, ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຮັກສາຄວາມສະຫງົບສຸກ ແລະ ປອດໄພຮອບດ້ານ ໃນບັ້ນສອບເສັງ; ຂໍ້ຕົກລົງ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນ ແລະ ປັດຈຸບັນແມ່ນໄດ້ເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນ ເລີ່ມແຕ່ວັນທີ 6 ມິຖຸນາ 2026 ເປັນຕົ້ນມາ; ໄດ້ສໍາເນົາຫົວບົດສອບເສັງ ພ້ອມທັງຈັດສົ່ງໃຫ້ທ່ວງທັນຕາມກໍານົດເວລາ ແລະ ຮັບປະກັນບໍ່ໃຫ້ມີການຮົ່ວໄຫຼເດັດຂາດ. ສໍາລັບມື້ຈັດຕັ້ງການສອບເສັງຈົບຊັ້ນ ມັດທະຍົມສຶກສາ ມ.7 ຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026. ໃນສົກຮຽນ 2025-2026 ນີ້ ທົ່ວແຂວງຫຼວງພະບາງມີໂຮງຮຽນຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີທັງໝົດ 48 ແຫ່ງ, ປະກອບມີສູນສອບເສັງທັງໝົດ 33 ສູນ ແລະ ມີນັກສອບເສັງທັງໝົດ 2.480 ຄົນ, ຍິງ 1.121 ຄົນ.
ນອກຈາກຄວາມພ້ອມດ້ານຕ່າງໆແລ້ວ ທາງພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນດ້ານຄວາມສະຫງົບ-ປອດໄພ ແລະ ການກຽມແພດໝໍປະຈຳສູນ ຕະຫຼອດໄລຍະການສອບເສັງ ໃນກໍລະນີເກີດເຫດສຸກເສີນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສອບເສັງຢ່າງດີທີ່ສຸດ.
ຢ່າງໃດກໍຕາມ, ເພື່ອເຮັດໃຫ້ການສອບເສັງ ດໍາເນີນໄປດ້ວຍດີ, ມີຄວາມຍຸຕິທຳ, ມີຄວາມປອດໄພ, ມີຄວາມໂປ່ງໃສ, ມີຜົນສໍາເລັດ ທັງຮັບປະກັນໃຫ້ໄດ້ມາດຕະຖານ ແລະ ສາມາດຄັດເລືອກໄດ້ບຸກຄົນທີ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ຮຽກຮ້ອງຢ່າງຈິງໃຈມາຍັງການນໍາພັກ-ລັດ, ໂດຍສະເພາະບັນດາທ່ານທີ່ຖືກແຕ່ງຕັ້ງລົງຊີ້ນຳໃນແຕ່ລະສູນຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ, ປະຕິບັດລະບຽບຢ່າງເຂັ້ມງວດ, ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນໃນບັ້ນສອບເສັງ ພ້ອມດຽວກັນນີ້ພາຍຫຼັງທີ່ໄດ້ລົງເຖິງເມືອງແລ້ວກໍ່ຕ້ອງໄດ້ປະສານສົມທົບກັບຄະນະການປົກຄອງເມືອງ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຜູ້ອໍານວຍການ, ຄູ-ອາຈານ, ພ້ອມທັງແຈ້ງໃຫ້ພໍ່ແມ່ຜູ້ປົກຄອງຈົ່ງໄດ້ພ້ອມກັນສົ່ງລູກຫຼານນັກຮຽນ ໃຫ້ມາເຂົ້າຮ່ວມການສອບເສັງໃຫ້ທັນຕາມວັນເວລາທີ່ໄດ້ກຳນົດໄວ້, ພ້ອມກັນນັ້ນກໍ່ຕ້ອງໄດ້ເປັນເຈົ້້າການຮ່ວມກັນໃນການຕິດຕາມ, ຊຸກຍູ້ໃຫ້ກໍາລັງໃຈ ແກ່ລູກຫຼານຂອງຕົນ ໃຫ້ສາມາດສອບເສັງໄດ້ຄະແນນສູງ ແລະ ກຽມຄວາມພ້ອມໃນການ ສອບເສັງເຂົ້າຮຽນຕໍ່ໃນສາຍວິຊາຊີບຂັ້ນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ














