ເມືອງໄຊບົວທອງ ເປີດບັ້ນການສອບເສັງຈົບຊັ້ນ ມ.4 ປະຈໍາສົກຮຽນ 2025-2026
15/06/2026

ພິທີເປີດບັ້ນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ປະຈໍາສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ຢູ່ເມືອງໄຊບົວທອງ ແຂວງຄໍາມ່ວນ ໂດຍໃນສົກຮຽນນີ້ ໄດ້ແບ່ງອອກເປັນ 2 ສູນສອບເສັງຄື: ສູນສອບເສັງ ມສ ສີວິໄລ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທົງ ແກ້ວສີຍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ. ສ່ວນສູນສອບເສັງ ມສ ນາພ້າວ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມໄຊ ລັດຕະນະເຮືອງສີ ກໍາມະການພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ປະທານຄະນະກໍາມະການປົກຄອງຕາແສງ, ອໍານາດການປົກຄອງບ້ານ, ຄູ-ອາຈານ, ຄະນະກໍາມະການຍາມຫ້ອງເສັງ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ກ່ອນການສອບເສັງຈົບຊັ້ນ ມ.4 ປະຈໍາສົກຮຽນ 2025-2026 ເຊິ່ງສູນສອບເສັງ ມສ ສີວິໄລ ປະກອບມີ 7 ໂຮງຮຽນຂຶ້ນກັບຄື: ມສ ສີວິໄລ, ມສ ຜາໂຄ້ງ, ມສ ແກ້ງຈອນ, ມສ ນານ້ອຍ, ມ.ຕົ້ນ ໜອງບົວທອງ, ມ.ຕົ້ນ ໂພນສະຫວັນ ແລະ ມ.ຕົ້ນ ນາຫຼວງ; ມີຫ້ອງສອບເສັງທັງໝົດ 8 ຫ້ອງ, ມີນັກສອບເສັງທັງໝົດ 157 ນ້ອງ, ຍິງ 71 ນ້ອງ. ສູນສອບເສັງ ມສ ນາພ້າວ ປະກອບມີ 6 ໂຮງຮຽນຂຶ້ນກັບຄື: ມສ ນາພ້າວ, ມສ ປາກ້ວຍໜອງບອນ, ມ.ຕົ້ນໂພນນາດີ, ມ.ຕົ້ນ ນາໂມ້, ມ.ຕົ້ນ ນາກະທິງ ແລະ ມ.ຕົ້ນ ທ່າແຮ່; ມີຫ້ອງສອບເສັງທັງໝົດ 6 ຫ້ອງ, ມີນັກສອບເສັງທັງໝົດ 107 ນ້ອງ, ຍິງ 57 ນ້ອງ.
ສໍາລັບການສອບເສັງໃນຄັ້ງນີ້ ມີທັງໝົດ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາວິທະຍາສາດທໍາມະຊາດ, ວິຊາພາສາອັງກິດ ແລະ ວິຊາຄະນິດສາດ. ໄລຍະເວລາຂອງການສອບເສັງແມ່ນກໍານົດ 3 ວັນ ເລີ່ມແຕ່ວັນທີ 10-12 ມິຖຸນາ 2026 ນີ້.
ໂອກາດດັ່ງກ່າວ, ພິທີຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກທ່ານປະທານ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານບັ້ນການສອບເສັງຄັ້ງນີ້ ໃຫ້ດໍາເນີນໄປຢ່າງມີລະບຽບວິໄນ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ກໍໄດ້ຮ່ວມກັນຕັດ ແລະ ເປີດຊອງຫົວຂໍ້ສອບເສັງ ຢ່າງເປັນທາງການ ຕໍ່ໜ້າຜູ້ເຂົ້າຮ່ວມທັງໝົດທີ່ຮ່ວມເປັນສັກຂີພະຍານ.














