ແຂວງຈຳປາສັກ ເປີດສອບເສັງຈົບຊັ້ນ ມ.4 ສຶກສາສົງ ສົກຮຽນ 2025-2026
ໃນວັນທີ 9 ມິຖຸນາ 2026 ນີ້, ໂຮງຮຽນມັດທະຍົມສາມັນສຶກສາສົງຕອນຕົ້ນ ທົ່ວແຂວງຈຳປາສັກ ໄດ້ຈັດພິທີເປີດສາກການສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ຢູ່ທີ່ສູນວິທະຍາໄລຄູສົງຈຳປາສັກ ຊຶ່ງເປັນການດຳເນີນການສອບເສັງກ່ອນໂຮງຮຽນສາຍສາມັນທົ່ວໄປ ເພື່ອໃຫ້ສອດຄ່ອງກັບໂຄງສ້າງຫຼັກສູດສະເພາະ ແລະ ການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ນັກຮຽນໃນການກ້າວສູ່ຂັ້ນຮຽນທີ່ສູງຂຶ້ນ ພາຍໃຕ້ການເປັນປະທານຂອງ ພະອາຈານ ມະຫາສຸວັນ ຈັນທະລາດ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງຈຳປາສັກ, ພະອາຈານ ສີເມືອງ ວົງທະທອງດຳ ຫົວໜ້າຫ້ອງການສຶກສາສົງແຂວງຈຳປາສັກ ແລະ ທ່ານ ອາຈານ ຄົມມະນາ ສະຖາພອນ ຕາງໜ້າຫ້ອງການກຳມະທິການສຶກສາສົງສູນກາງ,...








