Skip to main content

ບໍ່ແກ້ວ ມີຄວາມພ້ອມຮ້ອຍສ່ວນຮ້ອຍ ກຽມສອບເສັງຈົບຊັ້ນ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026

09/06/2026
ແຂວງບໍ່ແກ້ວ ກຽມຄວາມພ້ອມຮອບດ້ານໄດ້ຮ້ອນສ່ວນຮ້ອຍ ໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ໂດຍເນັ້ນໃຫ້ມີຄວາມຍຸຕິທຳ, ມີຄວາມປອດໄພ, ມີຄວາມໂປ່ງໃສ, ມີຜົນສໍາເລັດ ແລະ ຮັບປະກັນໃຫ້ໄດ້ມາດຕະຖານ.
ໃນວັນທີ 8 ມິຖຸນາ 2026 ນີ້, ທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ ໄດ້ໃຫ້ກຽດຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນນາມພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ທັງເປັນຄະນະຊີ້ນຳການສອບເສັງ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງສື່ມວນຊົນແຂວງບໍ່ແກ້ວ ແລະ ສື່ມວນຊົນຂະແໜງການສຶກສາ-ກິລາ ທີ່ໄດ້ເປັນສື່ໃນການສົ່ງຕໍ່ຂໍ້ມູນຂ່າວສານນີ້.
ເພື່ອເຮັດໃຫ້ການສອບເສັງມີຄວາມພ້ອມຮ້ອຍສ່ວນຮ້ອຍ, ຄະນະຮັບຜິດຊອບ ໄດ້ມີການກະກຽມຄວາມພ້ອມຮອບດ້ານຢ່າງເປັນລະບົບ ເປັນຕົ້ນແມ່ນ ໄດ້ອອກນິຕິກຳຕ່າງໆ ເຊັ່ນ: ລະບຽບການສອບເສັງ ແລະ ຕາຕະລາງສອບເສັງ; ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ, ຕັດສິນຜົນການສອບເສັງ ແລະ ກອງເລຂາຊ່ວຍວຽກໃນແຕ່ລະຂັ້ນ, ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຮັກສາຄວາມສະຫງົບສຸກ ແລະ ປອດໄພຮອບດ້ານ ໃນບັ້ນສອບເສັງ; ຂໍ້ຕົກລົງ ຂອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ວ່າດ້ວຍການເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນ ແລະ ປັດຈຸບັນແມ່ນໄດ້ເຂົ້າສູນອັດສໍາເນົາຫົວບົດສອບເສັງຈົບຊັ້ນ ເລີ່ມແຕ່ວັນທີ 1 ມິຖຸນາ 2026 ເປັນຕົ້ນມາ; ໄດ້ກວດກາຄວາມພ້ອມດ້ານໂຕະ-ຕັ່ງ, ລະບົບແສງສະຫວ່າງ ແລະ ຄວາມສະຫງົບປອດໄພຂອງທຸກໆສູນສອບເສັງ; ໄດ້ສໍາເນົາຫົວບົດສອບເສັງ ພ້ອມທັງຈັດສົ່ງໃຫ້ທ່ວງທັນຕາມກໍານົດເວລາ ແລະ ຮັບປະກັນບໍ່ໃຫ້ມີການຮົ່ວໄຫຼເດັດຂາດ.
ສໍາລັບມື້ຈັດຕັ້ງການສອບເສັງຈົບຊັ້ນ ມ.4 ແມ່ນຈະຈັດຂຶ້ນໃນວັນທີ 10-12 ມິຖຸນາ 2026 ແລະ ການສອບເສັງຈົບຊັ້ນ ມ.7 ຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026. ໂດຍໃນສົກຮຽນ 2025-2026 ນີ້ ທົ່ວແຂວງບໍ່ແກ້ວ ມີໂຮງຮຽນຊັ້ນມັດທະຍົມສຶກສາທີ່ມີຂັ້ນ ມ.4 ທັງໝົດ 47 ແຫ່ງ, ຈັດເປັນ 43 ສູນສອບເສັງ ແບ່ງອອກເປັນ 131 ຫ້ອງສອບເສັງ ແລະ ມີນັກສອບເສັງທັງໝົດ 2,205 ຄົນ, ຍິງ 1,066 ຄົນ; ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ມີທັງໝົດ 19 ແຫ່ງ, ຈັດເປັນ 16 ສູນສອບເສັງ ແບ່ງອອກເປັນ 52 ຫ້ອງສອບເສັງ ແລະ ມີນັກສອບເສັງທັງໝົດ 1,048 ຄົນ, ຍິງ 496 ຄົນ.
ນອກຈາກຄວາມພ້ອມດ້ານຕ່າງໆແລ້ວ ທາງພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນດ້ານຄວາມສະຫງົບ-ປອດໄພ ແລະ ການກຽມແພດໝໍປະຈຳສູນ ຕະຫຼອດການສອບເສັງ ໃນກໍລະນີເກີດເຫດສຸກເສີນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສອບເສັງຢ່າງດີທີ່ສຸດ.
ຢ່າງໃດກໍຕາມ, ເພື່ອເຮັດໃຫ້ການສອບເສັງ ດໍາເນີນໄປດ້ວຍດີ, ມີຄວາມຍຸຕິທຳ, ມີຄວາມປອດໄພ, ມີຄວາມໂປ່ງໃສ, ມີຜົນສໍາເລັດ ທັງຮັບປະກັນໃຫ້ໄດ້ມາດຕະຖານ ແລະ ສາມາດຄັດເລືອກໄດ້ບຸກຄົນທີ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮຽກຮ້ອງຢ່າງຈິງໃຈມາຍັງການນໍາພັກ-ລັດ, ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຜູ້ອໍານວຍການ, ຄູ-ອາຈານ, ລູກຫຼານນັກຮຽນ ຕະຫຼອດຮອດຜູ້ປົກຄອງ ຈົ່ງພ້ອມກັນເປັນເຈົ້າການ ເອົາໃຈໃສ່ຕິດຕາມ, ຊຸກຍູ້ໃຫ້ກໍາລັງໃຈ ແລະ ພ້ອມກັນປຸກລະດົມນໍາເອົາລູກຫຼານທີ່ຈະສອບເສັງຈົບຊັ້ນ ມ.4 ແລະ ມ.7 ມາເຂົ້າຮ່ວມການສອບເສັງໃຫ້ຄົບ, ຮັບ-ສົ່ງລູກຫຼານຂອງຕົນ ມາສອບເສັງໃຫ້ທ່ວງທັນເວລາ, ຫຼີກເວັ້ນການເກີດອຸປະຕິເຫດ ແລະ ສ້າງສະພາບແວດລ້ອມທາງດ້ານຈິດໃຈທີ່ດີໃຫ້ແກ່ລູກຫຼານ. ພ້ອມດຽວກັນນີ້, ທ່ານຍັງໄດ້ ຝາກຂໍ້ຄວາມປຸກລະດົມເຖິງ ລູກຫຼານນັກຮຽນ ມ.4 ແລະ ມ.7 ວ່າ: “ການສອບເສັງຄັ້ງນີ້ ບໍ່ແມ່ນພຽງແຕ່ການວັດຜົນການຮຽນເທົ່ານັ້ນ, ແຕ່ມັນແມ່ນໃບຢັ້ງຢືນແຫ່ງຄວາມພາກພູມໃຈໃນສາຍສາມັນສຶກສາ ເພື່ອເປັນບັນໄດກ້າວໄປສູ່ການຮຽນວິຊາຊີບ ແລະ ວິຊາສະເພາະ. ສະນັ້ນ, ຈົ່ງສຸມສະມາທິເຂົ້າໃນການຄົ້ນຄວ້າບົດຮຽນ, ເພື່ອກຽມຄວາມພ້ອມຮອບດ້ານ ເຂົ້າຮ່ວມການສອບເສັງ ພ້ອມກັນເສັງໃຫ້ໄດ້ຄະແນນສູງ ແລະ ຍາດແຍ່ງໃຫ້ໄດ້ໃບປະກາດແດງ. ພ້ອມດຽວກັນນີ້ ກໍໃຫ້ຮັກສາສຸຂະພາບ, ບໍ່ເຊື່ອຖືຂ່າວລືກ່ຽວກັບຫົວບົດຮົ່ວໄຫຼ, ພ້ອມກັນປະຕິບັດກົດລະບຽບຫ້ອງເສັງຢ່າງເຄັ່ງຄັດ ແລະ ເຊື່ອໝັ້ນໃນຄວາມຮູ້ຂອງຕົນເອງ. ພາຍຫຼັງສໍາເລັດການສອບເສັງ ກໍຂໍໃຫ້ຕິດຕາມຜົນສອບເສັງ ແລະ ກຽມຄວາມພ້ອມເຂົ້າຮຽນຕໍ່ໃນສາຍວິຊາສະເພາະ ແລະ ສາຍວິຊາຊີບຂັ້ນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອພ້ອມກັນນໍາເອົາຄວາມຮູ້ ຄວາມສາມາດ ມາພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ ໃຫ້ມີຄວາມສີວິໄລ, ກ້າວໜ້າ, ທັນສະໄໝ ແລະ ໝັ້ນຄົງຖາວອນ”.
ນອກຈາກນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ນັກທຸລະກິດ ແລະ ຜູ້ປະກອບການຮ້ານບັນເທິງ, ຮ້ານເກມ, ຮ້ານກິນດື່ມ ທີ່ຢູ່ໃກ້ສະຖານການສຶກສາ ໃຫ້ຫຼຸດຜ່ອນການໃຊ້ສຽງດັງ, ຈໍາກັດເວລາການເປີດເພງ-ດົນຕີ ທີ່ອາດກໍ່ໃຫ້ເກີດສຽງເນື່ອງນັນລົບກວນສະມາທິໃນການເຮັດບົດສອບເສັງ, ການຄົ້ນຄວ້າບົດຮຽນ ແລະ ການພັກຜ່ອນຂອງນັກຮຽນ ແລະ ເຂັ້ມງວດໃນການບໍ່ຮັບບໍລິການນັກຮຽນໃນຊ່ວງເວລາສອບເສັງ. ພິເສດ ແມ່ນຂໍຄວາມຮ່ວມມືນໍາຜູ້ໃຫ້ບໍລິການຮ້ານກິນດື່ມ ຮ້ານບັນເທິງ ໃຫ້ປິດບໍລິການ ໃນມື້ສອບເສັງວິຊາສຸດທ້າຍນັ້ນ ເພື່ອຫຼີກລ້ຽງບໍ່ໃຫ້ນັກຮຽນເຂົ້າຮ້ານເຫຼົ້າຮ້ານເບຍ ເຊິ່ງອາດເປັນເຫດໃຫ້ເກີດອຸບັດຕິເຫດຕາມມາ.
ຂຽນໂດຍ: ບຸນຄົງ ວັນນະສິດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ