Skip to main content

ຊະນະຄາມ ເປີດບັ້ນສອບເສັງຈົບ ມ.4 ແລະ ມ.7 ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ

11/06/2026
ໃນວັນທີ 9 ມິຖຸນາ 2026 ທີ່ໂຮງຮຽນ ມສ ຊະນະຄາມ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວແຂວງ ແລະ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານຂອງທ່ານ ແສງຈັນ ໄຊຜາສຸກ ກໍາມະການພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ບຸນພັນ ສີປະມວນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມດ້ວຍຄະນະຫ້ອງຫານສຶກສາທິການ ແລະ ກິລາເມືອງ, ພະນັກງານລົງກໍ່ສ້າງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄະນະອໍານວຍການໂຮງຮຽນ ມຕົ້ນ, ໂຮງຮຽນ ມສ ຕະຫຼອດຮອດຄະນະຄວບຄຸ່ມຫ້ອງສອບເສັງ ແລະ ນ້ອງນັກຮຽນຊັ້ນ ມ.4 ແລະ ມ.7 ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ບຸນພັນ ສີປະມວນ ໄດ້ກ່າວລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ທົ່ວເມືອງຊະນະຄາມ ມີໂຮງຮຽນຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຕອນປາຍ (ມ7) ມີທັງໝົດ 7 ແຫ່ງ. ໃນນັ້ນຊັ້ນ ມ4 ມີນັກຮຽນ ຈໍານວນ 393 ຄົນ, ຍິງ 214 ຄົນ, 2 ສູນສອບເສັງ, ມີ 19 ຫ້ອງສອບເສັງ. ສໍາລັບນັກຮຽນຊັ້ນ ມ.7 ມີນັກຮຽນຈໍານວນ 200 ຄົນ, ຍິງ 124 ຄົນ, ມີ 1 ສູນສອບເສັງ ແລະ 11 ຫ້ອງສອບເສັງ. ພ້ອມດຽວກັນນີ້, ໃນພິທີຍັງໄດ້ຮັບຟັງກົດລະບຽບຂອງນັກສອບເສັງ ແລະ ກົດລະບຽບຂອງພະນັກງານຍາມຫ້ອງສອບເສັງ, ພ້ອມທັງຮັບຟັງການກ່າວຄຳປະຕິຍານຕົນຂອງຄະນະກຳມະການຍາມຫ້ອງສອບເສັງ ແລະ ນ້ອງນັກຮຽນອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ແສງຈັນ ໄຊຜາສຸກ ໄດ້ກ່າວມີຄໍາເຫັນໂອ້ລົມຕໍ່ພິທີເປີດບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ໃນຄັ້ງນີ້ ເຊິ່ງເປັນບາດກ້າວວັດແທກຜົນການຮຽນ-ການສອນ ຕະຫຼອດໄລຍະ 4 ປີທີຜ່ານມາ. ສະນັ້ນ, ເພື່ອຮັບປະກັນໃຫ້ການສອບເສັງດໍາເນີນໄປດ້ວຍຄວາມໂປ່ງໃສ ແລະ ຍຸຕິທໍາ. ນອກຈາກນັ້ນ, ທ່ານໄດ້ມີຄໍາເຫັນບາງຈຸດ ໂດຍສະເພາະ ຕໍ່ຄະນະກຳມະການທຸກທ່ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບປະຕິບັດຕາມລະບຽບການສອບເສັງ, ເປີດຫົວບົດ, ເກັບຫົວບົດໃຫ້ຖືກຕ້ອງຕາມໂມງເວລາ ແລະ ບໍ່ສ້າງຄວາມກົດດັນໃຫ້ນັກຮຽນເກີນໄປ, ໃຫ້ຄວາມເປັນທໍາ ແລະ ເບິ່ງແຍ່ງ ຫ້ອງສອບເສັງດ້ວຍຄວາມສະຫງົບຮຽບຮ້ອຍ ເພື່ອໃຫ້ນັກຮຽນມີສະມາທິໃນການເຮັດບົດສອບເສັງຢ່າງເຕັມສ່ວນ. ສໍາລັບຕໍ່ກັບນັກສອບເສັງ ທັງ ມ.4 ແລະ ມ.7 ຢາກໃຫ້ມີສະຕິ ແລະ ເຊື່ອໝັ້ນໃນຕົນເອງ ເມື່ອໄດ້ຮັບຫົວບົດແລ້ວໃຫ້ອ່ານຄໍາຖາມລະອຽດ, ບໍ່ຟ້າວຝັ່ງ, ຂໍ້ໃດໄດ້ກໍ່ເຮັດຂໍນັ້ນກ່ອນ, ຫ້າມບໍ່ໃຫ້ເອົາເອກະສານ ຫຼື ອຸປະກອນທີ່ຜິດລະບຽບເຂົ້າຫ້ອງສອບເສັງ ຕ້ອງເຮັດດ້ວຍຄວາມຊື່ສັດ, ປະຕິບັດຕາມລະບຽບຂອງການສອບເສັງທີ່ວາງອອກຢ່າງເຂັ້ມງວດ ແລະ ໃນໄລຍະການສອບເສັງນີ້ຕ້ອງພັກຜ່ອນໃຫ້ພຽງພໍ ແລະ ຮັກສາສຸຂະພາບກາຍໃຈໃຫ້ແຂງແຮງ ພ້ອມທີ່ຈະສູ້ຊົນຈົນຈົບທຸກວິຊາ.
ພາບ-ຂ່າວໂດຍ: ນາງ ຕຸ່ນຄໍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ