Skip to main content

ຄະນະຮັບຜິດຊອບວຽກງານສຶກສາກ່ອນໄວຮຽນ ແຂວງຫຼວງພະບາງ ໄດ້ຮັບການຍົກລະດັບດ້ານການນໍາໃຊ້ແຜນຈັດປະສົບການການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ

09/06/2026
ຄະນະຮັບຜິດຊອບວຽກງານສຶກສາກ່ອນໄວຮຽນ ແຂວງຫຼວງພະບາງ, ຂັ້ນເມືອງ, ຄູສອນ ແລະ ຜູ້ຊ່ວຍຄູສອນ ໄດ້ຮັບການຍົກລະດັບດ້ານການນໍາໃຊ້ແຜນຈັດປະສົບການການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ, ກອງປະຊຸມດັ່ງກ່າວໄດ້ເປີດຂື້ນໃນວັນທີ 8 ມິຖຸນາ 2026 ນີ້, ທີ່ວິທະຍາໄລຄູຫຼວງພະບາງ ໂດຍຈັດຕັ້ງປະຕິບັດໂດຍກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ຫຼື (ສສກ) ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກພະແນກອະນຸບານສຶກສາກົມການສຶກສາກ່ອນໄວຮຽນ, ສະຖາບັນຄົ້ນຄວ້າວິທະນາສາດການສຶກສາ, ຫົວໜ້າ-ຮອງຫົວໜ້າຂະແໜງກ່ອນໄວຮຽນ ແລະ ພະນັກງານວິຊາການ ຈາກກົມການສຶກສາກ່ອນໄວຮຽນ, ຫົວໜ້າ-ຮອງຫົວໜ້າໜ່ວຍງານຫ້ອງການສຶກສາທິການ ແລະ ກິລາ ເມືອງ ພ້ອມດ້ວຍຄູສອນຈາກໂຮງຮຽນພາຍໃນເມືອງ ເປົ້າໝາຍຂອງໂຄງການເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການລາຍສະພາບລວມຂອງໂຄງການ ໂດຍສະເພາະຄວາມຮູ້ຄວາມເຂົ້າໃຈກ່ຽວກັບແຜນການຈັດກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ, ການນໍາໃຊ້ປຶ້ມ ແລະ ອຸປະກອນ, ການຈັດສະພາບແວດລ້ອມສຳລັບການຮຽນຮູ້ຂອງເດັກ, ການຈັດການຮຽນ-ການສອນ 6 ກິດຈະກໍາ, ບົດບາດຍິງຊາຍ ແລະ ການສຶກສາ, ການຈັດຕັ້ງປະຕິບັດການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ, ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນບົດຮຽນ ແລະ ຄົ້ນຄວ້າເປັນກຸ່ມ ຕາມບົດຮຽນ ແລະ ລົງສອນສາທິດຕົວຈິງພາຍໃນກຸ່ມຂອງຕົນ.
ສຳລັບຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ກໍເພື່ອເປັນການແນະນໍາຄູ່ມືຈັດຕັ້ງປະຕິບັດການກຽມຄວາມພ້ອມໄລຍະພັກແລ້ງ 10 ອາທິດ ໃຫ້ຂັ້ນແຂວງ, ຂັ້ນເມືອງ ແລະ ຄູ ຜູ້ຊ່ວຍສອນ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຮູບແບບຂະບວນການ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດກິດຈະກຳການຮຽນ-ການສອນໃນໄລຍະພັກແລ້ງ 10 ອາທິດ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 6 ວັນ (08-13 ມິຖຸນາ 2026) ຈຶ່ງຈະສຳເລັດ
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼ.ບ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ