Skip to main content

ໜ່ວຍພັກຮາກຖານກົມສາມັນສຶກສາ ຮັບສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສົມບູນ

11/06/2026
ໃນຕອນບ່າຍວັນທີ 9 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ, ໜ່ວຍພັກຮາກຖານກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ນາງ ນວມຄຳ ຈັນທະບູລີ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານກົມສາມັນສຶກສາ ພ້ອມດ້ວຍ ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກກົມອ້ອມຂ້າງທີ່ກ່ຽວຂ້ອງ, ສະມາຊິກພັກ ແລະ ມະຫາຊົນກ້າວໜ້າພາຍໃນກົມຢ່າງພ້ອມພຽງ.
ໃນພິທີ, ສະຫາຍ ໜຸໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 132/ຄພ.ສສກ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ມະຕິຕົກລົງ ສະບັບເລກທີ 125/ຄພ.ສສກ, ລົງວັນທີ 29 ພຶດສະພາ 2026 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ. ໃນນັ້ນ, ມີມະຫາຊົນກ້າວໜ້າທີ່ໄດ້ຮັບກຽດເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 3 ສະຫາຍ ຍິງ 2 ສະຫາຍ ແລະ ສະມາຊິກພັກສຳຮອງ ທີ່ໄດ້ຮັບການເລື່ອນຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ ຍິງ 2 ສະຫາຍ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ສະມາຊິກພັກໃໝ່ ກໍຄືສະມາຊິກພັກທັງໝົດພາຍໃນໜ່ວຍພັກ ຈົ່ງຍົກສູງຄວາມຮັບຜິດຊອບທາງການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ຕັ້ງໜ້າຫັນປ່ຽນແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອຮັກສາບົດບາດນຳພາຮອບດ້ານຂອງພັກ ແລະ ຮ່ວມກັນສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕະຫຼອດໄປ.
ຈາກນັ້ນ, ສະຫາຍ ນາງ ມະນີພົນ ຫຼວງພົນ ຕາງໜ້າສະມາຊິກພັກໃໝ່ ທັງສຳຮອງ ແລະ ສົມບູນ ກໍໄດ້ຂຶ້ນຮັບຄຳໂອວາດ ແລະ ກ່າວຄຳປະຕິຍານຕົນ ໂດຍໃຫ້ຄຳໝັ້ນສັນຍາວ່າ: ຈະຈົງຮັກພັກດີຕໍ່ອຸດົມການຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ປະຕິບັດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ, ພ້ອມທັງຈະສຸມທຸກສະຕິປັນຍາ ແລະ ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດສູງສຸດ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ