Skip to main content

ຄະນະຜູ້ແທນມະຫາວິທະຍາໄລກິວລອງ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຮອງລັດຖະມົນຕີ ສສກ

09/06/2026
ໃນວັນທີ 8 ມິຖຸນາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ) ຄະນະຜູ້ແທນຈາກມະຫາວິທະຍາໄລກິວລອງ (Mekong University) ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຮສ.ປອ ເລືອງ ມິງ ກີ ຜູ້ອໍານວຍການມະຫາວິທະຍາໄລກິວລອງ ແລະ ທ່ານ ປອ ຫງວຽນ ແທັງ ຢຸງ ຮອງຜູ້ອໍານວຍການມະຫາວິທະຍາໄລກິວລອງ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂ່ຳນັບ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ອຳນວນຍການສະຖາບັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຂົ້າຢ້ຽມຄຳນັບໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບແນວທາງການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລກິວລອງ, ສະເໜີກ່ຽວກັບຫຼັກສູດການສຶກສາລະດັບມະຫາວິທະຍາໄລ ແລະ ແນວທາງການເພີ່ມທະວີການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນແມ່ນ ຂະແໜງການແພດ, ເຕັກໂນໂລຊີ, ເສດຖະກິດ ແລະ ພາສາສາດ ເພື່ອແນໃສ່ການຂະຫຍາຍໂອກາດທາງດ້ານການສຶກສາ ແລະ ຍົກລະດັບຄຸນນະພາບການສຶກສາຂອງທັງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນ ແລະ ຍືນຍົງຂຶ້ນ.
ສຳລັບມະຫາວິທະຍາໄລກິວລອງ ເປັນມະຫາວິທະຍາໄລເອກະຊົນ ຕັ້ງຢູ່ເຂດພາກໃຕ້ຂອງ ສສ ຫວຽດນາມ ຊຶ່ງເປັນສະຖາບັນການສຶກສາທີ່ມີບົດບາດສໍາຄັນ ແລະ ມີຜົນງານດີເດັ່ນໃນການຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການສະໜັບສະໜູນ, ຊ່ວຍເຫຼືອທຶນການສຶກສາໃຫ້ແກ່ນັກຮຽນ-ນັກສຶກສາລາວ ໃນຫຼາຍສາຂາວິຊາ ແລະ ຫຼາຍລະດັບ ດ້ວຍທຶນຂໍ້ຕົກລົງຂອງມະຫາວິທະຍາໄລເອງ. ນອກຈາກນີ້, ຍັງໄດ້ຮ່ວມມືກັນໃນການສ້າງຕັ້ງສູນພາສາຫວຽດ ຮ່ວມກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເພື່ອເປັນບ່ອນອົບຮົມ ແລະ ກຽມຄວາມພ້ອມດ້ານພາສາໃຫ້ແກ່ນັກສຶກສາລາວ ທີ່ຈະໄປສຶກສາຕໍ່ຢູ່ ສສ ຫວຽດນາມ.
ພາບ-ຂ່າວ: ການຈະນາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ