ສສກ ຮ່ວມກັບ ທະນາຄານໂລກ ຮ່ວມເຮັດວຽກຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະສາມ
09/06/2026

ກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກ ຈັດກອງປະຊຸມຮ່ວມເຮັດວຽກ ເພື່ອຕິດຕາມຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດວຽກງານໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ ຫຼື “ໂຄງການການຮຽນຮູ້ ແລະ ຄວາມເທົ່າທຽມ” (GPEIII- LEAP ) ເມື່ອວັນທີ 8 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ, ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີ ທ່ານ ໄມເຄິນ ແດຣບໂບ ນັກເສດຖະສາດອາວຸໂສ, ທ່ານ ລໍຣິ ປິນໂນເນັນ ຜູ້ຊ່ຽວຊານດ້ານການສຶກສາອາວຸໂສ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຄະນະຊ່ຽວຊານ, ຄູ່ຮ່ວມພັດທະນາຕ່າງໆ ພ້ອມດ້ວຍຜູ້ຕາງໜ້າຈາກກົມ, ສະຖາບັນ ເຂົ້າຮ່ວມທັງໃນຮູບແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍຢ່າງພ້ອມພຽງ.
ກອງປະຊຸມຮ່ວມເຮັດວຽກໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ເຊິ່ງເປັນໂອກາດອັນດີໃນການທົບທວນ, ປະເມີນຜົນ ແລະ ວາງແຜນການຮ່ວມກັນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຂອງໂຄງການ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ຫຼັງຈາກທີ່ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ທະນາຄານໂລກ ໄດ້ມີການພົບປະປຶກສາຫາລືເບື້ອງຕົ້ນ ໃນວັນທີ 12 ພຶດສະພາ 2026 ທີ່ຜ່ານມາ. ພ້ອມກັນນັ້ນ, ໃນລະຫວ່າງວັນທີ 13-15 ພຶດສະພາ 2026, ທີມງານທະນາຄານໂລກ ກໍໄດ້ລົງຕິດຕາມການຈັດຕັ້ງປະຕິບັດກິດຈະກຳຕົວຈິງ ຢູ່ພາກສະໜາມ ທີ່ເມືອງພະລານໄຊ ແລະ ເມືອງພິນ ແຂວງສະຫວັນນະເຂດ ເຊິ່ງເຫັນວ່າຫຼາຍກິດຈະກຳມີຄວາມຄືບໜ້າ ແລະ ມີຜົນສຳເລັດເປັນໜ້າເພິ່ງພໍໃຈ, ແຕ່ກໍຍັງມີບາງຈຸດຄົງຄ້າງ ທີ່ຈະຕ້ອງໄດ້ຮ່ວມກັນປັບປຸງ ແລະ ແກ້ໄຂອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈເປັນຢ່າງສູງ ມາຍັງທະນາຄານໂລກ ແລະ ບັນດາຄູ່ຮ່ວມພັດທະນາທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນທັງດ້ານງົບປະມານ ແລະ ວິຊາການ ແກ່ຂະແໜງການສຶກສາ ແລະ ກິລາ ຂອງ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ ໂດຍຖືວ່າໂຄງການ GPEIII-LEAP ເປັນໂຄງການຕົວແບບທີ່ດີໃນການຈັດຕັ້ງປະຕິບັດ ວຽກງານພັດທະນາການສຶກສາ, ເຊິ່ງພວກເຮົາຈະໄດ້ຮ່ວມກັນປຶກສາຫາລື, ທົບທວນ ແລະ ປະເມີນຄືນບັນດາໜ້າວຽກຕ່າງໆ ໂດຍສຸມໃສ່ ຄ: ຈະໄດ້ປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆຂອງໂຄງການ ທີ່ໄດ້ຕົກລົງຮ່ວມກັນໃນການມາຊຸກຍູ້ຕິດຕາມ ແລະ ສະໜັບສະໜູນໂຄງການໃນເດືອນທັນວາ 2025 ທີ່ຜ່ານມາ; ຕິດຕາມຜົນສໍາເລັດ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ກິດຈະກຳທີ່ເປັນບູລິມະສິດສໍາຄັນຂອງໂຄງການທັງໝົດ; ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາຈົນເຖິງເດືອນ ມິຖຸນາ 2026 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສອດຄ່ອງກັບຜົນໄດ້ຮັບ, ພ້ອມທັງປັບປຸງ ແລະ ພັດທະນາວຽກງານຕ່າງໆຂອງໂຄງການໃນປັດຈຸບັນ ແລະ ຕໍ່ໜ້າ; ຕິດຕາມ ແລະ ຊຸກຍູ້ການເບີກຈ່າຍດ້ານການເງິນຂອງໂຄງການຕາມອົງປະກອບຍ່ອຍຕ່າງໆ ນັບແຕ່ມື້ເລີ່ມຕົ້ນຈົນເຖິງປະຈຸບັນ ລວມເຖິງການຄາດຄະເນອັດຕາການເບີກຈ່າຍນໍາໃຊ້ງົບປະມານຂອງໂຄງການແຕ່ນີ້ຈົນເຖິງເດືອນທັນວາ 2026; ທົບທວນຄືນຄວາມຄືບໜ້າຂອງວຽກງານ ຈັດຊື້-ຈັດຈ້າງ, ການຄຸ້ມຄອງບໍລິຫານການເງິນໂຄງການ, ວຽກງານການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ແລະ ວຽກງານການຕິດຕາມ ແລະ ປະເມີນຜົນຂອງໂຄງການ ແລະ ຕິດຕາມຜົນການຈັດຕັ້ງແຜນປະຈໍາປີ 2026 (AOP2026) ຂອງໂຄງການ ແລະ ວຽກງານອື່ນໆທີ່ມີຄວາມຈໍາເປັນຕື່ມອີກ.
ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ສສກ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນທຸກທ່ານ ທັງພາກສ່ວນສູນກາງ ແລະ ທ້ອງຖິ່ນ ທີ່ຮັບຜິດຊອບໂດຍກົງ ເຂົ້າຮ່ວມຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນ ແລະ ປະສານງານຮ່ວມມືກັນ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ຄາດຫວັງໄວ້, ແນໃສ່ຍົກສູງຄຸນນະພາບການສຶກສາ, ສ້າງຄວາມເທົ່າທຽມ ແລະ ຄວາມພ້ອມໃນການຮຽນຮູ້ໃຫ້ແກ່ເດັກນ້ອຍລາວ ໃນຂອບເຂດທົ່ວປະເທດ ຢ່າງມີປະສິດທິຜົນສູງສຸດ. ກອງປະຊຸມດັ່ງກ່າວ ແມ່ນຈະດຳເນີນໄປເປັນເວລາ 5 ວັນ ແຕ່ວັນທີ 8-12 ມິຖຸນາ 2026.
ພາບ-ຂ່າວ: ບົວລະພາ















