ສະຖາບັນທີ່ຮັບເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈໍາກັດ ມອບເຄື່ອງກິລາ ມູນຄ່າ 7 ລ້ານກີບ ໃຫ້ພະແນກ ສກຂ ອັດຕະປື
ເມື່ອວັນທີ 3 ມິຖຸນາ 2026 ທີ່ຜ່ານມາ ທີ່ຫ້ອງການທະນາຄານຈຸລະພາກທີ່ຮັບເງິນຝາກ ຈໍາປາສັກ ຈໍາກັດ ໜ່ວຍບໍລິການແຂວງອັດຕະປື ມອບເຄື່ອງກິລາ ຈຳນວນ 50 ຊຸດ ລວມມູນຄ່າ 7 ລ້ານກີບ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ເພື່ອນຳໃຊ້ເຂົ້າຮ່ວມການແຂ່ງຂັນກິລາພົບປະຮອບວຽນ 4 ແຂວງພາກໃຕ້ ປະຈຳປີ 2026 ທີ່ແຂວງສາລະວັນ ເປັນເຈົ້າພາບ ໂດຍໃຫ້ກຽດມອບຂອງ ທ່ານ ວຽງທອງ ຂັນນະສາ ວິຊາການ ທະນາຄານຈຸລະພາກ ທີ່ຮັບເງິນຝາກ ຈໍາປາສັກຈໍາກັດ ໜ່ວຍບໍລິການ ແຂວງອັດຕະປື ແລະ ກ່າວຮັບແມ່ນ ທ່ານ ສຸກສະໄຫວ ຄ່ຽມພະຈິດ ຮອງຫົວໜ້າພະແນກ ສກຂ ແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງ 2...








