ແອວດີບີ ມອບເງິນ 300 ລ້ານກີບ ສະໜັບສະໜູນ ສປປ ລາວ ກຽມຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ 2026
ທະນາຄານພັດທະນາລາວ ຈຳກັດ ຫຼື LDB ມອບເງິນ 300 ລ້ານກີບ ສະໜັບສະໜູນສະຫະພັນເພາະກາຍແຫ່ງຊາດລາວ ຊຶ່ງເປັນຕົວແທນໃຫ້ແກ່ສປປ ລາວ ກຽມຮັບກຽດເປັນເຈົ້າພາບ ຈັດງານແຂ່ງຂັນກິລາເພາະກາຍຊີງແຊ໋ມໂລກ ຄັ້ງທີ 17 ປະຈຳປີ 2026 ຫຼື 17″ (17th WBPF World Bodybuilding and Physique Sports Championships) ແລະ ເປັນປະຫວັດສາດໜ້າໃໝ່ ຂອງຊາດລາວເຮົາ ຈະຈັດຂຶ້ນ ລະຫວ່າງວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ.
ພິທີມອບ-ຮັບເງິນສະໜັບສະໜູນດັ່ງກ່າວ ຈັດຂຶ້ນ ໃນວັນທີ 8 ມິຖຸນານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເປັນການກ່າວມອບໂດຍທ່ານ ດວງສີ ສິງດວງແກ້ວ...








