ແຂວງວຽງຈັນ ເປີດບັ້ນສອບເສັງຈົບ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ
08/06/2026

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025-2026 ທົ່ວແຂວງວຽງຈັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2026 ທີ່ໂຮງຮຽນ ມສ ແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ຈັນທະວົງ ບົວລະພັນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງແກ້ວອຸດົມ, ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການສສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຜູ້ອໍານວຍການ-ຮອງອໍານວຍການສູນ, ຫົວໜ້າ-ຮອງຫົວໜ້າຫໍສະໝຸດ, ນາຍບ້ານ, ຜູ້ອໍານວຍການ-ຮອງອໍານວຍການໂຮງຮຽນ ຕະຫຼອດຮອດພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ປອ ຄໍາ ຂັນທະວີວອນ ໄດ້ກ່າວລາຍງານໃຫ້ຊາບວ່າ: ການຈັດຕັ້ງການສອບເສັງຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ການສອບເສັງຈົບຊັ້ນໃນທົ່ວແຂວງວຽງຈັນ ດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ຍຸຕິທໍາ, ປອດໄພ ແລະ ໄດ້ມາດຕະຖານຕາມທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດໄວ້. ໃນສົກຮຽນ 2025-2026 ທົ່ວແຂວງວຽງຈັນ ມີໂຮງຮຽນຊັ້ນມັດທະຍົມສຶກສາພາກລັດ ແລະ ເອກະຊົນ ທັງໝົດ 103 ແຫ່ງ. ໃນນີ້, ຊັ້ນມັດທະຍົມຕອນຕົ້ນ 50 ແຫ່ງ ແລະ ຊັ້ນມັດທະຍົມຕອນປາຍ 53 ແຫ່ງ, ຕົ້ນປີ ມີນັກຮຽນທັງໝົດ 9.701 ຄົນ, ຍິງ 4.916 ຄົນ. ໃນນັ້ນ, ນັກຮຽນຊັ້ນ ມ.4 ມີຈໍານວນ 5.932 ຄົນ, ຍິງ 3.023 ຄົນ, ນັກຮຽນຊັ້ນ ມ.7 ຈໍານວນ 3.769 ຄົນ, ຍິງ 1.893 ຄົນ; ປັດຈຸບັນ ນັກຮຽນລົງທະບຽນສອບເສັງທັງໝົດ 9.376 ຄົນ, ຍິງ 4.725 ຄົນ. ໃນນັ້ນ, ນັກຮຽນຊັ້ນ ມ.4 ຈໍານວນ 5.629 ຄົນ (ຍິງ 2.854 ຄົນ), ນັກຮຽນຊັ້ນ ມ.7 ຈໍານວນ 3.747 ຄົນ (ຍິງ 1.871 ຄົນ).
ສູນສອບເສັງ ແລະ ຫ້ອງສອບເສັງ ມ.4 ໄດ້ກໍານົດສູນສອບເສັງທັງໝົດ 29 ສູນ, ມີ 287 ຫ້ອງສອບເສັງ. ໃນນີ້, ມ.4 ໄດ້ກໍານົດສູນສອບເສັງ 29 ສູນ, ມີ 287 ຫ້ອງສອບເສັງ ແລະ ມ.7 ໄດ້ກໍານົດສູນສອບເສັງ 15 ສູນ, ມີ 196 ຫ້ອງສອບເສັງ. ທຸກສູນສອບເສັງໄດ້ຮັບການກວດກາສະພາບອາຄານສະຖານທີ່, ໂຕະ-ຕັ່ງ, ພັດລົມ ແລະ ໄຟຟ້າ ຊຶ່ງຮັບປະກັນວ່າຢູ່ໃນສະພາບພ້ອມໃຊ້ງານ 100%. ສໍາລັບຊັ້ນມັດທະຍົມຕອນຕົ້ນ (ມ.4) ແມ່ນເລີ່ມສອບເສັງໃນລະຫວ່າງວັນທີ 10-12 ແລະ ຊັ້ນມັດທະຍົມຕອນປາຍ (ມ.7) ແມ່ນເລີ່ມໃນລະຫວ່າງວັນທີ 17-19 ເດືອນມິຖຸນາ 2026. ມາຮອດປັດຈຸບັນ, ແຂວງວຽງຈັນ ມີຄວາມພ້ອມຮອບດ້ານ 100% ໃນການຈັດຕັ້ງການສອບເສັງຈົບ ມ.4 ແລະ ມ.7 ສົກຮຽນ 2025-2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພ້ອມດຽວກັນນີ້, ໃນພິທີຍັງໄດ້ຮັບຟັງກົດລະບຽບຂອງນັກສອບເສັງ ແລະ ກົດລະບຽບຂອງພະນັກງານຍາມຫ້ອງສອບເສັງຈາກຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມທັງຮັບຟັງການກ່າວຄຳປະຕິຍານຕົນຂອງຄະນະກຳມະການຍາມຫ້ອງສອບເສັງ ແລະ ນ້ອງນັກຮຽນອີກດ້ວຍ.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ບູນຊູ ໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກຫຼາຍບັນຫາ ໂດຍສະເພາະ ແມ່ນໃຫ້ຄະນະກໍາມະການທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດລະບຽບຂອງການສອບເສັງໃຫ້ມີຄວາມໂປ່ງໃສ, ຍຸຕິທໍາ, ປະຕິບັດຕາມພາລະບົດບາດ, ຊື່ສັດບໍລິສຸດ, ມີຈັນຍາບັນ ເພື່ອຊອກໃຫ້ໄດ້ນັກຮຽນທີ່ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດທີ່ດີ, ພ້ອມທັງຮຽກຮ້ອງໃຫ້ຄູອາຈານ ແລະ ນ້ອງນັກຮຽນເອົາໃຈໃສ່ປະຕິບັດພາລະບົດບາດ ສິດ ໜ້າທີ່ຂອງຕົນຢ່າງເຕັມສ່ວນ, ຮັບປະກັນໃຫ້ໄດ້ລະບຽບ, ຫຼັກການຂອງການສອບເສັງ ແນໃສ່ເຮັດໃຫ້ສູນສອບເສັງຂອງທົ່ວແຂວງໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ຕ້ອງໄດ້ເອົາໃຈໃສ່ຊີ້ນຳ, ປະຕິບັດລະບຽບ ແລະ ວາລະຂອງການສອບເສັງຢ່າງເຄັ່ງຄັດ, ປະຕິບັດໂມງເວລາການສອບເສັງໃຫ້ເຂັ້ມງວດ, ພ້ອມກັນເອົາໃຈໃສ່ຕິດຕາມກວດກາການສອບເສັງ ເພື່ອເຮັດໃຫ້ບັ້ນສອບເສັງຈົບ ມ.4 ແລະ ມ.7 ທົ່ວແຂວງວຽງຈັນ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດ ແລະ ມີຄຸນນະພາບສູງ.
ໂອກາດດຽວກັນນີ້, ທ່ານ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ຍັງໄດ້ມອບອຸປະກອນການຮຽນຈຳນວນໜຶ່ງໃຫ້ແກ່ ມສ ແກ້ວກູ່ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງແກ້ວອຸດົມ ເພື່ອຊຸກຍູ້ໃຫ້ແກ່ບັ້ນສອບເສັງຈົບ ມ.4 ແລະ ມ.7 ໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ອີກດ້ວຍ.
ຂ່າວໂດຍ: ສີສົມໄຊ
ພາບໂດຍ: ກິນດາລອນ














