ສົກຮຽນນີ້ ທົ່ວແຂວງຫຼວງພະບາງ ມີນັກສອບເສັງຈົບ ມ.4 ແລະ ມ.7 ຫຼາຍກວ່າ 7,800 ຄົນ
09/06/2026

ເພື່ອເຮັດໃຫ້ການສອບເສັງຈົບຊັ້ນມັດທະຍົມຕົ້ນ ມ.4 ແລະມັດທະຍົມປາຍ ມ.7 ໃນປີນີ້ ມີຜົນສຳເລັດຕາມຄາດໝາຍ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອອກແຈ້ງການໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ, ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ກະກຽມສະຖານທີ່ ເຮັດວຽກຂອງອະນຸກຳມະການ ແລະຫ້ອງສອບເສັງ, ຂຶ້ນແຜນຈັດຊື້ອຸປະກອນຮັບໃຊ້, ແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກ ແລະຂໍທິດຊີ້ນໍາຈາກຄະນະກຳມະການປົກຄອງເມືອງ-ນະຄອນ, ຈັດສູນສອບເສັງ, ຫ້ອງສອບເສັງ ຕາມຈຳນວນນັກຮຽນ ແລະສະພາບເງື່ອນໄຂຕົວຈິງຂອງທ້ອງຖິ່ນ.
ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໃຫ້ສຳພາດໃນວັນທີ 8 ມິຖຸນາ 2026 ນີ້ ວ່າ: ໃນສົກຮຽນ 2025-2026 ນີ້ ແຂວງຫຼວງພະບາງ ມີນັກຮຽນມັດທະຍົມຕອນຕົ້ນ ມ.4 ທີ່ມີເງື່ອນໄຂເຂົ້າ ສອບເສັງຈຳນວນ 5,334 ຄົນ, ຍິງ 2,568 ຄົນ, ໃນນີ້ ມີນັກສອບເສັງບີແລັງ ຫຼື ຫ້ອງພາສາຝຣັ່ງ 52 ຄົນ, ຍິງ 28 ຄົນ ແລະນັກສອບເສັງ ທີ່ເປັນພະສົງ-ສາມະເນນ 120 ອົງ, ແບ່ງເປັນ 85 ສູນສອບເສັງ ລວມມີ 269 ຫ້ອງສອບເສັງ. ນັກຮຽນມັດທະຍົມຕອນປາຍ ມ.7 ມີ 2,479 ຄົນ, ຍິງ 1,120 ຄົນ, ໃນນີ້ ມີນັກສອບເສັງຈາກຫ້ອງບີແລັງ ຫຼື ຫ້ອງພາສາຝຣັ່ງ 58 ຄົນ, ຍິງ 45 ຄົນ ແລະນັກສອບເສັງ ທີ່ເປັນພະສົງ-ສາມະເນນ 47 ອົງ, ແບ່ງເປັນ 33 ສູນສອບເສັງສູນ ລວມມີ 123 ຫ້ອງສອບເສັງ. ສະເພາະຊັ້ນມັດທະຍົມຕອນຕົ້ນ ມ.4 ຈະໄດ້ຈັດຕັ້ງສອບເສັງໃນໄລຍະວັນທີ 10- 12 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ; ຄະນິດສາດ; ວິທະຍາສາດສັງຄົມ; ວິທະຍາສາດທຳມະຊາດ ແລະພາສາອັງກິດ, ສ່ວນຊັ້ນມັດທະຍົມຕອນປາຍ ມ.7 ຈະໄດ້ເລີ່ມສອບເສັງວັນທີ 17-19 ມິຖຸນາ 2026, ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ; ຄະນິດສາດ; ກຸ່ມວິຊາວິທະຍາສາດສັງຄົມ; ກຸ່ມວິຊາວິທະຍາສາດທຳມະຊາດ ແລະພາສາອັງກິດ.
ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ພໍ່ແມ່-ຜູ້ປົກຄອງ ຈົ່ງໃຫ້ການຮ່ວມມື ອຳນວຍຄວາມສະດວກ ໃຫ້ແກ່ລູກຫຼານໄດ້ ຄົ້ນຄວ້າຮໍ່າຮຽນຢ່າງເຕັມສ່ວນ, ພ້ອມທັງຊຸກຍູ້, ສົ່ງເສີມໃຫ້ລູກຫຼານເຂົ້າຮ່ວມການ ສອບເສັງແຕ່ຕົ້ນຕະຫຼອດປາຍ; ສໍາລັບນັກຮຽນທຸກຄົນ ຈົ່ງສຸມໃສ່ຄົ້ນຄວ້າຮໍ່າຮຽນ, ທັງກະກຽມຄວາມພ້ອມທາງດ້ານຮ່າງກາຍ, ທາງດ້ານສະຕິປັນຍາ, ທາງດ້ານສິ່ງອໍານວຍຄວາມສະດວກເຂົ້າຮ່ວການສອບເສັງ ໃຫ້ສຳເລັດ ແລະໃຫ້ໄດ້ຄະແນນດີ ມີຄວາມເພິ່ງພໍໃຈ.
ພາບ:ທະນູສິນ ອິດທິພົນ
ຂ່າວ: ອາພຸດເດດ ບຸບຜາ












