Skip to main content

ເປີດຕົວໂຄງການ “ກະເປົາແຫ່ງຄວາມຮັກສາກົນ 2026” ເພື່ອຊ່ວຍເຫຼືອເດັກນ້ອຍນັກຮຽນ ໃນ ສປປ ລາວ

09/06/2026
ໃນວັນທີ 9 ມິຖຸນາ 2026 ນີ້ ທີ່ໂຮງຮຽນມັດທະຍົມສົມບູນນາຊາຍທອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດຕົວໂຄງການ “ກະເປົາແຫ່ງຄວາມຮັກສາກົນ ປະຈໍາປີ 2026” ຢ່າງເປັນທາງການ ເພື່ອສືບຕໍ່ມອບອຸປະກອນການຮຽນ-ກິລາ ແລະ ສົ່ງມອບຄວາມຮັກຂ້າມພົມແດນໃຫ້ແກ່ເດັກນ້ອຍນັກຮຽນໃນເຂດຫ່າງໄກສອກຫຼີກ ໂດຍການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ມູນນິທິຈີນ ເພື່ອພັດທະນາຊົນນະບົດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວາງ ຊ່າງ ທີ່ປຶກສາຝ່າຍການທູດ ຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ, ບັນດາຄະນະນໍາຈາກສະມາຄົມລາວ-ຈີນ, ຫ້ອງການສຶກສາທິການ ແລະ ກິລາເມືອງນາຊາຍທອງ, ຄະນະອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວມີຄຳເຫັນວ່າ: ໂຄງການ “ກະເປົາແຫ່ງຄວາມຮັກສາກົນ” ເລີ່ມຕົ້ນຂຶ້ນໃນເດືອນກຸມພາ ປີ 2019 ພາຍໃຕ້ການຮ່ວມມືລະຫວ່າງ ມູນນິທິຈີນ ເພື່ອພັດທະນາຊົນນະບົດ ແລະ ມູນນິທິອາລີບາບາ (Alibaba Foundation) ໂດຍມີເປົ້າໝາຍໄລຍະ 3 ປີ ເພື່ອສົ່ງມອບກະເປົາແຫ່ງຄວາມຮັກໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາທີ່ກໍາລັງພົບກັບຄວາມຫຍຸ້ງຍາກ ຈໍານວນ 1 ລ້ານຄົນ ເພື່ອປັບປຸງສະພາບການຮຽນ ແລະ ຊີວິດການເປັນຢູ່ຂັ້ນພື້ນຖານຂອງເດັກນ້ອຍ ຕາມແນວທາງນະໂຍບາຍ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ. ທັງນີ້, ນັບຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດໂຄງການໃນປີ 2019 ເປັນຕົ້ນມາ, ໂຄງການດັ່ງກ່າວ ໄດ້ແຈກຢາຍກະເປົາໃຫ້ແກ່ໂຮງຮຽນປະຖົມ ໃນ ສປປ ລາວ ແລ້ວຈໍານວນທັງໝົດ 143,552 ຊຸດ ໃຫ້ແກ່ໂຮງຮຽນເປົ້າໝາຍ 1,413 ແຫ່ງ ກວມເອົາ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ລວມມີ ແຂວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ຈໍາປາສັກ, ຫຼວງນໍ້າທາ, ອຸດົມໄຊ, ສະຫວັນນະເຂດ, ສາລະວັນ, ໄຊສົມບູນ ແລະ ຫົວພັນ.
ສໍາລັບແຜນການໃນປີ 2026 ນີ້, ໂຄງການມີແຜນຈະແຈກຢາຍຖົງກິລາເພີ່ມເຕີມ ຈໍານວນ 1,000 ຊຸດ ໃນ ສປປ ລາວ ມູນຄ່າລວມ 1,000,000 ຢວນ ເຊິ່ງຈະເນັ້ນໃສ່ການແຈກຢາຍໃນພື້ນທີ່ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ ແລະ ແຂວງຫົວພັນ.
ທ່ານຮອງລັດຖະມົນຕີ ກະຊວງ ສສກ ຍັງໄດ້ກ່າວເນັ້ນຕື່ມວ່າ: “ໂຄງການກະເປົາແຫ່ງຄວາມຮັກສາກົນ ບໍ່ໄດ້ເປັນພຽງແຕ່ການມອບສິ່ງຂອງ, ອຸປະກອນການຮຽນ ຫຼື ອຸປະກອນກິລາເທົ່ານັ້ນ, ແຕ່ກະເປົາແຕ່ລະໜ່ວຍແມ່ນບັນຈຸໄປດ້ວຍຄວາມຫ່ວງໃຍ ແລະ ນໍ້າໃຈອັນອົບອຸ່ນຈາກຜູ້ສະໜັບສະໜູນ. ມັນຄືເຄື່ອງມືໃນການສ້າງອະນາຄົດ, ເພີ່ມໂອກາດໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ເປັນກໍາລັງໃຈອັນຍິ່ງໃຫຍ່ໃຫ້ແກ່ເດັກນ້ອຍນັກຮຽນ ເພື່ອໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນອະນາຄົດທີ່ດີຂອງຊາດ.” ນອກຈາກນີ້, ການເປີດໂຄງການໃນຄັ້ງນີ້ ຍັງເປັນການປະກອບສ່ວນອັນສໍາຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ລາວ-ຈີນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ເປັນນິມິດໝາຍອັນດີໃນການຜັນຂະຫຍາຍການສ້າງ “ຄູ່ຮ່ວມຊະຕາກຳ ລາວ-ຈີນ” ທີ່ເຂັ້ມແຂງ ແລະ ໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ທີ່ຜູ້ນໍາສູງສຸດຂອງສອງປະເທດໄດ້ຮ່ວມກັນຖະແຫຼງການ ໃນວັນທີ 5 ມິຖຸນາ 2026 ທີ່ຜ່ານມາ.
ໃນຕອນທ້າຍຂອງພິທີ, ຕາງໜ້າຄະນະນໍາກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງສູງ ມາຍັງລັດຖະບານ ແລະ ປະຊາຊົນຈີນ, ສະຖານທູດ ສປ ຈີນ ປະຈໍາລາວ, ມູນນິທິຈີນເພື່ອພັດທະນາຊົນນະບົດ ແລະ ທຸກພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ການພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂອງ ສປປ ລາວ ດ້ວຍດີຕະຫຼອດມາ ພ້ອມທັງປະກາດເປີດໂຄງການກະເປົາແຫ່ງຄວາມຮັກສາກົນ ປະຈໍາປີ 2026 ຢ່າງເປັນທາງການ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ