ສສກ ຮັບຮອງແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຄັ້ງທີ 5
08/06/2026

ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮ່ວມມືກັບແຜນງານບີຄວາ ໄດ້ຈັດກອງປະຊຸມຮັບຮອງແຜນດໍາເນີນງານຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ກະຊວງສຶກສາທິການ ແລະ ກິລາ (ຄກມດ.ສສກ) ຄັ້ງທີ 5 (2026-2030) ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຂຶ້ນໃນວັນທີ 5 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໄມໂຄ ຄາລີ ເລຂາເອກສະຖານທູດອົດສະຕາລີ, ອະດີດການນໍາທີ່ປຶກສາວຽກງານຄວາມສະເໝີພາບຍິງ-ຊາຍ, ຮອງຫົວໜ້າຫ້ອງການ ຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ, ຮອງຜູ້ອໍານວຍການສະຖາບັນ ແລະ ຮອງຜູ້ອໍານວຍການສູນ, ຜູ້ຕາງໜ້າຈາກຄະນະກໍາມະທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ, ຜູ້ຕາງໜ້າຈາກແຜນງານບີຄວາ ແລະ ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວໃຫ້ຮູ້ວ່າ: ໄລຍະຜ່ານມາ, ດ້ວຍຄວາມເອົາໃຈໃສ່ ແລະ ການປະສານງານກັນຂອງຄະນະ ຄກມດ.ສສກ, ພວກເຮົາໄດ້ບັນລຸຜົນສໍາເລັດຫຼາຍດ້ານ ໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການຄຸ້ມຄອງ ແລະ ຍົກສູງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ແມ່ ແລະ ເດັກ. ພ້ອມດຽວກັນ, ພວກເຮົາຍັງໄດ້ຖອດຖອນບົດຮຽນ ແລະ ປະສົບການອັນມີຄຸນຄ່າ ເພື່ອນໍາມາປັບປຸງ-ພັດທະນາການດໍາເນີນວຽກງານດັ່ງກ່າວ ເປັນແຕ່ລະໄລຍະ. ເຖິງແມ່ນວ່າຈະມີຜົນສໍາເລັດດັ່ງກ່າວ, ແຕ່ກໍ່ຍັງປະກົດໃຫ້ເຫັນບາງບັນຫາ ແລະ ສິ່ງທ້າທາຍທີ່ຈໍາເປັນຕ້ອງໄດ້ຮັບການແກ້ໄຂ; ແມ່ຍິງ ແລະ ເດັກຍິງໃນບາງພື້ນທີ່ ຍັງປະສົບກັບຂໍ້ຈໍາກັດໃນການເຂົ້າເຖິງໂອກາດ ແລະ ການມີສ່ວນຮ່ວມ; ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ແລະຄວາມຮຸນແຮງຕໍ່ເດັກ; ການຄຸ້ມຄອງສຸຂະພາບແມ່ ແລະ ເດັກ; ພ້ອມທັງສິ່ງທ້າທາຍທາງສັງຄົມ ແລະ ເສດຖະກິດໃໝ່ ຍັງຕ້ອງການການເອົາໃຈໃສ່ ແລະ ການແກ້ໄຂຢ່າງຕໍ່ເນື່ອງ. ດ້ວຍເຫດນີ້, ແຜນດໍາເນີນງານ ເພື່ອຄວາມສະເໝີພາບຍິງ-ຊາຍ, ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ 5 ນີ້ ຈຶ່ງໄດ້ຮັບການພັດທະນາຂຶ້ນໂດຍອີງໃສ່ຜົນການປະເມີນ, ບົດຮຽນທີ່ຖອດຖອນໄດ້ ແລະ ການປຶກສາຫາລືຢ່າງກວ້າງຂວາງຈາກທຸກພາກສ່ວນ. ແຜນດໍາເນີນງານສະບັບນີ້ ໄດ້ກໍານົດທິດທາງ ແລະ ມາດຕະການສໍາຄັນ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຍົກສູງບົດບາດຂອງແມ່ຍິງ; ປັບປຸງຄຸນນະພາບຊີວິດ, ສຸຂະພາບ ແລະ ສະຫວັດດີການຂອງແມ່ ແລະ ເດັກ; ປ້ອງກັນ ແລະ ແກ້ໄຂບັນຫາຄວາມຮຸນແຮງ, ການຈໍາແນກ ແລະ ການຂູດຮີດຕໍ່ແມ່ຍິງ ແລະ ເດັກ; ສົ່ງເສີມການເຂົ້າເຖິງການສຶກສາ, ການຈ້າງງານ, ໂອກາດທາງເສດຖະກິດ ແລະ ການຄຸ້ມຄອງທາງສັງຄົມ; ຍົກສູງຄວາມເຂັ້ມແຂງດ້ານກົນໄກການປະສານງານ, ການຕິດຕາມ ແລະ ການປະເມີນຜົນ ແລະ ສົ່ງເສີມການມີສ່ວນຮ່ວມຂອງຄອບຄົວ, ຊຸມຊົນ, ຜູ້ຊາຍ ແລະ ເຍົາວະຊົນ ໃນການຂັບເຄື່ອນວຽກງານດັ່ງກ່າວ. ແຜນດໍາເນີນງານສະບັບນີ້ ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມທັງພັນທະສາກົນທີ່ ສປປ ລາວ ເຂົ້າຮ່ວມ ແລະ ເປັນພາຄີ, ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ແຜນດໍາເນີນງານສະບັບນີ້ ບໍ່ພຽງແຕ່ເປັນເອກະສານດ້ານນະໂຍບາຍເທົ່ານັ້ນ ແຕ່ຍັງເປັນເຄື່ອງມືແນະນໍາການຈັດຕັ້ງປະຕິບັດ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນທົ່ວຂະແໜງ ສສກ ຂອງພວກເຮົາ. ນອກຈາກນີ້, ກໍ່ຍັງຈະເປັນບ່ອນອີງໃນການເຊື່ອມສານຄວາມສະເໝີພາບຍິງ-ຊາຍເຂົ້າໃນແຜນວຽກ ແລະ ໂຄງການປະຈໍາປີຂອງແຕ່ລະພາກສວ່ນ, ເປັນບ່ອນອີງໃນການຈັດສັນຊັບພະຍາກອນ ແລະ ປະສານງານດ້ານງົບປະມານຢ່າງເໝາະສົມ, ການສ້າງສະມັດຕະພາບ ແລະ ການພັດທະນາຄວາມຮູ້ດ້ານວຽກງານຄວາມສະເໝີພາບຍິງ-ຊາຍໃຫ້ບຸກຄະລາກອນ, ການຕິດຕາມ ແລະ ລາຍງານຜົນການດຳເນີນຢ່າງສະໝໍ່າສະເໝີ. ຄວາມຄືບໜ້າຂອງການປະກອບຂໍ້ມູນ ແຜນດໍາເນີນງານ ຄກມດ ສະບັບນີ້ ເປັນຜົນງານການປະກອບສວ່ນ, ການຮ່ວມມື ແລະ ການສຸມໃສ່ສະຕິປັນຍາ ແລະ ເຫື່ອແຮງຂອງບັນດາທ່ານ.
ສຳລັບຈຸດປະສົງຫຼັກ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາທ່ານຜູ້ທີ່ເຂົ້າຮ່ວມໃນກອງປະຊຸມທົບທວນຄືນຢ່າງລະອຽດ ແລະ ໃຫ້ຂໍ້ສະເໜີແນະທີ່ເປັນຮູບທຳ ພ້ອມທັງສຸມໃສ່ທຸກສະຕິປັນຍາຊ່ວຍປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອເຮັດໃຫ້ແຜນດໍາເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ຄັ້ງທີ 5 ມີເນື້ອໃນຄົບຖ້ວນ, ຮັດກຸມ, ແລະ ສາມາດຮັບຮອງເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດເພື່ອສົ່ງເສີມວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ.
ພາບ-ຂ່າວໂດຍ: ບູນທະວີ ນະວົງສາ















