ລາວ ແລະ ຫວຽດນາມ ລົງນາມຮ່ວມມືດ້ານການສຶກສາ

ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ: ໃນວັນທີ 07 ມິຖຸນາ 2026, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືຜັນຂະຫຍາຍການສອນພາສາລາວ ທີ່ ສສ ຫວຽດນາມ, ເພີ່ມທະວີການສອນພາສາຫວຽດ ທີ່ ສປປ ລາວ ແລະ ການຮັບເອົານັກຮຽນລາວໄປຮຽນຢູ່ບັນດາໂຮງຮຽນສາມັນກິນນອນ ທີ່ ສສ ຫວຽດນາມ, ໂດຍໃຫ້ກຽດຮ່ວມລົງນາມລະຫວ່າງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ມິງ ເຊີນ ລັດຖະມົນຕີ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເລ ມິງ ຮຶງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນລະດັບສູງ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍຢ່າງພ້ອມພຽງ.
ການລົງນາມບົດບັນທຶກຄວາມເຂົ້າໃຈສະບັບນີ້ ຖືເປັນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງ ລັດຖະບານ ແລະ ກະຊວງສຶກສາຂອງທັງສອງປະເທດ ປະຈຳປີ 2026 ທີ່ໄດ້ລົງນາມຮ່ວມກັນໃນວັນທີ 3 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ເພື່ອແນໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ສຳລັບເນື້ອໃນຈິດໃຈຫຼັກຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ປະກອບມີ 3 ວຽກງານຈຸດສຸມ ຄື: ການສອນພາສາລາວ ທີ່ ສສ ຫວຽດນາມ ໂດຍທັງສອງຝ່າຍ ຈະຮ່ວມກັນສ້າງ ແລະ ຜັນຂະຫຍາຍຫຼັກສູດການສອນພາສາລາວ, ຫຼັກສູດສ້າງຄູສອນພາສາລາວ ໃນລະດັບສາມັນ ແລະ ມະຫາວິທະຍາໄລ ຢູ່ ຫວຽດນາມ; ຮ່ວມກັນຮຽບຮຽງ, ກວດແກ້ປຶ້ມແບບຮຽນ, ຫຼັກສູດ ແລະ ເອກະສານປະກອບການສອນ; ຝ່າຍລາວ ຈະຮັບຜິດຊອບສະໜອງຫຼັກສູດ, ສື່ການສອນ, ສົ່ງຄູ-ອາຈານ ແລະ ຊ່ຽວຊານໄປປະຈຳການສອນ ແລະ ຝຶກອົບຮົມຢູ່ຫວຽດນາມ ພ້ອມທັງຮັບເອົາຄູສອນ ແລະ ນັກສຶກສາຫວຽດນາມ ມາກໍ່ສ້າງ ແລະ ບຳລຸງຢູ່ ສປປ ລາວ; ຝ່າຍຫວຽດນາມ ຈະຮັບຜິດຊອບອຳນວຍຄວາມສະດວກ ແລະ ຮັບປະກັນເງື່ອນໄຂທີ່ຈຳເປັນຕ່າງໆ ໃຫ້ແກ່ຊ່ຽວຊານ ແລະ ຄູສອນລາວ ທີ່ໄປປະຈຳການຢູ່ຫວຽດນາມ.
ສ່ວນການສອນພາສາຫວຽດ ທີ່ ສປປ ລາວ ທັງສອງຝ່າຍເຫັນດີເປີດກວ້າງຫຼັກສູດການສອນພາສາຫວຽດ ໃຫ້ແກ່ນັກຮຽນລາວ ໃນລະດັບສາມັນສຶກສາ ແລະ ມະຫາວິທະຍາໄລ ຢູ່ ລາວ ພ້ອມທັງສ້າງຫຼັກສູດວິຊາສະເພາະເປັນພາສາຫວຽດ ເພື່ອສອນໃນລະດັບການສຶກສາຊັ້ນສູງ; ຊຸກຍູ້ການແລກປ່ຽນຄູ, ຊ່ຽວຊານ ແລະ ນັກຮຽນ; ຍູ້ແຮງການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພັດທະນາແຫຼ່ງດິຈິຕອນ ເພື່ອຮັບໃຊ້ການຮຽນ-ການສອນພາສາຫວຽດ; ຮ່ວມກັນສ້າງມາດຖານລະດັບພາສາຫວຽດ ແລະ ລະບົບການປະເມີນຜົນທີ່ແທດເໝາະກັບຄວາມຕ້ອງການຕົວຈິງ ຢູ່ ລາວ; ຝ່າຍຫວຽດນາມ ຈະສືບຕໍ່ຈັດສົ່ງຄູສອນ ແລະ ຊ່ຽວຊານມາປະຈຳການສອນ, ຊ່ວຍບຳລຸງ ແລະ ຍົກສູງທັກສະໃຫ້ຄູສອນພາສາຫວຽດຂອງລາວ; ຝ່າຍລາວ ຈະຮັບຜິດຊອບອຳນວຍຄວາມສະດວກດ້ານເອກະສານ, ທີ່ພັກ ແລະ ນະໂຍບາຍຕ່າງໆ ໃຫ້ແກ່ຄູສອນ ແລະ ຊ່ຽວຊານຫວຽດນາມ ທີ່ມາປະຈຳການຢູ່ລາວ.
ສຳລັບການຮັບເອົານັກຮຽນລາວ ໄປຮຽນຢູ່ໂຮງຮຽນສາມັນກິນນອນ ທີ່ ຫວຽດນາມ ທັງສອງຝ່າຍ ເຫັນດີຊຸກຍູ້ການຮ່ວມມື ແລະ ກວດກາຄວາມຕ້ອງການຕົວຈິງ ເພື່ອຄັດເລືອກ ແລະ ຮັບເອົານັກຮຽນສາມັນຂອງລາວ ໄປຮຽນຢູ່ບັນດາໂຮງຮຽນສາມັນກິນນອນ ຫຼື ໂຮງຮຽນສາມັນກິນນອນຊົນເຜົ່າ ຢູ່ບັນດາແຂວງຊາຍແດນຂອງ ຫວຽດນາມ ຕາມແຜນການທີ່ໄດ້ຕົກລົງກັນ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້ ມີກຳນົດໄລຍະເວລາ 05 ປີ ນັບແຕ່ມື້ລົງນາມເປັນຕົ້ນໄປ ແລະ ສາມາດຕໍ່ອາຍຸໄດ້ຕາມການຕົກລົງຂອງທັງສອງຝ່າຍ. ການຮ່ວມມືຄັ້ງນີ້ ຈະເປັນຂີດໝາຍອັນສຳຄັນໃນການຍົກສູງຄຸນນະພາບການສຶກສາ ແລະ ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ທັງເປັນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຍືນຍົງຕະຫຼອດໄປ.
ຢ່າງໃດກໍຕາມ, ນອກຈາກການຮ່ວມມືດ້ານການສຶກສາລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມແລ້ວ ຍັງໄດ້ມີການລົງນາມຮ່ວມມືໃນຂົງເຂດການເງິນ, ຊົນເຜົ່າ ແລະ ສາສະໜາ, ຄົມມະນາຄົມ ແລະ ຂົນສົ່ງ ຕື່ມອີກດ້ວຍ.
ຂໍ້ມູນ: ກົມຮ່ວມມືກັບຕ່າງປະເທດ ສສກ
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ












