ສກຂ ຜົ້ງສາລີ ຕີລາຄາຄືນການເຄື່ອນໄຫວວຽກງານກິລາ-ກາຍຍະກໍາ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026
09/06/2026

ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການເຄື່ອນໄຫວວຽກງານກິລາ-ກາຍະກໍາ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອູ່ຄໍາ ຕຸລາພັນ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຮອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນແຂວງ, ມີທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ບັນດາແຂກຮັບເຊີນຈາກພະແພກການອ້ອມຂ້າງແຂວງທີ່ກ່ຽວຂ້ອງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍອະດີດຮອງປະທານສະມາຄົມກິລາ-ກາຍະກໍາຂັ້ນແຂວງ, ປະທານ-ຮອງປະທານສະຫະພັນກິລາປະເພດຕ່າງໆ, ກອງເລຂາ ແລະ ພະນັກງານວິຊາການພາຍໃນພະແນກທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ອູ່ຄໍາ ຕຸລາພັນ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ເພື່ອໃຫ້ກອງປະຊຸມສາມາດຕີລາຄືນການຈັດຕັ້ງປະຕິບັດວຽກງານກິລາ-ກາຍະກໍາຢ່າງຮອບດ້ານ, ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານຜົນການຈັດຕັ້ງເຄື່ອນໄຫວວຽກງານກິລາ-ກາຍຍະກໍາ ປະຈຳປີ 2025 ແລະ ທິດທາງແຜນການ ປະຈໍປີ 2026 ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ, ບັນດາຜົນສໍາເລັດທີ່ພົ້ນເດັ່ນໃນໄລຍະໜຶ່ງປີຜ່ານມາ. ໂດຍສະເພາະແມ່ນເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ແຂວງດຽນບຽນຟູ, ນັກກິລາແຂວງຜົ້ງສາລີ ສາມາດຍາດໄດ້ທັງໝົດ 23 ຫຼຽນຄື: 2 ຫຼຽນຄຳ, 6 ຫຼຽນເງິນ, 15 ຫຼຽນທອງ, ເຂົ້າຮ່ວມແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ, ທີມນັກກິລາສາມາດຍາດຫຼຽນ ໄດ້ 11 ຫຼຽນຄື: 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 4 ຫຼຽນທອງ, ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ, ນັກກິລາສາມາດຍາດໄດ້ 10 ຫຼຽນຄື: 1 ຫຼຽນຄຳ, 5 ຫຼຽນເງິນ ແລະ 4 ຫຼຽນທອງ ແລະ ຜົນສໍາເລັດດ້ານອື່ນໆ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນການພັດທະນາບຸກຄະລາກອນ, ການເຄື່ອນໄຫວກອງທຶນກິລາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ແຜນຈຸດສຸມ ປະຈໍາປີ 2026.
ພາຍຫຼັງປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີ້ມໃນການປະກອບຄໍາຄິດ ຄໍາເຫັນ, ການຄົ້ນຄວ້າພິຈາລະນາ ແລະ ວາງມາດຕະການແກ້ໄຂ ຕໍ່ບັນຫາຂໍ້ຄົງຄ້າງ ທີ່ຍົກມາໃນບົດສະຫຼຸບ ແລະ ແຜນການປະຈໍາປີດັ່ງກ່າວ, ຜູ້ເຂົ້າກອງປະຊຸມແຕ່ລະພາກສ່ວນໄດ້ປະກອບຄໍາຄິດ ຄໍາເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການ ພ້ອມທັງໄດ້ຍົກຫຼາຍປະເດັນຂຶ້ນມາສົນທະນາແລກປ່ຽນຢ່າງກົງໄປ ກົງມາດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສ້າງສັນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ປະທານກອງປະຊຸມໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ແລະ ການເສຍສະຫຼະເຫື່ອແຮງ, ສະຕິປັນຍາປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະພາກສ່ວນ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະນໍາ, ຄະນະຮັບຜິດຊອບທຸກພາກສ່ວນ ຈົ່ງເພີ່ມທະວີການນຳພາ-ຊີ້ນຳ ໂດຍຖືເອົາວຽກງານກິລາ-ກາຍະກໍາເປັນວຽກໜຶ່ງທີ່ສໍາຄັນ ຕິດພັນກັບການກໍ່ສ້າງຊັບພະຍາກອນມະນຸດໃນຂະແໜງການສຶກສາ, ປັບປຸງລະບຽບການ, ກົນໄກການເຮັດວຽກ ລະຫວ່າງ ສະມາຄົມ, ສະຫະພັນກິລາ ແລະ ກອງເລຂາ ໃຫ້ມີຄວາມຮັດກຸມ ແລະ ໂປ່ງໃສ, ພັດທະນາກິລາມວນຊົນຢ່າງກວ້າງຂວາງ ໂດຍສົ່ງເສີມໃຫ້ທຸກເພດ, ທຸກໄວ, ທຸກຊັ້ນຄົນ ພາຍໃນແຂວງໄດ້ເຂົ້າເຖິງການຫຼິ້ນກິລາ ແລະ ອອກກຳລັງກາຍ, ພັດທະນາ ແລະ ບຳລຸງຮັກສາພື້ນຖານໂຄງລ່າງກິລາ ເພື່ອອໍານວຍຄວາມສະດວກ ຕໍ່ການປະຕິບັດວຽກງານຕົວຈິງ, ສ້າງ ແລະ ພັດທະນານັກກິລາຮຸ່ນສືບທອດຢ່າງເປັນລະບົບຕໍ່ເນື່ອງ, ເສີມສ້າງຄວາມສາມັກຄີພາຍໃນ-ພາຍນອກ ແລະ ເປີດກວ້າງການພົວພັນຮ່ວມມືຢ່າງຮອບດ້ານ ເພື່ອເຮັດໃຫ້ວຽກງານກິລາ-ກາຍະກໍາ ກໍ່ຄືເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ສໍາເລັດຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຄະນະຮັບຜິດຊອບຂ່າວສານ ສກຂ
ຂ່າວໂດຍ: ຄໍາວອນ ( ສກຂ ຜົ້ງສາລີ)














