Skip to main content

ຄະນະຜູ້ແທນສະພາປະຊາຊົນແຂວງກວາງນິງ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມໂຮງຮຽນມັດທະຍົມສົມບູນຊົນເຜົ່າແຂວງໄຊຍະບູລີ

09/06/2026
ຕອນແລງວັນທີ 5 ມິຖຸນາ 2026 ນີ້, ທ່ານ ກວັນ ມິງ ເກືອງ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງກວາງນິງ ພ້ອມດ້ວຍຄະນະ ລົງຢ້ຽມຢາມໂຮງຮຽນມັດທະຍົມສົມບູນຊົນເຜົ່າແຂວງໄຊຍະບູລີ ເຊິ່ງເປັນກຽດຕ້ອນຮັບຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ທ່ານ ພອນພະນົມ ວິຈິດ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນຊົນເຜົ່າ ໄດ້ລາຍງານວ່າ: ໂຮງຮຽນມັດທະຍົມສົມບູນຊົນເຜົ່າ ເປັນໂຮງຮຽນສາມັນກິນນອນ ມີສາຍຕັ້ງຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຕັ້ງການຮຽນ-ການສອນໄປຕາມໂຄງການຫຼັກສູດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ໂຮງຮຽນມັດທະຍົມສົມບູນຊົນເຜົ່າ ສ້າງຕັ້ງຂຶ້ນປີ 1979 ເມື່ອກ່ອນເອີ້ນຊື່ວ່າ ໂຮງຮຽນຊົນຊາດ, ປີ 1979-1987 ປ່ຽນຊື່ເປັນໂຮງຮຽນຊົນເຜົ່າ ເດັກກຳພ້າ ປະຈຸບັນປ່ຽນຊື່ມາເປັນ ໂຮງຮຽນ ສາມັນກິນນອນຊົນເຜົ່າ ແຫ່ງດຽວໃນແຂວງໄຊຍະບູລີ ຈຸດປະສົ່ງເພື່ອສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດ ຮ່ວມກັບບັນດາ ຮຮ ແຫ່ງອື່ນໆ ໂດຍສະເພາະແມ່ນເດັກນ້ອຍທີ່ເປັນຊົນເຜົ່າ-ດ້ອຍໂອກາດທາງການສຶກສາ, ຢູ່ເຂດຫ່າງໄກຊອກຫຼີກ, ກ່ຳພ້າ-ກຳພອຍ, ແລະ ຄອບຄົວທຸກຍາກເຊິ່ງໄດ້ຜ່ານການຄັດເລືອກມາຈາກ 11 ເມືອງໃນ ທົ່ວແຂວງໄຊຍະບູລີ ມີຄະນະອໍານວຍການໂຮງຮຽນ 3 ທ່ານ, ຍິງ 2 ທ່ານ, ມີພະນັກງານທັງໝົດ 42 ທ່ານ, ຍິງ 28 ທ່ານ. ມີນ້ອງນັກຮຽນ ທັງໝົດ 315 ນ້ອງ, ຍິງ 148 ນ້ອງ ໃນນີ້ ເປັນນັກຮຽນໃນແຜນທັງໝົດ 211 ນ້ອງ, ຍິງ 102 ນ້ອງ. ນັກຮຽນ ນອກແຜນ 2 ບ້ານເຂດບໍລິການບ້ານສວນ ແລະ ວັງຊອຍ ມີ 104 ນ້ອງ, ຍິງ 46 ນ້ອງ), ມີຫ້ອງຮຽນ ທັງໝົດ 13 ຫ້ອງ, ໄດ້ຈັດການຮຽນ-ການ ສອນແຕ່ຂັ້ນຮຽນ ມ.1-ມ.7 ຂັ້ນຮຽນ ມ.5, ມ.6, ມ.7 ໄດ້ຈັດການ ຮຽນ-ການສອນໃນຫຼັກສູດສາມັນວິຊາຊີບ ໃນ 3 ສາຂາວິຊາຮຽນ: ວິຊາປູກຝັງ, ລ້ຽງສັດ ແລະ ວິຊາກໍ່ສ້າງ ໂຮງຮຽນມີເນື້ອທີທັງໝົດ 6.400 m² ມີອາຄານທັງໝົດ 11 ຫຼັງ ໃນນີ້ນໍາໃຊ້ເປັນອາຄານຮຽນ 4 ຫຼັງ ອາຄານ 2 ຊັ້ນ 1 ຫຼັງ, ຫ້ອງສະມຸດ 1 ຫຼັງ, ມີຫໍພັກ 3 ຫຼັງ, ອາຄານສອງຊັ້ນ 3 ຫຼັງ, ມີຫ້ອງປະຊຸມ 1 ຫຼັງ, ຫ້ອງກິນເຂົ້າ 1 ຫຼັງ ແລະ ເຮືອນຄົວ 1 ຫຼັງ. ປັດຈຸບັນພວມດຳເນີນການກໍ່ສ້າງໃໝ່ 1 ຫຼັງ ເປັນອາຄານ2ຊັ້ນ) ຈະນໍາໃຊ້ເປັນອາຄານຫ້ອງການ ແລະ ຫ້ອງປະຊຸມ ຜ່ານມາໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມການສອບເສັງໃນລະດັບຕ່າງໆຂັ້ນເມືອງ, ຂັ້ນແຂວງແລະ ລະດັບ ຊາດຈັດຂຶ້ນ ສາມາດຍາດໄດ້ຜົນງານຄື: ໄດ້ອັນດັບທີ 3 ຂັ້ນເມືອງຈຳນວນ 2 ນ້ອງ, ໄດ້ອັນດັບທີ 2 ຂັ້ນ ເມືອງ 5 ນ້ອງ, ໄດ້ອັນດັບທີ 1 ຂັ້ນເມືອງ 1 ນ້ອງ, ຂັ້ນແຂວງ ໄດ້ອັນດັບທີ 1 ຈຳນວນ 1 ນ້ອງ ແລະ ໄດ້ເຂົ້າຮ່ວມສອບເສັງລະດັບຊາດ 1 ນ້ອງ.
ຂ່າວຍັງໃຫ້ຮູ້ຕື່ມວ່າໃນຕອນແລງຂອງວັນດຽວກັນທ່ານ ກວັນ ມິງ ເກືອງ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ທ່ຽວຊົມວັດສີບຸນເຮືອງບ້ານໃຫຍ່, ສູນອານຸລັກຊ້າງພູແຄນ, ຫໍຫຼັກເມືອງ ຕື່ມອີກ.
ພາບ+ຂ່າວ: ຄຳໝັ້ນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ