ບານເຕະຄົນພິການຕາລາວ ຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ເຂົ້າຊີງຫຼຽນຄຳ ອາຊຽນ ພາຣາເກມ ຄັ້ງທີ 13
ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນໃຫ້ໄດ້ຜ່ານເຂົ້າຊີງຫຼຽນຄຳ ໃນການແຂ່ງຂັນບານເຕະຄົນພິການຕາ ງານມະຫະກຳກິລາຄົນພິການອາຊຽນ ພາຣາເກມ ຄັ້ງທີ 13 ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 20-26 ມັງກອນ 2026.
ໃນວັນທີ 7 ມັງກອນ 2026 ທີ່ເດີ່ນບານຫຍ້າທຽມ ເບ ສະຫວັນ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ທ່ານ ສີທົນ ລາດສະວົງ ຄະນະຄູຝຶກເຕະບານຄົນພິການຕາທີມຊາດລາວ ໄດ້ໃຫ້ສຳພາດວ່າ: ນັກກິລາຊຸດນີ້ ໄດ້ຄັດເລືອກມາຈາກບັນດາແຂວງໃນທົ່ວປະເທດ ສ່ວນຫຼາຍເປັນນັກກິລາເກົ່າ ຊຸດເຂົ້າຮ່ວມຄັ້ງຜ່ານມາທີ່ປະເທດກຳປູເຈຍ...








