ຄະນະຜູ້ແທນວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ຮ່ວມຊົມງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ
ເມື່ອວັນທີ 3 ມິຖຸນາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ເຫວີຍ ຫາຍຈິນ ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ “ງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026” ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງງານດັ່ງກ່າວເປັນການຮ່ວມກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຊັ້ນສູງ ກວາງຊີ ພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາປະດິດ – AI ສ້າງຄວາມຝັນ ສັງລວມເອົາປັນຍາອາຊຽນ” ເພື່ອສ້າງເວທີຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ກວາງຊີ, ມີທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ...








