Skip to main content

ຄະນະຜູ້ແທນວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ຮ່ວມຊົມງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ

08/06/2026
ເມື່ອວັນທີ 3 ມິຖຸນາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ເຫວີຍ ຫາຍຈິນ ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ “ງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026” ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຊິ່ງງານດັ່ງກ່າວເປັນການຮ່ວມກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນການສຶກສາຊັ້ນສູງ ກວາງຊີ ພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາປະດິດ – AI ສ້າງຄວາມຝັນ ສັງລວມເອົາປັນຍາອາຊຽນ” ເພື່ອສ້າງເວທີຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ກວາງຊີ, ມີທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ຜູ້ແທນຈາກສະຖາບັນການສຶກສາຊັ້ນສູງແຂວງກວາງຊີ, ພະນັກງານ, ຄູອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ພາຍໃນງານໄດ້ມີການມອບປ້າຍໃຫ້ໂຮງຮຽນດີເດັ່ນ, ແລກປ່ຽນສັນຍາການຮ່ວມມືລະຫວ່າງບໍລິສັດ ແລະ ຜູ້ເຂົ້າຮ່ວມຢ້ຽມຊົມບູສວາງສະແດງຫຼາຍບູສ, ເຊິ່ງຄະນະຈາກວິທະຍາໄລຫຼິວໂຈວ ໄດ້ຢ້ຽມຊົມບູດວາງສະແດງພາຍໃນງານ ເພື່ອພົບປະກັບຕົວແທນນັກສຶກສາທີ່ດີເດັ່ນ ຈໍານວນ 15 ຄົນຈາກຄະນະຕ່າງໆທີ່ໄດ້ຮັບຄັດເລືອກເຂົ້າຮ່ວມທັດສະນະສຶກສາ “ປັນຍາປະດິດ+ເອໄອ” ເປັນເວລາໜຶ່ງອາທິດ ທີ່ ວິທະຍາໄລວິຊາຊີບຫຼິວໂຈວ ເຊິ່ງຈະເດີນທາງໃນລະຫວ່າງວັນທີ 12-17 ມິຖຸນາ 2026, ໃນລະຫວ່າງທັດສະນະສຶກສາ, ນັກສຶກສາຈາກທັງສອງສະຖາບັນຈະຮ່ວມກັນເຂົ້າຮ່ວມຫຼັກສູດເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ປັນຍາປະດິດ ແລະ ການນຳໃຊ້ UAV, ພ້ອມທັງກິດຈະກຳແລກປ່ຽນວັດທະນະທຳ, ສົ່ງເສີມມິດຕະພາບທີ່ເລິກເຊິ່ງຜ່ານການແລກປ່ຽນທັກສະ ແລະ ການພົວພັນທາງວັດທະນະທໍາ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ