Skip to main content

Author: Mitlandone Thepninhom

ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງຟົດຟື້ນ

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ປະຈຳປີ 2026 ທີ່ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງເປັນທາງການ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລານະຄອນ, ຄະນະສະຫະພັນແມ່ຍິງແຂວງ, ພະແນກສາທາລະນະສຸກ, ຜູ້ອຳນວຍການໂຮງຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ, ແຂກຖືກເຊີນ, ຜູ້ປົກຄອງ ແລະ ຫຼານນ້ອຍນັກຮຽນ...

Continue reading

ໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດ ສສກ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026

ໃນວັນທີ 2 ມິຖຸນາ 2026, ໜ່ວຍພັກຮາກຖານກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງສອງວັນດັ່ງກ່າວ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ຢູ່ທີ່ກະຊວງ ສສກ (ເຂດສີສະເກດ), ພາຍໃຕ້ການນຳພາຂອງ ສະຫາຍ ແສງສະເດັນ ບຸນລາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຮ່ວມມືກັບຕ່າງປະເທດ ພ້ອມດ້ວຍບັນດາສະມາຊິກພັກ, ພະນັກງານ-ລັດຖະກອນ, ຜູ້ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ (ສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງ) ເຂົ້າຮ່ວມຢ່າງພ້ອມພຽງ ແລະ...

Continue reading

ຮອງລັດຖະມົນຕີ ສສກ ຕ້ອນຮັບ ຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ

ເມື່ອວັນທີ 2 ມິຖຸນາ 2026, ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ເຫວີຍ ຫາຍຈິ້ນ, ເລຂາທິການ ຄະນະກຳມະການພັກ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ປອ ດາລາວອນ ກິດຕິພັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນໃນຄັ້ງນີ້,...

Continue reading

ສວສ ຈັດກອງປະຊຸມຂຽນຄູ່ມືແນະນໍາ “ການອ່ານຢູ່ບ້ານ” ສໍາລັບເດັກກ່ອນໄວຮຽນ ເພື່ອສົ່ງເສີມການຮຽນຮ່ວມກັບຄອບຄົວ

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຽນໂຄງຮ່າງ ແລະ ເນື້ອໃນຄູ່ມືແນະນໍາການຈັດຕັ້ງປະຕິບັດການອ່ານຢູ່ບ້ານ (ສະບັບທົດລອງ) ສໍາລັບໂຮງຮຽນເປົ້າໝາຍການກຽມຄວາມພ້ອມດ້ານການອ່ານ ສໍາລັບເດັກອາຍຸ 5 ປີ ໃນວັນທີ 2 ມິຖຸນາ 2026 ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງມາຈາກແຂວງຜົ້ງສາລີ, ຫຼວງນໍ້າທາ, ສະຫວັນນະເຂດ, ສາລະວັນ, ບໍລິຄໍາໄຊ, ວິຊາການພາຍໃນ ສວສ, ວິຊາການກົມການສຶກສາກ່ອນໄວຮຽນ, ວິຊາການຂະແໜງການສຶກສາກ່ອນໄວຮຽນ ແລະ ຫ້ອງການປະສານງານສາກົນເພື່ອການສຶກສາ...

Continue reading

ລັດວິສາຫະກິດ ຫວຍພັດທະນາ ມອບເງິນອຸປະຖຳ 127 ລ້ານກວ່າກີບ ເພື່ອສ້ອມແປງຫ້ອງການຄູ ມສ ລົບປະດີ ແຂວງຈຳປາສັກ

ລັດວິສາຫະກິດ ຫວຍພັດທະນາ ໄດ້ປະກອບສ່ວນອຸປະຖຳງົບປະມານເປັນເງິນສົດ ຈຳນວນ 127,240,000 ກີບ (ໜຶ່ງຮ້ອຍຊາວເຈັດລ້ານສອງແສນສີ່ສິບພັນກີບ) ໃຫ້ແກ່ ໂຮງຮຽນມັດທະຍົມສົມບູນ (ມສ) ລົບປະດີ, ເມືອງໂຂງ, ແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນການປັບປຸງ ແລະ ສ້ອມແປງຫ້ອງການຄູ ໃຫ້ມີສະພາບທີ່ດີຂຶ້ນ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການຮຽນ-ການສອນ. ​ພິທີມອບ-ຮັບເງິນອຸປະຖຳດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການ ໃຫ້ກຽດກ່າວມອບໂດຍ ທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ລັດວິສາຫະກິດ ຫວຍພັດທະນາ ແລະ ກ່າວຮັບໂດຍ ທ່ານ ສີເຟືອນ ທອງສະໝຸດ ຜູ້ອຳນວຍການໂຮງຮຽນ ມສ ລົບປະດີ, ມີຄະນະຜູ້ບໍລິຫານ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ...

Continue reading

ເພີ່ມທະວີການປົກປ້ອງ ແລະ ພັດທະນາເດັກລາວ ໃຫ້ກາຍເປັນຜູ້ສືບທອດທີ່ດີໃນອະນາຄົດ ຄຽງຄູ່ການອະນຸລັກທຳມະຊາດ

ເນື່ອງໃນໂອກາດວັນເດັກສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ໄດ້ຈັດພິທີສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະ ມີຄວາມໝາຍເລິກເຊິ່ງ ຂຶ້ນເມື່ອບໍ່ດົນມານີ້ ທີ່ສູນຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີຂອງ ທ່ານ ຮສ. ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານ ຄຊກມດ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງປະທານ ຄຊກມດ ຜູ້ປະຈຳການ, ມີຜູ້ຕາງໜ້າຈາກບັນດາກະຊວງ,...

Continue reading

ມອບ-ຮັບອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ເມືອງອາດສະພັງທອງ ມູນຄ່າ 630 ລ້ານກວ່າກີບ

ໃນວັນທີ 30 ພຶດສະພາ ຜ່ານມານີ້, ທີ່ໂຮງຮຽນປະຖົມສົມບູນນາກອຍຫ້ວຍ ບ້ານສາມັກຄີໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ສີສະຫວາດ ເພັງທະລັງສີ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ທ່ານ ເນດຄຳ ສຸດທະລັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງອາດສະພັງທອງ, ພ້ອມດ້ວຍບັນດາສະມາຊິກສະພາປະຊາຊົນແຂວງ (ສສຂ), ຄະນະນຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຜູ້ຕາງໜ້າພາກທຸລະກິດ, ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ...

Continue reading

ຄະນະພັກຮາກຖານ ສວສ ເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ 1 ສະຫາຍ

ໃນຕອນບ່າຍຂອງວັນທີ 29 ພຶດສະພາ 2026 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ຂຶ້ນເປັນສະມາຊິກພັກສົມບູນ ໃຫ້ແກ່ ສະຫາຍ ບຸນທະວີ ນະວົງສາ ຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ປອ ວົງເພັດ ອຸດົມລິດ ຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີບັນດາເລຂາໜ່ວຍພັກ/ຮອງເລຂາໜ່ວຍພັກຮາກຖານແຕ່ລະສູນ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ, ສະຫາຍ ສັກດາວົງ ໄຊຍະລາດ ຮອງເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ...

Continue reading