ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຢ່າງຟົດຟື້ນ
04/06/2026

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ປະຈຳປີ 2026 ທີ່ ໂຮງຮຽນອະນຸບານ ມິດຕະພາບ ສະຫວັນນະເຂດ-ກວາງບິງ ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງເປັນທາງການ ແລະ ເຕັມໄປດ້ວຍບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລານະຄອນ, ຄະນະສະຫະພັນແມ່ຍິງແຂວງ, ພະແນກສາທາລະນະສຸກ, ຜູ້ອຳນວຍການໂຮງຮຽນ, ຕະຫຼອດຮອດພະນັກງານຄູ-ອາຈານ, ແຂກຖືກເຊີນ, ຜູ້ປົກຄອງ ແລະ ຫຼານນ້ອຍນັກຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີໄດ້ເລີ່ມຕົ້ນຂຶ້ນດ້ວຍການນຳຂັ້ນແຂວງ, ຂັ້ນພະແນກການ, ຂັ້ນນະຄອນ ແລະ ຄະນະໂຮງຮຽນ ໄດ້ຮ່ວມກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນ ເພື່ອສ້າງຄວາມຮົ່ມເຢັນ, ເພີ່ມພື້ນທີ່ສີຂຽວ ແລະ ປູກຈິດສຳນຶກໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ເດັກນ້ອຍ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ. ຈາກນັ້ນ ທ່ານ ນາງ ບົວວັນ ສຸວໍລະວົງ ຜູ້ອຳນວຍການໂຮງຮຽນ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນໂດຍສັງເຂບ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນ. ໃນໂອກາດອັນສະຫງ່າລາສີນີ້ ທ່ານ ທອງໃສ ໄຊຍະວົງຄຳດີ ກໍໄດ້ໃຫ້ກຽດຂຶ້ນກ່າວໂອວາດຕັກເຕືອນ, ໃຫ້ທິດຊີ້ນຳ ແລະ ອວຍພອນໄຊໃຫ້ແກ່ຫຼານນ້ອຍນັກຮຽນ ໃຫ້ກາຍເປັນລູກຄຳຮູ້, ຕັ້ງໃຈສຶກສາຮ່ຳຮຽນ ເພື່ອເປັນອະນາຄົດທີ່ດີຂອງຊາດ.
ພາຍໃນງານ, ແຂກທີ່ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີອັນໜ້າຮັກສົມໄວຈາກຫຼານນ້ອຍນັກຮຽນ. ເພື່ອເປັນການຊຸກຍູ້ກຳລັງໃຈ, ການນຳແຕ່ລະພາກສ່ວນທີ່ເຂົ້າຮ່ວມ ແມ່ນໄດ້ພ້ອມກັນປະກອບສ່ວນມອບເຂົ້າໜົມໃຫ້ແກ່ນັກຮຽນທຸກຄົນ. ພິເສດ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບເງິນສົດຊຸກຍູ້ຕື່ມອີກຈຳນວນ 5,000,000 ກີບ. ພ້ອມດຽວກັນນັ້ນ ກໍໄດ້ມີການແຈກຢາຍອຸປະກອນການຮຽນຕ່າງໆ ໃຫ້ແກ່ນັກຮຽນເພື່ອໃຊ້ເຂົ້າໃນການສຶກສາ.
ອີກໜຶ່ງກິດຈະກຳສຳຄັນແມ່ນການສົ່ງເສີມສຸຂະພາບ ໂດຍໄດ້ຮັບການຮ່ວມມືຈາກພະແນກສາທາລະນະສຸກແຂວງ ລົງມາກວດສຸຂະພາບເດັກ ແລະ ໄດ້ໃຫ້ກຽດເຊີນເອົາການນຳທີ່ເຂົ້າຮ່ວມ ຢອດຢາໃຫ້ແກ່ຫຼານນ້ອຍ (ເຊິ່ງເປັນການຢອດຢາວັກຊີນປ້ອງກັນພະຍາດໂປລີໂອ OPV ແລະ ຢອດວິຕາມິນອາ ເພື່ອສ້າງພູມຄຸ້ມກັນ). ຫຼັງຈາກສຳເລັດກິດຈະກຳທາງດ້ານສຸຂະພາບ, ທາງໂຮງຮຽນໄດ້ມີການມອບໃບຍ້ອງຍໍໃຫ້ແກ່ນັກຮຽນເກັ່ງ ແລະ ນັກຮຽນດີເດັ່ນ ເພື່ອເປັນຂວັນກຳລັງໃຈ.
ໃນຕອນທ້າຍຂອງພິທີ, ຄະນະຈັດງານໄດ້ແຈກຢາຍເຂົ້າໜົມໃຫ້ເດັກນ້ອຍນັກຮຽນທຸກຄົນຢ່າງທົ່ວເຖິງ ເຊິ່ງໄດ້ສ້າງບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ, ຄວາມອົບອຸ່ນ ແລະ ປິດພິທີລົງດ້ວຍຜົນສຳເລັດຢ່າງຈົບງາມ.















