Skip to main content

Author: Mitlandone Thepninhom

ສສກ ຖະແຫຼງຂ່າວຄວາມພ້ອມບັ້ນສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026 ເອກະພາບທົ່ວປະເທດ ເນັ້ນຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດງານຖະແຫຼງຂ່າວຢ່າງເປັນທາງການ ໃນຕອນບ່າຍວັນທີ 29 ພຶດສະພາ 2025 ທີ່ກະຊວງດັ່ງກ່າວ ໃຫ້ກຽດຖະແຫຼງໂດຍ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງ ສສກ ເພື່ອແຈ້ງຄວາມພ້ອມຮອບດ້ານໃນການຈັດຕັ້ງບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໂດຍເນັ້ນໜັກໃສ່ຄວາມໂປ່ງໃສ, ຍຸຕິທຳ ແລະ ຮັບປະກັນຄຸນນະພາບການສຶກສາທີ່ແທ້ຈິງ ພ້ອມຮຽກຮ້ອງໃຫ້ທົ່ວສັງຄົມ, ຜູ້ປົກຄອງ ແລະ ນັກຮຽນ ເປັນເຈົ້າການຮ່ວມກັນ. ການສອບເສັງຈົບຊັ້ນໃນປີນີ້ ຖືເປັນວຽກງານບູລິມະສິດລະດັບຊາດ ທີ່ແນໃສ່ວັດ ແລະ ປະເມີນຜົນການຮຽນ-ການສອນຢ່າງເປັນຮູບປະທຳ...

Continue reading

ຄະນະຜູ້ແທນວິທະຍາໄລວິຊາຊີບເມືອງຫຼິວໂຈວ ແລະ ສະພາການຄ້າຈີນແຂວງເຫີໜານ ປະຈຳລາວ ຫາລືວຽກງານການພັດທະນາບຸກຄະລາກອນ ລາວ-ຈີນ

ເມື່ອວັນທີ 1 ມິຖຸນາ 2026 ທ່ານ ເຫວີຍ ຫາຍຈິ້ນ, ເລຂາທິການຄະນະກຳມະການພັກ ວິທະຍາໄລວິຊາຊີບເມືອງຫຼິວໂຈວ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຢ້ຽມຢາມ ແລະ ຊີ້ນຳວຽກງານຢູ່ ສາຂາສະພາການຄ້າຈີນແຂວງເຫີໜານ ປະຈຳ ສປປ ລາວ, ໂດຍເປັນກຽດຕ້ອນຮັບຂອງທ່ານ ໂຈວ ຈິນຟູ ປະທານສະພາການຄ້າ, ພ້ອມດ້ວຍ ທ່ານ ຈາງ ຫຍິງຊາຍ ເລຂາທິການສະພາການຄ້າ ແລະ ທ່ານ ລີ ນິງ ປະທານບໍລິຫານສະພາການຄ້າ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍໄດ້ປະຊຸມຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ກ່ຽວກັບຜົນສຳເລັດຂອງການຮ່ວມມືດ້ານການສຶກສາ ແລະ ການພັດທະນາບຸກຄະລາກອນ...

Continue reading

ນັກປັ່ນເຈົ້າຖິ່ນ “ຄຳມ່ວນ” ປະກາດສັກດາກວາດແຊ໋ມ 2 ລາຍການແຂ່ງຂັນລົດຖີບ ຊີງຂັນເລຂາພັກແຂວງຄໍາມ່ວນ ປະຈຳປີ 2026

ນັກກິລາລົດຖີບເຈົ້າພາບ ແຂວງຄຳມ່ວນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ດ້ວຍການປະກາດສັກດາຄວ້າແຊ໋ມມາຄອງໄດ້ເຖິງ 2 ປະເພດການແຂ່ງຂັນ ໃນໄລຍະທາງ 50 ກິໂລແມັດ ໃນງານແຂ່ງຂັນລົດຖີບເພື່ອຊີງຂັນ ແລະ ລາງວັນຂອງທ່ານເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ປະຈຳປີ 2026 ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ຄຶກຄື້ນ. ​ໃນວັນທີ 1 ມິຖຸນາ 2026, ສະຫະພັນລົດຖີບແຂວງຄໍາມ່ວນ ຮ່ວມກັບ ສະໂມສອນລົດຖີບລູກສີໂຄດ ໄດ້ຮ່ວມກັນຈັດກິດຈະກໍາການແຂ່ງຂັນລົດຖີບເພື່ອຊີງຂັນ ແລະ ລາງວັນຂອງທ່ານເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ. ການແຂ່ງຂັນຄັ້ງນີ້...

Continue reading

ເມືອງສາມັກຄີໄຊ ເປີດການແຂ່ງຂັນເຕະບານຊີງຂັນເລຂາຄະນະບໍລິຫານງານພັກເມືອງ ຄັ້ງທຳອິດ ຢ່າງຍິ່ງໃຫຍ່

​ເມືອງສາມັກຄີໄຊ ແຂວງອັດຕະປື ຮ່ວມກັບ ຜູ້ປະກອບການເດີ່ນກິລາບານເຕະ ນາຫຼັກ 4 (ບ້ານເວີນແຄນ) ໄດ້ຮ່ວມກັນຈັດງານແຂ່ງຂັນກິລາບານເຕະຊາຍ ຊີງຂັນເລຂາຄະນະບໍລິຫານງານພັກເມືອງ ຄັ້ງທີ I ປະຈຳປີ 2026 ຂຶ້ນຢ່າງຍິ່ງໃຫຍ່ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແແຫ່ງຊາດ ປະຈຳປີ 2026 ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນກວ້າງຂວາງ. ​ງານແຂ່ງຂັນຄັ້ງປະຫວັດສາດນີ້ ໄດ້ດຳເນີນໄປຢ່າງດຸເດືອດ ແລະ ສຸດຕື່ນເຕັ້ນ ແຕ່ລະຫວ່າງວັນທີ 13-31 ພຶດສະພາ 2026 ທີ່ເດີ່ນກິລາບານເຕະ ນາຫຼັກ 4, ບ້ານເວີນແຄນ,...

Continue reading

ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ ສະຖາບັນກິລາ-ກາຍຍະກຳ

ໃນວັນທີ 28 ພຶດສະພາ 2026 ນີ້, ສູນຝຶກກິລາແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວສະຖາບັນກິລາ-ກາຍຍະກຳ ເພື່ອສ້າງຄວາມຮ່ວມມື ແລະ ກຽມພ້ອມຮັບມືກັບເຫດການສຸກເສີນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສອນເພັດ ຈັນດານຸວົງ, ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ມີຄະນະວິທະຍາກອນຜູ້ມີປະສົບການຈາກພະແນກຕຳຫຼວດ ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ພັຕ ບຸນມີ ແສງອາລຸນ, ຮອງກອງໂຄສະນາ ແລະ ທ່ານ ພັຕ ທີລະສັກ ສີຫາພົນ, ຮອງກອງໂຄສະນາ. ນອກນັ້ນ ຍັງມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ,...

Continue reading

ແຂວງຜົ້ງສາລີ ຫາລືກະກຽມຄວາມພ້ອມສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026

ໃນຕອນເຊົ້າວັນທີ 1 ມິຖຸນາ 2026 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ແລະ ຕອນປາຍ ມ.7 ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ, ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາເພັດ ຈິດປັນຍາ, ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຮອງປະທານຄະນະຮັບຜິດຊອບຊີ້ນໍາລວມ ແລະ ຕັດສິນຜົນການສອບເສັງຂັ້ນແຂວງ, ມີ ທ່ານ ຊາຍຄໍາ ຍືນສົມບັດ, ຮອງຫົວໜ້າພະແນກ ສກຂ ແຂວງ, ຜູ້ຮັບຜິດຊອບວຽກງານວິຊາການ, ພ້ອມດ້ວຍບັນດາທ່ານອະນຸກໍາມະການສອບເສັງຈາກແຕ່ລະພາກສ່ວນເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 10 ທ່ານ. ໃນກອງປະຊຸມ,...

Continue reading

ຈຳປາສັກ ມີຄວາມພ້ອມ 100% ກຽມສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວແຂວງ ປະຈຳສົກຮຽນ 2025-2026

ແຂວງຈຳປາສັກ ກຽມພ້ອມຮອບດ້ານໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ໂດຍເນັ້ນໃສ່ຄວາມຍຸຕິທຳ, ໂປ່ງໃສ, ປອດໄພ ແລະ ຮັບປະກັນຄຸນນະພາບຢ່າງເຂັ້ມງວດ. ໃນວັນທີ 3 ມິຖຸນາ 2026, ທ່ານ ປະລິນຍາເອກ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ໃຫ້ກຽດຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນນາມພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງສື່ມວນຊົນແຂວງຈຳປາສັກ ແລະ ສື່ມວນຊົນຂະແໜງການສຶກສາ-ກິລາ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ຂໍ້ມູນຂ່າວສານອັນສຳຄັນໃນຄັ້ງນີ້. ພ້ອມກັນນັ້ນ,...

Continue reading

ຊາວໜຸ່ມ ສສກ ຈັດກິດຈະກຳປູກຕົ້ນໄມ້ ໂອກາດວັນທີ 1 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຄົນ ໜຶ່ງຕົ້ນ” ຢ່າງຟົດຟື້ນ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກິດຈະກຳສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ພາຍໃຕ້ຄຳຂວັນ “ໜຶ່ງຄົນ ໜຶ່ງຕົ້ນ” ຂຶ້ນຢ່າງຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ ໃນວັນທີ 29 ພຶດສະພາ 2026 ຢູ່ທີ່ ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ທ່ານ ປອ ຈັນທະວົງ ປັນຍາສິລິ ຄະນະພັກກະຊວງ, ເລຂາທິການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ, ທັງເປັນຫົວໜ້າກົມກວດກາ. ນອກນັ້ນ, ຍັງມີບັນດາຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ,...

Continue reading