ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ ສະຖາບັນກິລາ-ກາຍຍະກຳ
04/06/2026

ໃນວັນທີ 28 ພຶດສະພາ 2026 ນີ້, ສູນຝຶກກິລາແຫ່ງຊາດ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທົ່ວສະຖາບັນກິລາ-ກາຍຍະກຳ ເພື່ອສ້າງຄວາມຮ່ວມມື ແລະ ກຽມພ້ອມຮັບມືກັບເຫດການສຸກເສີນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສອນເພັດ ຈັນດານຸວົງ, ຮອງຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ມີຄະນະວິທະຍາກອນຜູ້ມີປະສົບການຈາກພະແນກຕຳຫຼວດ ປ້ອງກັນ, ສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ພັຕ ບຸນມີ ແສງອາລຸນ, ຮອງກອງໂຄສະນາ ແລະ ທ່ານ ພັຕ ທີລະສັກ ສີຫາພົນ, ຮອງກອງໂຄສະນາ. ນອກນັ້ນ ຍັງມີບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຫົວໜ້າໜ່ວຍງານ, ຮອງຫົວໜ້າໜ່ວຍງານ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນ້ອງໆນັກຮຽນ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດຝຶກອົບຮົມໃນຄັ້ງນີ້ ມີຈຸດປະສົງສຳຄັນເພື່ອຍົກສູງຄວາມຮູ້ຄວາມເຂົ້າໃຈ ແລະ ຄວາມສາມາດຕົວຈິງໃຫ້ແກ່ບຸກຄະລາກອນ ແລະ ນັກສຶກສາ ພາຍໃນສະຖາບັນກິລາ-ກາຍຍະກຳ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ. ນີ້ຖືເປັນໜ້າວຽກທີ່ມີຄວາມສຳຄັນຢ່າງຍິ່ງ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ປ້ອງກັນການສູນເສຍຊີວິດ ແລະ ຊັບສິນຂອງລັດ ແລະ ປະຊາຊົນ, ທັງເປັນການສ້າງສະພາບແວດລ້ອມທີ່ປອດໄພໃນບ່ອນເຮັດວຽກ ແລະ ບ່ອນສຶກສາຮ່ຳຮຽນ.
ໃນໂອກາດນີ້, ທ່ານ ປອ ສອນເພັດ ຈັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທຸກຄົນ ເອົາໃຈໃສ່ ແລະ ຍົກສູງສະຕິລະວັງຕົວຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງຕໍ່ເນື່ອງ, ພ້ອມທັງໃຫ້ນຳເອົາບົດຮຽນ ແລະ ປະສົບການທີ່ໄດ້ຮັບໃນຄັ້ງນີ້ ໄປຜັນຂະຫຍາຍເປັນແນວທາງໃນການຮັກສາຄວາມປອດໄພພາຍໃນສະຖາບັນກິລາ-ກາຍຍະກຳໃນຕໍ່ໜ້າ.
ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນສົນທະນາ, ແລກປ່ຽນຄວາມຮູ້ ແລະ ຖາມ-ຕອບ ກັບຄະນະວິທະຍາກອນຢ່າງກົງໄປກົງມາ. ນອກຈາກການຮຽນຮູ້ພາກທິດສະດີແລ້ວ, ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການສາທິດວິທີການນຳໃຊ້ອຸປະກອນດັບເພີງ ແລະ ການມອດໄຟຕົວຈິງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຝຶກຝົນທັກສະ ແລະ ສ້າງຄວາມຊິນເຄີຍໃນການແກ້ໄຂສະຖານະການສຸກເສີນໄດ້ຢ່າງຖືກຕ້ອງ ແລະ ປອດໄພ.
ຮຽບຮຽງໂດຍ: ຄະນະຮັບຜິດຊອບຂໍ້ມູນຂ່າວສານ ສະຖາບັນກິລາ-ກາຍຍະກຳ















