Skip to main content

ແຂວງຜົ້ງສາລີ ຫາລືກະກຽມຄວາມພ້ອມສອບເສັງຈົບຊັ້ນ ມ.4 ແລະ ມ.7 ສົກຮຽນ 2025-2026

04/06/2026
ໃນຕອນເຊົ້າວັນທີ 1 ມິຖຸນາ 2026 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ແລະ ຕອນປາຍ ມ.7 ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ, ໃຫ້ກຽດເປັນປະທານໂດຍ ທ່ານ ຄໍາເພັດ ຈິດປັນຍາ, ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທັງເປັນຮອງປະທານຄະນະຮັບຜິດຊອບຊີ້ນໍາລວມ ແລະ ຕັດສິນຜົນການສອບເສັງຂັ້ນແຂວງ, ມີ ທ່ານ ຊາຍຄໍາ ຍືນສົມບັດ, ຮອງຫົວໜ້າພະແນກ ສກຂ ແຂວງ, ຜູ້ຮັບຜິດຊອບວຽກງານວິຊາການ, ພ້ອມດ້ວຍບັນດາທ່ານອະນຸກໍາມະການສອບເສັງຈາກແຕ່ລະພາກສ່ວນເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 10 ທ່ານ.
ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາຂັ້ນແຂວງ, ຂໍ້ຕົກລົງຂອງປະທານຄະນະກໍາມະການຊີ້ນໍາຂັ້ນແຂວງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການຝ່າຍຕ່າງໆ, ລະບຽບການສອບເສັງ ແລະ ການເຄື່ອນໄຫວຂອງຄະນະສະເພາະກິດ. ພ້ອມດຽວກັນນັ້ນ, ຍັງໄດ້ຮ່ວມກັນສະຫຼຸບ ແລະ ຖອດຖອນບົດຮຽນຈາກການສອບເສັງຈົບຊັ້ນສາມັນສຶກສາ ມ.4 ແລະ ມ.7 ສົກຮຽນ 2024-2025 ຜ່ານມາ ເພື່ອເປັນແນວທາງໃນການປັບປຸງແກ້ໄຂ.
ໂອກາດນີ້, ຄະນະຮັບຜິດຊອບກອງປະຊຸມຍັງໄດ້ແນະນໍາວິທີການໝາຍເຈ້ຍຄໍາຕອບຂອງນັກຮຽນ ຊັ້ນ ມ.7 ແລະ ຂັ້ນຕອນການຖືເອກະສານກັບຄືນມາ ສກຂ ແຂວງ. ພ້ອມທັງໄດ້ຜ່ານຮ່າງບົດບັນທຶກ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນຢ່າງກົງໄປກົງມາ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ. ຜ່ານການປຶກສາຫາລື, ກອງປະຊຸມໄດ້ມີມະຕິເຫັນດີເປັນເອກະພາບກໍານົດວັນເວລາ ແລະ ສູນເປີດບັ້ນສອບເສັງທົ່ວແຂວງຢ່າງເປັນທາງການ ດັ່ງນີ້: ຊັ້ນມັດທະຍົມ ມ.4 ຈະດໍາເນີນການສອບເສັງລະຫວ່າງ ວັນທີ 10-12 ມິຖຸນາ 2026 ໂດຍກຳນົດເອົາ ເມືອງຂວາ ເປັນສູນເປີດບັ້ນສອບເສັງທົ່ວແຂວງ; ຊັ້ນມັດທະຍົມ ມ.7 ຈະດໍາເນີນການສອບເສັງລະຫວ່າງ ວັນທີ 17-19 ມິຖຸນາ 2026 ໂດຍກຳນົດເອົາເມືອງບຸນໃຕ້ ເປັນສູນເປີດບັ້ນສອບເສັງທົ່ວແຂວງ.
ໃນຕອນທ້າຍ, ທ່ານ ຄໍາເພັດ ຈິດປັນຍາ ໄດ້ໃຫ້ກຽດໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດຊອບທຸກຂັ້ນ ຕະຫຼອດຮອດອະນຸກໍາມະການສອບເສັງທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຈັນຍາບັນ ແລະ ຈັນຍາທໍາວິຊາຊີບຢ່າງເຂັ້ມງວດ. ໂດຍເນັ້ນໜັກໃຫ້ແຕ່ລະສ່ວນເຊື່ອມຊຶມ ແລະ ກຳແໜ້ນໜ້າທີ່ຂອງຕົນ, ຮັກສາຄວາມລັບຂອງຂໍ້ມູນ ແລະ ປ້ອງກັນການຮົ່ວໄຫຼຂອງຫົວບົດສອບເສັງຢ່າງເດັດຂາດ. ພ້ອມກັນນັ້ນ ກໍຕ້ອງປະສານສົມທົບກັບຂັ້ນເມືອງ ແລະ ໂຮງຮຽນຕ່າງໆ ເພື່ອກວດກາຄວາມພ້ອມດ້ານສະຖານທີ່, ພິທີການ ແລະ ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ນັກສອບເສັງ, ເພີ່ມທະວີການຕິດຕາມ ກວດກາ ແລະ ລາຍງານສະພາບການຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ການສອບເສັງຄັ້ງນີ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)
ຮຽບຮຽງໂດຍ: ຄະນະຮັບຜິດຊອບຂ່າວສານ ສກຂ ແຂວງຜົ້ງສາລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ