Skip to main content

ຈຳປາສັກ ມີຄວາມພ້ອມ 100% ກຽມສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວແຂວງ ປະຈຳສົກຮຽນ 2025-2026

03/06/2026
ແຂວງຈຳປາສັກ ກຽມພ້ອມຮອບດ້ານໃນການຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ໂດຍເນັ້ນໃສ່ຄວາມຍຸຕິທຳ, ໂປ່ງໃສ, ປອດໄພ ແລະ ຮັບປະກັນຄຸນນະພາບຢ່າງເຂັ້ມງວດ.
ໃນວັນທີ 3 ມິຖຸນາ 2026, ທ່ານ ປະລິນຍາເອກ ພູວົງ ອະໄພ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ໃຫ້ກຽດຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ໃນນາມພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງສື່ມວນຊົນແຂວງຈຳປາສັກ ແລະ ສື່ມວນຊົນຂະແໜງການສຶກສາ-ກິລາ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ຂໍ້ມູນຂ່າວສານອັນສຳຄັນໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານຍັງໄດ້ສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມປາດຖະໜາດີມາຍັງ ພໍ່ແມ່ຜູ້ປົກຄອງ, ຄູ-ອາຈານ ແລະ ນ້ອງນັກຮຽນທຸກໆຄົນ ທີ່ກຳລັງຈະກ້າວເຂົ້າສູ່ບາດລ້ຽວອັນສຳຄັນຂອງຊີວິດການຮຽນ ໃນການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຕອນປາຍ (ມ.7) ທີ່ກຳລັງຈະມາເຖິງນີ້.
ພາຍໃຕ້ແສງສະຫວ່າງຂອງແນວທາງນະໂຍບາຍໄລຍະໃໝ່ຂອງພັກ ແລະ ລັດຖະບານ ທີ່ຖືເອົາ “ການສຶກສາເປັນໃຈກາງຂອງການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ມີວິທະຍາສາດ ແລະ ມີຄວາມສີວິໄລດ້ານຄວາມຮູ້ຢ່າງໜັກແໜ້ນເລິກເຊິ່ງ”, ແຂວງຈຳປາສັກ ໄດ້ຫັນເອົາຈິດໃຈດັ່ງກ່າວມາເປັນແຜນງານທີ່ເປັນຮູບປະທຳ ໂດຍໄດ້ກະກຽມຄວາມພ້ອມຮອບດ້ານ ບົນພື້ນຖານນິຕິກຳ ແລະ ຂໍ້ຕົກລົງຢ່າງເຂັ້ມງວດ ຄື: ການສອບເສັງຈົບຊັ້ນ ມ.4 ຈະຈັດຂຶ້ນໃນວັນທີ 10-12 ມິຖຸນາ 2026 ອີງຕາມຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ສະບັບເລກທີ 445/ຄປຂ, ລົງວັນທີ 29 ພຶດສະພາ 2026; ການສອບເສັງຈົບຊັ້ນ ມ.7 ຈະຈັດຂຶ້ນໃນວັນທີ 17-19 ມິຖຸນາ 2026 ອີງຕາມຂໍ້ຕົກລົງຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2987/ສສກ, ລົງວັນທີ 2 ມິຖຸນາ 2026 ແລະ ແຈ້ງການສະບັບເລກທີ 1998/ຫກ, ລົງວັນທີ 13 ມິຖຸນາ 2026. ສະນັ້ນ, ເພື່ອຮັບປະກັນຄວາມຍຸຕິທຳ ແລະ ໂປ່ງໃສໃນການສອບເສັງ, ທາງແຂວງໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ, ຕັດສິນຜົນ ແລະ ກອງເລຂາຊ່ວຍວຽກໃນແຕ່ລະຂັ້ນຢ່າງເປັນລະບົບຄົບຊຸດ.
ໃນສົກຮຽນ 2025-2026 ນີ້, ດ້ານພື້ນຖານໂຄງລ່າງ ແລະ ສະຖິຕິນັກສອບເສັງໃນທົ່ວແຂວງຈຳປາສັກ ເຊິ່ງປະກອບມີ 9 ເມືອງ ແລະ 1 ນະຄອນ, ມີໂຮງຮຽນມັດທະຍົມທັງໝົດ 168 ແຫ່ງ, ໃນນີ້ເປັນເອກະຊົນ 6 ແຫ່ງ, ມ.ປາຍ 3 ແຫ່ງ ແລະ ມສ 79 ແຫ່ງ ມີຄວາມພ້ອມ ແລະ ສະຖິຕິ ດັ່ງນີ້: ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີໂຮງຮຽນທັງໝົດ 161 ແຫ່ງ, ມີສູນສອບເສັງ 31 ສູນ (ມີທັງໝົດ 243 ຫ້ອງສອບເສັງ) ແລະ ນັກສອບເສັງທັງໝົດ 5,061 ຄົນ ຍິງ 2,597 ຄົນ, ໃນນີ້ມີພະສົງ 140 ຮູບ; ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ມີໂຮງຮຽນທັງໝົດ 82 ແຫ່ງ, ມີສູນສອບເສັງ 21 ສູນ (ມີທັງໝົດ 158 ຫ້ອງສອບເສັງ) ແລະ ມີນັກສອບເສັງທັງໝົດ 3,241 ຄົນ ຍິງ 1,539 ຄົນ. ນອກຈາກຄວາມພ້ອມດ້ານອາຄານສະຖານທີ່, ໂຕະ, ຕັ່ງ ແລະ ອຸປະກອນການສອບເສັງແລ້ວ, ທາງພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນດ້ານຄວາມສະຫງົບ-ປອດໄພ, ວຽກງານແພດໝໍປະຈຳສູນ ຕະຫຼອດຮອດການກຽມພ້ອມນະໂຍບາຍຕ່າງໆ ໃນກໍລະນີເກີດເຫດສຸກເສີນ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກສອບເສັງຢ່າງດີທີ່ສຸດ.
ຢ່າງໃດກໍຕາມ, ເພື່ອເຮັດໃຫ້ການສອບເສັງຄັ້ງນີ້ດຳເນີນໄປຢ່າງມີຄຸນນະພາບ, ມີຄວາມຍຸຕິທຳ ແລະ ສາມາດຄັດເລືອກໄດ້ຄົນຍຸກໃໝ່ ທີ່ມີຄວາມຮູ້ຄວາມສາມາດທີ່ແທ້ຈິງ, ຄະນະກຳມະການຊີ້ນຳແຕ່ລະສູນຕ້ອງໄດ້ຕິດຕາມຢ່າງໃກ້ຊິດ ໂດຍມີຂໍ້ຫ້າມ ແລະ ລະບຽບການອັນເຂັ້ມງວດ ເຊັ່ນ: ຫ້າມຕັດຊອງຫົວບົດສອບເສັງກ່ອນເວລາເກີນ 15 ນາທີ, ຫ້າມຕັດຊອງຜິດວິຊາ, ຫ້າມນຳຫົວບົດທີ່ເຫຼືອໄປແຈກຢາຍ ຫຼື ອັດສຳເນົາ ແລະ ຫ້າມໃຊ້ຫົວບົດສຳຮອງໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມນຳໃຊ້ໂທລະສັບມືຖື ຫຼື ເຄື່ອງມືສື່ສານທຸກຊະນິດ ແລະ ຫ້າມເຜີຍແຜ່ຂໍ້ມູນການສອບເສັງສູ່ພາຍນອກ; ຫ້າມຮັບສິນບົນ, ຫ້າມປ່ອຍໃຫ້ນັກຮຽນກ່າຍກັນ, ຫ້າມຄົນພາຍນອກ ຫຼື ກຳມະການແກ້ບົດສອບເສັງໃຫ້ ແລະ ຫ້າມເຄື່ອນຍ້າຍບົດຕອບໄປສະຖານທີ່ອື່ນໂດຍບໍ່ຖືກຕ້ອງຕາມລະບຽບການ. ພ້ອມນັ້ນ, ນັກສອບເສັງ ຕ້ອງເຂົ້າຮ່ວມສອບເສັງໃຫ້ຄົບທຸກວິຊາ, ຫ້າມອອກຈາກຫ້ອງສອບເສັງກ່ອນກຳນົດໂດຍບໍ່ໄດ້ຮັບອະນຸຍາດ; ອະນຸຍາດໃຫ້ນຳໃຊ້ພຽງແຕ່ ບິກ, ສໍດຳ, ຢາງລຶບ ແລະ ໄມ້ບັນທັດ ເທົ່ານັ້ນ; ນັກສອບເສັງມີສິດເຕັມສ່ວນໃນການລາຍງານທຸກພຶດຕິກຳທີ່ບໍ່ຖືກຕ້ອງ ຫຼື ບໍ່ຍຸຕິທຳ ຂອງໝູ່ເພື່ອນ ຫຼື ກຳມະການ ໃຫ້ແກ່ຄະນະຊີ້ນຳຊາບທັນທີ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮຽກຮ້ອງຢ່າງຈິງໃຈເຖິງ ພໍ່ແມ່ຜູ້ປົກຄອງ ຈົ່ງຮ່ວມກັນເປັນເຈົ້າການ ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ຮັບ-ສົ່ງລູກຫຼານຂອງຕົນ ໃຫ້ເຂົ້າຮ່ວມການສອບເສັງຢ່າງທັນເວລາ, ຫຼີກເວັ້ນການເກີດອຸປະຕິເຫດ ແລະ ສ້າງສະພາບແວດລ້ອມທາງດ້ານຈິດໃຈທີ່ດີໃຫ້ແກ່ລູກຫຼານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຝາກຂໍ້ຄວາມປຸກລະດົມເຖິງ ນ້ອງໆນັກຮຽນ ມ.4 ແລະ ມ.7 ທຸກຄົນ ວ່າ:”ການສອບເສັງຄັ້ງນີ້ ບໍ່ແມ່ນພຽງແຕ່ການວັດຜົນການຮຽນເທົ່ານັ້ນ, ແຕ່ມັນແມ່ນໃບຢັ້ງຢືນແຫ່ງຄວາມພາກພູມໃຈໃນສາຍສາມັນສຶກສາ ເພື່ອເປັນຂັ້ນໄດກ້າວໄປສູ່ການຮຽນວິຊາຊີບຂັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ. ຈົ່ງສຸມສະຕິປັນຍາ, ຄົ້ນຄວ້າບົດຮຽນ ແລະ ສູ້ຊົນຢ່າງສຸດຄວາມສາມາດ ເພື່ອສ້າງຕົນເອງໃຫ້ກາຍເປັນຄົນຍຸກໃໝ່ ທີ່ມີຄວາມຮູ້ອັນໜັກແໜ້ນ, ພ້ອມທີ່ຈະນຳເອົາຄວາມຮູ້ຄວາມສາມາດມາພັດທະນາຕົນເອງ, ຄອບຄົວ ແລະ ປະເທດຊາດ ເຮັດໃຫ້ບ້ານເມືອງຂອງພວກເຮົາມີຄວາມສີວິໄລ, ກ້າວໜ້າ, ທັນສະໄໝ ແລະ ໝັ້ນຄົງຖາວອນ.”
ຂຽນໂດຍ: ຂາວພອນ ມ້າວຄຳຜິວ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ