Skip to main content

Author: Mitlandone Thepninhom

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງເດັກລາວບັນດາເຜົ່າ ໃນໂອກາດວັນເດັກສາກົນ 1 ມິຖຸນາ 2026.

ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ, ໃນນາມ ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໄຍ ແລະ ຄໍາອວຍພອນອັນປະເສີດ ມາຍັງລູກຫລານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ ທັງພາຍໃນປະເທດ ແລະ ເດັກລາວທີ່ສຶກສາຮໍ່າຮຽນ ແລະ ອາໄສຢູ່ຕ່າງປະເທດ. ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ...

Continue reading

ສຽງສະທ້ອນຈາກດວງຕາຄູ່ໜຶ່ງ ເມື່ອ “ໂອກາດ” ຄືຂອງຂວັນທີ່ດີທີ່ສຸດສຳລັບເດັກນ້ອຍທຸກຄົນ

ໃນຂະນະທີ່ໂລກກຳລັງໝູນໄປຢ່າງວ່ອງໄວດ້ວຍເຕັກໂນໂລຊີ ແລະ ການພັດທະນາ, ຍັງມີ “ໂລກໃບນ້ອຍໆ” ຂອງເດັກນ້ອຍອີກຫຼາຍຄົນທີ່ກຳລັງລໍຄອຍພຽງໂອກາດໃນການເຂົ້າເຖິງການສຶກສາ, ໂພຊະນາການທີ່ດີ ແລະ ຄວາມອົບອຸ່ນຈາກສັງຄົມ. ເດັກນ້ອຍໃນມື້ນີ້ ຄືຜູ້ທີ່ຈະກຳນົດທິດທາງຂອງປະເທດຊາດໃນມື້ອື່ນ, ແຕ່ຄຳຖາມຄື: “ພວກເຮົາໄດ້ມອບສິ່ງທີ່ດີທີ່ສຸດໃຫ້ພວກເຂົາແລ້ວຫຼືບໍ່?” ເບື້ອງຫຼັງຮອຍຍິ້ມ: ສິ່ງທ້າທາຍທີ່ເດັກນ້ອຍຍັງຕ້ອງປະເຊີນ ຈາກຂໍ້ມູນການສຳຫຼວດຫຼ້າສຸດພົບວ່າ, ເດັກນ້ອຍໃນເຂດຫ່າງໄກສອກຫຼີກຍັງຄົງປະເຊີນກັບຄວາມຫຍຸ້ງຍາກໃນຫຼາຍດ້ານ ບໍ່ວ່າຈະເປັນ ການເຂົ້າບໍ່ເຖິງການສຶກສາທີ່ມີຄຸນນະພາບ, ໂຮງຮຽນຫຼາຍແຫ່ງຍັງຂາດແຄນອຸປະກອນການຮຽນ-ການສອນທີ່ທັນສະໄໝ...

Continue reading

ຍຸກທອງຂອງ ປາຣີດ ຍິງຈຸດໂທດດັບຝັນ ອາເຊນອນ 4-3 ປ້ອງກັນແຊ໋ມ ຢູຟາ ແຊ໋ມປ້ຽນ ລີກ 2 ປີຊ້ອນຢ່າງຍິ່ງໃຫຍ່

​ພາບການສະເຫຼີມສະຫຼອງສຸດຍິ່ງໃຫຍ່ທີ່ນະຄອນຫຼວງບູດາເປດ ປະເທດຮັງກາຣີ (Budapest) ໄດ້ກາຍເປັນຄ່ຳຄືນແຫ່ງປະຫວັດສາດ ຫຼັງຈາກທີ່ ປາຣີດ ແຊງ-ແຊັກແມັງ (PSG) ຍອດທີມມະຫາອຳນາດແຫ່ງວົງການບານເຕະລີກອົງ ຝຣັ່ງ ສາມາດເອົາຊະນະໃນການດວນຈຸດໂທດກັບ ອາກເຊນອນ (Arsenal) ໄປໄດ້ 4-3 ປະຕູ ຫຼັງໃນເວລາ 120 ນາທີ ສະເໝີກັນ 1-1 ຄວ້າແຊ໋ມ ຢູຟາ ແຊ໋ມປ້ຽນ ລີກ (UEFA Champions League) ປະຈຳລະດູການ 2025-26 ມາຄອງໄດ້ຢ່າງສະຫງ່າງາມ! ​ຄວາມສຳເລັດໃນຄ່ຳຄືນນີ້ ບໍ່ໄດ້ເປັນພຽງແຕ່ການຍໍຂັນແຊ໋ມທຳມະດາໆ ເທົ່ານັ້ນ, ແຕ່ມັນຄືການປະກາດສັກດາ “ປ້ອງກັນແຊ໋ມ” ໄດ້ສຳເລັດ...

Continue reading

ມອບ-ຮັບຫ້ອງນ້ຳ, ນ້ຳບາດານ ແລະ ສະໂຕໂດ່ນ້ຳ ໃຫ້ 3 ໂຮງຮຽນ ຢູ່ເມືອງເຟືອງ ມູນຄ່າເກືອບ 19,000 ໂດລາ

​​ພາຍຫຼັງການກໍ່ສ້າງຫ້ອງນ້ຳ, ລະບົບນ້ຳບາດານ ແລະ ສະໂຕໂດ່ນ້ຳ ໄດ້ສຳເລັດເປັນທີ່ຮຽບຮ້ອຍ, ມາໃນວັນທີ 27 ພຶດສະພາ 2026 ຈຶ່ງໄດ້ຈັດພິທີມອບ-ຮັບສິ່ງອຳນວຍຄວາມສະດວກດັ່ງກ່າວຂຶ້ນຢ່າງເປັນທາງການ ທີ່ໂຮງຮຽນປະຖົມສົມບູນບ້ານປາກຮາງ ເມືອງເຟືອງ ແຂວງວຽງຈັນ, ​ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນເດເຊເຣັດ ແລະ ກ່າວຮັບໂດຍ ທ່ານ ວັນສຸກ ລາດວົງໄຊ ຜູ້ອຳນວຍການໂຮງຮຽນປະຖົມສົມບູນປາກຮາງ, ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຄຳຜາ ຫຼວງສາມາດ ຮອງເຈົ້າເມືອງເຟືອງ, ທ່ານ ຄຳຫຼ້າ ສີສຸວົງ ຫົວໜ້າພະແນກການຕ່າງປະເທດແຂວງ ແລະ ທ່ານ ບຸນມີ ກາຢົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເຟືອງ. ນອກນັ້ນ ຍັງມີນາຍບ້ານ,...

Continue reading

ລາວລີກ 2 ນະຄອນຫຼວງວຽງຈັນ ຈະລະເບີດຄວາມມັນອີກຄັ້ງຮອບ 4 ປີ

ເປັນທາງການແລ້ວ ການແຂ່ງຂັນກິລາບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ ຈະກັບມາແຂ່ງຂັນອີກຄັ້ງ ໃນຮອບ 4 ປີ. ຫຼ້າສຸດເມື່ອວັນທີ 28 ພຶດສະພາ 2026 ທີ່ສູນນກິລາ ໃນຮົ່ມລ້ານຊ້າງ ອິນດໍ ( ບ້ານດອນກອຍ ) ສະຫະພັນກິລາບານເຕະນະຄອນຫຼວງວຽງຈັນ (ສຕ.ນວ) ໄດ້ຈັດພິທີຖະແຫຼງຂ່າວຄວາມພ້ອມ ເປີດແຂ່ງຂັນກິລາບານເຕະ ລາວລີກ 2 ນະຄອນຫຼວງວຽງຈັນ 2026, ໃຫ້ກຽດເຂົ້າຮ່ວມມີ ທ່ານ ສິລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ປະທານທີ່ປຶກສາ ສຕ.ນວ, ທ່ານ ພັນທະຈິດ ອິນທິລາດ ປະທານ ສຕ.ນວ ພ້ອມດ້ວຍຄະນະບໍລິຫານງານ, ມີຕາງໜ້າຈາກ 6 ສະໂມສອນ ຮ່ວມ ລາວລີກ 2 ພ້ອມດ້ວຍບັນດາ, ຄູຝຶກ -ນັກກິລາ, ຜູ້ໃຫ້ການສະໜັບສະໜູນ ແລະ...

Continue reading

ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ເມື່ອວັນທີ 29 ພຶດສະພາ 2026 ທີ່ວິທະຍາໄລເຕັກນິກປາກປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ຄໍາມະນີ ຫຼວງອະໄພ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະ ສະຫາຍ ສາຄອນ ອຳຄາວົງ ເລຂາຊາວໜຸ່ມຮາກຖານ ວິທະຍາໄລເຕັກນິກປາກປ່າສັກ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ. ການຈັດງານໃນຄັ້ງນີ້,...

Continue reading

ສກມ ສີໂຄດຕະບອງ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຢ່າງຟົດຟື້ນ

ເມື່ອວັນທີ 29 ພຶດສະພາ 2026 ທີ່ໂຮງຮຽນ ອະນຸບານ-ປະຖົມພົມສຸວັນ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິ ວັນນະສຸກ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອຳນວຍການ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ ແຂກທີ່ຖືກເຊີນ ຈຳນວນ 526 ຄົນ, ຍິງ 328 ຄົນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ. ໃນພິທີດັ່ງກ່າວ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ...

Continue reading

ງານພົບປະອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສະຫຼອງສາຍພົວພັນ ລາວ-ຈີນ ຄົບຮອບ 65 ປີ

ໃນວັນທີ 27 ພຶດສະພາ 2026, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ໄດ້ຈັດງານພົບປະຢ່າງສຸດອົບອຸ່ນ ລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ກັບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25 ເມສາ 1961 – 25 ເມສາ 2026) ແລະ ປີມິດຕະພາບ ລາວ-ຈີນ ໃຫ້ກຽດເຂົ້າຮ່ວມໃນພິທີອັນກຽດນີ້ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67, ມີ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ...

Continue reading