ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025
03/06/2026

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ເມື່ອວັນທີ 29 ພຶດສະພາ 2026 ທີ່ວິທະຍາໄລເຕັກນິກປາກປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ສະຫາຍ ຄໍາມະນີ ຫຼວງອະໄພ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະ ສະຫາຍ ສາຄອນ ອຳຄາວົງ ເລຂາຊາວໜຸ່ມຮາກຖານ ວິທະຍາໄລເຕັກນິກປາກປ່າສັກ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ການຈັດງານໃນຄັ້ງນີ້, ກໍເພື່ອເປັນການຈັດຕັ້ງສະເຫຼີມສະຫຼອງສາມວັນປະຫວັດສາດຂອງຊາດ ແລະ ຂອງພັກ ປີ 2025 ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ (22/3/1955-22/3/2025); ວັນສະຖາປະນາ ສປປ ລາວ 50 ປີ (2/12/1975-2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ 105 ປີ (13/12/1920-13/12/2025) ແລະ ຂໍ່ານັບຮັບຕ້ອນ ແລະ ຊົມເຊີມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ.
ການແຂ່ງຂັນດັ່ງກ່າວ, ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ຜ່ານການແຂ່ງຂັນຜົນປະກົດວ່າ ການ ຖາມ-ຕອບວິທະຍາສາດ ຄັ້ງນີ້ ອັນດັບທີ 1 ໄດ້ແກ່ ທີມ ສາຂາຄອມພິວເຕີທຸລະກິດ, ອັນດັບທີ2 ສາຂາບໍລິຫານທຸລະກິດ ແລະ ອັນດັບທີ3 ທິມ ສາຂາບັນຊີ, ສໍາລັບສຳລັບປະເພດຂອງລາງວັນ ອັນດັບທີ 1 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 1 ລ້ານກີບ ແລະ ໃບຍ້ອງຍໍ; ອັນດັບທີ 2 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 7 ແສນກີບ ແລະ ໃບຍ້ອງຍໍ; ອັນດັບທີ 3 ໄດ້ຮັບຫຼຽນລາງວັນ, ທຶນການສຶກສາ 5 ແສນກີບ ແລະ ໃບຍ້ອງຍໍ. ນອກນັ້ນ, ຍັງມີລາງວັນຊົມເຊີຍ ແລະ ລາງວັນກອງເຊຍດີເດັ່ນອີກດ້ວຍ.
ພາບ-ຂ່າວ: ບົວລະພາ















