Skip to main content

ສກມ ສີໂຄດຕະບອງ ຈັດກິດຈະກຳສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຢ່າງຟົດຟື້ນ

03/06/2026
ເມື່ອວັນທີ 29 ພຶດສະພາ 2026 ທີ່ໂຮງຮຽນ ອະນຸບານ-ປະຖົມພົມສຸວັນ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິ ວັນນະສຸກ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງສີໂຄດຕະບອງ, ທ່ານ ຄຳສິງ ດວງດາລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຜູ້ອຳນວຍການ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ ແຂກທີ່ຖືກເຊີນ ຈຳນວນ 526 ຄົນ, ຍິງ 328 ຄົນ ເຂົ້າຮ່ວມດ້ວຍບັນຍາກາດຟົດຟື້ນ.
ໃນພິທີດັ່ງກ່າວ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນວ່າ: ວັນເດັກໃນແຕ່ລະປີ ແມ່ນເຫດການພິເສດໜຶ່ງທີ່ມີຄວາມໝາຍຄວາມສຳຄັນຕໍ່ເດັກຈຸດປະສົງແມ່ນແນໃສ່ຊຸກຍູ້ສົ່ງເສີ່ມ, ພັດທະນາ ແລະ ປົກປ້ອງເດັກໃນທົ່ວໂລກ, ຍ້ອນເຫັນໄດ້ຄວາມສຳຄັນຂອງເດັກ ທີ່ເປັນອະນາຄົດຂອງຊາດ, ເປັນເມັດພືດ, ເປັນໜໍ່ແໜງທຶນຮອນແຫ່ງຊີວິດໃນມື້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສຂອງປະເທດຊາດໃນມື້ໜ້າ, ບັນນດາປະຊາຊາດໃນທົ່ງໂລກ ຈຶ່ງໄດ້ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຕາມເງື່ອນໄຂ ແລະ ສະພາບບຕົວຈິງຂອງປະເທດຕົນ. ປັດຈຸບັນໃນທົ່ວໂລກ ກໍຄື ສປປ ລາວ ແມ່ນໄດ້ກຳນົດເອົາການສະເຫຼີມສະຫຼອງວັນເດັກ ມີ 03 ວັນນຄື: ວັນກເດັກສາກົນ (ວັນທີ 1 ມິຖຸນາ), ວັນເດັກຈັກກະວານ ຫຼື ວັນເດັກໂລກ (20 ພະຈິກ) ແລະ ວັນເດັກແຫ່ງຊາດ ຫຼື ວັນຄອບຄົວແຫ່ງຊາດ (ຕາມແຕ່ລະປະເທດກຳນົດ). ເລີ່ມເມື່ອປີ 1924 ກອງປະຊຸມສະມັດຊາໃຫຍ່ຂອງສັນນິບາດນາໆຊາດ, ໃນວັນທີ 16 ກັນຍາ 1924 ໄດ້ຮັບຮອງເອົາ ຖະແຫຼງການເຊີແນວ ກ່ຽວກັບສິດທິຂອງເດັກ ເປັນຄັ້ງທຳອິດ ຊຶ່ງໄດ້ປະກົດວ່າ ເດັກມີຄວາມຕ້ອງການໃນການປ້ອງກັນ ແລະ ດູແລເບິ່ງແຍ່ງເປັນພິເສດ ລວມທັງການນຊຸກຍູ້ສົ່ງເສີມ, ພັດທະນາ ແລະ ປົກປ້ອງທີ່ເໝາະສົມທາງດ້ານກົດໝາຍແກ່ເດັກກ່ອນເກີດ ແລະ ຫຼັງເກີດ ຍ້ອນວ່າເດັກ ຍັງບໍ່ທັນມີວຸດທິພາວະສົມບູນຄົບຖ້ວນນ ທາງດ້ານຮ່າງກາຍຍ ແລະ ຈິດໃຈ. ປີຕໍ່ມາກອງປະຊຸມໂລກຄັ້ງທຳອິດ ເພື່ອຄວາມເປັນຢູ່ທີ່ດີຂອງເດັກ ໄດ້ຖືກຈັດຂຶ້ນຢູ່ທີ່ເຊີແນວ, ປະເທດສະວິດເຊີແລນ ໃນວັນທີ 01 ມິຖຸນາ 1925, ກໍໄດ້ປະກາດເອົາວັນດ່ັງກ່າວເປັນວັນເດັກສາກົນ.
ມາຮອດເດືອນພະຈິກ 1949 ກອງປະຊຸມໃຫຍ່ສະຫະພັນແມ່ຍິງປະຊາທິປະ ໄຕສາກົນ, ທີ່ນະຄອນຫຼວງມົດສະກູ, ສະຫະພາບໂຊຫວຽດ ໄດ້ປະກາດເອົາ ວັນທີ 01 ມິຖຸນາ ເປັນວັນເດັກສາກົນອີກຄັ້ງໜຶ່ງ ຈຸດປະສົງແມ່ນເພື່ອຊຸກຍູ້, ສົ່ງເສີມ, ພັດທະນາ ແລະ ປົກປ້ອງເດັກ. ການສະເຫຼີມສະຫຼອງວັນເດັກສາກົນ ຈະມີການອອກບົດປາໄສ ກ່ຽວກັນສິດທິ, ຄວາມເປັນຢູ່ທີ່ດີຂອງເດັກ ແລະ ການດຳເນີນກິດຈະກຳຕ່າງໆເພື່ອເດັກ.
ສຳລັັບພິທີດັ່ງກ່າວ, ກໍໄດ້ມີການມອບຂອງຂັວນໃຫ້ກັບຫຼານນ້ອຍ 9 ເມືອງ ພ້ອມນັ້ນ, ບັນດາຄະນະປະທານ, ແຂກຖືກເຊີນ ແລະ ນ້ອງໆນັກຮຽນ ກໍໄດ້ປູກຕົ້ນໄມ້ຮ່ວມກັນ ຈຳນວນ 2 ຕົ້ນ. ຈາກນັ້ນ, ກໍ່ໄດ້ທ່ຽວຊົມກິດຈະກຳທີ່ຫຼາກຫຼາຍຂອງເດັກໃນງານອີກດ້ວຍ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ