ຮັບຮອງ ແລະ ປະກາດນຳໃຊ້ເວັບໄຊສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຢ່າງເປັນທາງການ
ໃນຕອນເຊົ້າວັນທີ 29 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມຮັບຮອງ ແລະ ປະກາດນຳໃຊ້ເວັບໄຊ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ປອ ວົງເພັດ ອຸດົມລິດ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຮອງອໍານວຍສູນ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານວິຊາການຈາກສູນພັດທະນາສື່ການຮຽນການສອນ, ສູນຄົ້ນຄວ້າພາສາລາວ, ສູນສົ່ງເສີມພາສາຕ່າງປະເທດ, ພະແນກບໍລິຫານ ແລະ ຫໍສະໝຸດ ຕະຫຼອດຮອດແຂກຖືກເຊີນຈາກພະແນກໂຄສະນາ-ຂ່າວສານ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ພະແນກເຕັກໂນໂລຊີດິຈິຕອນການສຶກສາ ແລະ ກິລາ, ກົມແຜນການ ແລະ ການເງິນ...








