Skip to main content

Author: Mitlandone Thepninhom

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຜົ້ງສາລີ ໄດ້ຮັບຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ

ໃນຕອນເຊົ້າວັນທີ 17 ພະຈິກ 2025 ຢູ່ທີ່ໂຮງຮຽນສາມັນກິນນອນຊົນເຜົາແຂວງຜົ້ງສາລີ ໄດ້ຈັດພິທີມອບຮັບເຄື່ອງຊ່ວຍເຫຼືອຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໂດຍໃຫ້ກຽດກ່າວມອບຂອງ ທ່ານ ບຸນສາລີ ຈິດດາພອນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ກ່າວຮັບຂອງ ທ່ານ ສະກຸນໄທ ແສງເດືອນ ຜູ້ອໍານວຍການໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ຕະຫຼອດຮອດຄູ-ອານຈານ ແລະ ນ້ອງນັກຮຽນຕາງໜ້າເຂົ້າຮ່ວມເປັນສັກຂີພະຍານ. ສໍາລັບເຄື່ອງທີ່ນໍາມາມອບໃນຄັ້ງນີ້ ເປັນເຄື່ອງທີ່ໄດ້ຮັບອຸປະຖໍາຈາກ ອົງການຢູນີເຊັບ (UNICEF) ຊຶ່ງປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກຄື: ຢາຖູແຂ້ວ, ແປງຖູແຂ້ວ, ສະບູກ້ອນ, ຖັງນໍ້າ (ຮ້ອນ-ເຢັນ), ຢາສະຜົມ, ເຈວລ້າງມື, ນໍ້າຢາລ້າງຈານ,...

Continue reading

ສກຂ ຜົ້ງສາລີ ສ້າງຄວາມເຂັ້ມແຂງໃຫ້ຜູ້ດູແລເດັກ ກ່ຽວກັບການນໍາໃຊ້ຄູ່ມືການສອນຜ່ານການຫຼິ້ນ

ໃນລະຫວ່າງ ວັນທີ 14-18 ພະຈິກ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ຜູ້ດູແລເດັກ ກ່ຽວກັບການນໍາໃຊ້ຄູມືການຮຽນ ການສອນຜ່ານການຫຼິ້ນເຂົ້າໃນການຈັດຕັ້ງກຸ່ມພັດທະນາເດັກໃນຊຸມຊົນສໍາລັບເປົ້າໝາຍ 2 ເມືອງຄື: ເມືອງຂວາ ແລະ ເມືອງສໍາພັນ ໂດຍໃຫ້ກຽດເຂົ້າຮ່ວເປັນປະທານຂອງ ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນຮຽງ ສີງວົງສາ ຫົວໜ້າພະແນກອະນຸບານສຶກສາ ພ້ອມດ້ວຍແຂກຂັ້ນກະຊວງ-ຂັ້ນແຂວງ ຕະຫຼອດຮອດພະນັກງານວິຊາການຂັ້ນເມືອງ ແລະ ຄູສອນ-ຜູ້ດູແລເດັກເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ທົບທວນຄືນພາບລວມຂອງການຈັດຕັ້ງປະຕິບັດກຸ່ມພັດທະນາເດັກໃນຊຸມຊົນ,...

Continue reading

ກະຕ້ໍຍິງ ຄວ້າເພີ່ມອີກ 2 ຫຼຽນຄຳ ໃຫ້ກະຊວງປ້ອງກັນປະເທດ “ນະຄອນຫຼວງວຽງຈັນ ເກມ 2025”

ໃນຕອນແລງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໂອແລມປາເຊຍ ໄດ້ມີພິທີມອບ-ຮັບຫຼຽນລາງວັນປະເພດກິລາກະຕໍ້ທີມຊຸດຄູ່ຍິງ-ຊາຍ ແລະ ທີມ 4 ຄົນຍິງ-ຊາຍ ໂດຍໃຫ້ເຂົ້າຮ່ວມ ແລະ ມອບຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ທ່ານ ພັນໂທ ສົມຈິດ ສຸລິວົງສັກ ຄະນະພັກກົມອົບຮົມກົມໃຫຍ່ເສນາທິການກອງທັບ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ປອ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະນຳ, ຄູຝຶກ ແລະ ນັກກິລາ ຢ່າງພ້ອມພຽງ. ການແຂ່ງຂັນກິລາກະຕໍ້ ລາຍການ...

Continue reading

ສະຫຼຸບຜົນງານແຂ່ງຂັນກິລາແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ພິທີສະຫຼຸບມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູເຝິກ ແລະ ນັກກິລາເຂົ້າຮ່ວມ. ສໍາລັບການມອບຫຼຽນລາງວັນຄັ້ງນີ້, ປະກອບມີລາຍການແຂ່ງຂັນແລ່ນ 10.000 ແມັດຍິງ, ແລ່ນ 200 ແມັດຍິງ-ຊາຍ, ແລ່ນວິບາກ 2000 ແມັດຍິງ, ລາຍການແລ່ນວິບາກ 3000 ແມັດຊາຍ ແລະ ລາຍການແລ່ນ 4×400 ແມັດຍິງ-ຊາຍ, ຜ່ານຜົນການແຂ່ງຂັນລາຍການ 10.000 ແມັດ(ຍິງ) ຄວ້າຫຼຽນຄໍາ...

Continue reading

ທັບນັກກິລາລົດຖີບເຈົ້າພາບ ປະເດີມສະໜາມ ງານກິລາແຫ່ງຊາດ ຄັ້ງທີ 12 ກວາດ 4 ຫຼຽນຄຳ

ທັບນັກກິລາລົດຖີບ ເຈົ້າພາບ ນະຄອນຫຼວງວຽງຈັນ ນຳໂດຍທ່ານ ສຸກສາຄອນ ໃສທິລາດ ປະທານສະຫະພັນລົດຖີບ ນະຄອນຫຼວງວຽງຈັນ ປະເດີມສະໜາມກວາດ 4 ຫຼຽນຄຳ ໃນການແຂ່ງຂັນກິລາລົດຖີບໄລຍະທາງໄກ ໄຄຣທິລຽມ ຈັບເວລາບຸກຄົນຊາຍ (Criterium) ປະເພດລົດກັວກ ແລະ ລົດວິບາກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ທີ່ໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 17 ພະຈິກ 2025 ທີ່ຖະໜົນທາງ 450 ປີ (ໜ້າສາງທະນາແລ້ງ) ເມືອງຫາດຊາຍຟອງ. ການແຂ່ງຂັນກິລາລົດຖີບ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ລະຫວ່າງວັນທີ 17-20 ພະຈິກ 2025 ມີການຊີງໄຊທັງໝົດ 9 ຫຼຽນຄຳ ແລະ ວານນີ້ (17 ພະຈິກ)...

Continue reading

ອອກເດີນທາງແລ້ວ ທັບນັກກິລາລາວ ຮ່ວມງານກິລານັກຮຽນອາຊຽນ ຄັ້ງທີ 14 ທີ່ບຣູໄນ

ໃນຕອນເຊົ້າວັນທີ 18 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ນັກຮຽນລາວ ຈຳນວນ 37 ທ່ານ ນຳໂດຍ ທ່ານ ຫຼອດສະຖິດ ສຸກຂະຜົນ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກເດີນທາງເປັນທີ່ຮຽບຮ້ອຍ ເພື່ອເຂົ້າຮ່ວມແຂ່ງຂັນງານກິລານັກຮຽນອາຊຽນ ຄັ້ງທີ 14 ລະຫວ່າງວັນທີ 20-28 ພະຈິກ 2025 ທີ່ປະເທດບຣູໄນ ດາລູຊາລາມ. ແນວໃດກໍຕາມ ຍັງມີຄະນະນຳ ອີກຈຳນວນໜຶ່ງ ແມ່ນຈະອອກເດີນທາງໃນມື້ອື່ນ (19 ພະຈິກ 2025) ເພື່ອເຂົ້າຮ່ວມພິທີເປີດໃນຕອນແລງວັນທີ 20 ພະຈິກ 2025 ສຳລັບ ສປປ ລາວ ແມ່ນສົ່ງ 4...

Continue reading

ສະຫຼອງ ຄົບຮອບ 50 ປີ “ການເຊື່ອມໂຍງ ແລະ ການພັດທະນາ ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ”

ໃນວັນທີ 15 ພະຈິກ 2025, ການນຳຂັ້ນສູງຂອງແຂວງສາລະວັນ ນຳພາໂດຍ ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ແລະ ທ່ານ ສຸນີ ນາມມະບົວລີ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ແລະ ທີມງານ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຄົບຮອບ 50 ປີ ຂອງການເຊື່ອມໂຍງ ແລະ ການພັດທະນາມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດານັງ ແລະ ການມອບ-ຮັບ ໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ທີ່ນະຄອນດານັງ ສສ...

Continue reading

ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ ສະໜັບສະໜູນເຄື່ອງນັກກິລາທີມຊາດລາວ ມູນຄ່າ 2 ແສນກວ່າໂດລາ

ບໍລິສັດ ຫຸ້ນສ່ວນ ໂດເນັກ ກຣຸບ (Donex Group) ໃຫ້ການສະໜັບສະໜູນເຄື່ອງນຸ່ງຊຸດກິລາ ໃຫ້ແກ່ຄະນະນັກກິລາທີມຊາດລາວ ຢ່າງເປັນທາງການ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນກິລາລະດັບພາກພື້ນ ແລະ ສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ລວມມູນຄ່າ 250,000 ໂດລາສະຫະລັດ. ພິທີເຊັນສັນຍາຮ່ວມມືຄັ້ງນີ້ ຈັດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ຊຶ່ງມີສອງວາລະ ໂດຍວາລະທຳອິດແມ່ນການລົງນາມລະຫວ່າງ ທ່ານ ແສງພອນ ພົນອາມາດ...

Continue reading