ສສກ-ສໍານັກພິມສຶກສາຫວຽດນາມ ປຶກສາຫາລືການຮ່ວມມືດ້ານວຽກງານການພິມ
ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສໍານັກພິມສຶກສາຫວຽດນາມ ປຶກສາຫາລືການຮ່ວມມືດ້ານວຽກງານການພິມ ເພື່ອຮັດແໜ້ນສາຍພົວພັນການຮ່ວມມືລະຫວ່າງສອງຝ່າຍໃຫ້ແໜ້ນແຟ້ນ ພ້ອມທັງເສີມຂະຫຍາຍວຽກງານດັ່ງກ່າວໃຫ້ນັບມື້ດີຂຶ້ນ.
ເມື່ອວັນທີ 10 ມີນາ 2026 ທີ່ສໍານັກກະຊວງສຶກສາທິການ ແລະ ກິລາ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ຟາມວັນຖັງ ປະທານສະພາບໍລິຫານ ສໍານັກພິມສຶກສາຫວຽດນາມ ພ້ອມດ້ວຍຄະນະ, ມີວ່າການຜູ້ອໍານວຍການສໍານັກພິມສຶກສາ ແລະ ກິລາ, ຄະນະລັດວິສະຫະກິດ ໂຮງພິມສຶກສາ ແລະ ລັດວິສະຫະກິດ ອຸປະກອນການສຶກສາ ແລະ...








