Skip to main content

ໄຊຍະບູລີ ສຳເລັດການສອບເສັງນັກຮຽນເກັ່ງສາຍສາມັນສຶກສາລະດັບແຂວງ ປະຈໍາສົກຮຽນ 2025-2026

10/03/2026
ແຂວງໄຊຍະບູລີ ສໍາເລັດການສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາລະດັບແຂວງ ປະຈໍາສົກຮຽນ 2025 -2026 ຊຶ່ງດໍາເນີນມາແຕ່ວັນທີ 2 ມີນາ 2026 ແລະ ສໍາເລັດໃນຕອນເຊົ້າວັນທີ 4 ມີນາ 2026 ທີ່ສະໂມສອນໃຫຍ່ພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມຂອງທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງແຂວງ, ສູນ, ແຂກທີ່ຖືກເຊີນ, ຄູ-ອາຈານ ພ້ອມດ້ວຍນັກຮຽນເກັ່ງ ເຂົ້າຮ່ວມ 300 ກວ່າຄົນ.
ການສອບເສັງແຂ່ງຂັນນັກຮຽນເກັ່ງ ລະດັບແຂວງໃນຄັ້ງນີ້ ລ້ວນແຕ່ແມ່ນນັກຮຽນເກັ່ງ ທີ່ຜ່ານການສອບເສັ່ງຄັດເລືອກໃນລະດັບໂຮງຮຽນ, ລະດັບກຸ່ມໂຮງຮຽນ, ລະດັບເມືອງ ແລະ 1 ຫ້ອງພອນສະຫວັນ ມີນັກສອບເສັງທັງໝົດ 170 ນ້ອງ, ຍິງ 117 ນ້ອງ ໃນນີ້ ມີສໍາມະເນນ 1 ອົງ ແບ່ງອອກເປັນ 3 ຊັ້ນຮຽນ ປະກອບມີ ຊັ້ນປະຖົມສຶກສາ (ປ.5) ມີ 3 ວິຊາສອບເສັງ ຄື: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ມີນັກສອບເສັງ 66 ນ້ອງ, ຍິງ 46 ນ້ອງ ມາຈາກໂຮງຮຽນເອກະຊົນ 3 ນ້ອງ; ຊັ້ນມັດທະຍົມສຶກສາ ຕອນຕົ້ນ (ມ.4 ) ມີ 4 ວິຊາສອບເສັງຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ມີນັກສອບເສັງ 48 ນ້ອງ, ຍິງ 34 ນ້ອງ, ຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ມີ 4 ວິຊາສອບເສັງຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ມີນັກສອບເສັງ 56 ນ້ອງ, ຍິງ 37 ນ້ອງ ມີສໍາມະເນນ 1 ອົງ; ມີການແຂ່ງຂັນຖາມ-ຕອບ ຄວາມຮູ້ວິທະຍາສາດ ເຊີ່ງຜົນການແຂ່ງຂັນມີດັ່ງນີ້: ຖາມຕອບ-ຄວາມຮູ້ວິທະຍາສາດ ຊັ້ນປະຖົມສຶກສາ ອັນດັບທີ 1 ເມືອງເງິນ, ອັນດັບທີ 2 ເມືອງແກ່ນທ້າວ, ອັນດັບທີ 3 ເມືອງທົ່ງມີໄຊ. ການສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນປະຖົມສຶກສາ (ປ.5) ວິຊາພາສາລາວ-ວັນະຄະດີ ອັນດັບທີ 1 ນາງ ໄອລິຢາ ເພຍປະຫລັດ ໂຮງຮຽນປະຖົມ ບ້ານແດດ ເມືອງທົ່ງມີໄຊ, ອັນດັບທີ 2 ນາງ ບິວຕີ້ ວົງປະເສີດ ໂຮງຮຽນປະຖົມ ສຸດທີຮັກ ເມືອງຫົງສາ, ອັນດັບທີ 3 ນາງ ໄມ່ຊົງ ທໍ່ ໂຮງຮຽນປະຖົມ ຂັວນນະຄອນ ເມືອງໄຊຍະບູລີ; ວິຊາຄະນິດສາດ ອັນດັບທີ 1 ທ້າວ ໄຊສະຫວັນສຸກ ພິລະບູນ ໂຮງຮຽນປະຖົມໄຊຍະບູລີ ເມືອງໄຊຍະບູລີ, ອັນດັບທີ 2 ນາງ ຈະຈ໋າ ອິນສຸພາ ໂຮງ ຮຽນປະຖົມສະຖານ ເມືອງຄອບ, ອັນດັບທີ 3 ນາງ ເກດສຸດາ ພວງພັກດີ ໂຮງຮຽນປະຖົມ ແສງສະຫວ່າງ ເມືອງປາກລາຍ; ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ອັນດັບທີ 1 ທ້າວ ພຸດທິໄຊ ບຸນພັກດີ ໂຮງຮຽນປະຖົມນະພັດສອນ ເມືອງ ແກ່ນທ້າວ, ອັນດັບທີ 2 ນາງ ນໍ້າເພັດ ຈັນສະຫວ່າງ ໂຮງຮຽປະຖົມຕາກແດດ ເມືອງປາກລາຍ, ອັນດັບທີ 3 ນາງ ມາລາກຸນ ມະນີໄຊ ໂຮງຮຽນປະຖົມສະຖານ ເມືອງຄອບ.
ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ວິຊາ ພາສາລາວ-ວັນນະຄະດີ ອັນດັບ 1 ນາງ ສຸນິຕາ ປັນຍາແກ້ວ ໂຮງຮຽນ ມສ ໄຊຍະບູລີ ເມືອງໄຊຍະບູລີ, ອັນດັບທີ 2 ນາງ ອາລີນ່າ ສຸດທິໂວຫານ ໂຮງຮຽນ ມສ ຫົງສາ ເມືອງຫົງສາ, ອັນດັບທີ 3 ນາງ ທິບພາພອນ ເຊັງຈາ ໂຮງຮຽນ ມສ ເອກະພາບ ເມືອງໄຊຍະບູລີ; ວິຊາ ເຄມີສາດ ອັນດັບທີ 1 ທ້າວ ອາມອດ ຈິດທະວົງສາ ໂຮງຮຽນ ມສ ທົ່ງມີໄຊ ເມືອງທົງມີໄຊ, ອັນດັບທີ 2 ນາງ ວົງສະຫວັນ ໄຊຍະສິດ ໂຮງຮຽນ ມສ ນາຫຼາ ເມືອງໄຊຍະບູລີ, ອັນດັບທີ 3 ນາງ ມີນາ ຊົງ ໂຮງຮຽນ ມສ ນາປຸ່ງ ເມືອງຫົງສາ; ວິຊາ ຟີຊິກສາດ ອັນດັບທີ 1 ນາງ ມົນລິສາ ປັນຍາທອງ ໂຮງຮຽນ ມສ ພັດທະນາ ເມືອງໄຊຍະບູລີ, ອັນດັບທີ 2 ນາງລິນດາ ພົມສະຖານ ໂຮງຮຽນ ມສ ເມືອງຄອບ ເມືອງຄອບ, ອັນດັບທີ 3 ທ້າວ ອານຸລັກ ຈັນທະລັງກາ ໂຮງຮຽນ ມສ ເມືອງ ເມືອງເງິນ; ວິຊາ ຄະນິດສາດ ອັນດັບທີ 1 ທ້າວ ເຢີ ຈະ ໂຮງຮຽນ ມສ ນາມໍ້ ເມືອງພຽງ, ອັນດັບທີ 2 ນາງ ພອນນະພາ ແກ້ວບົວໂຮມ ໂຮງຮຽນ ມສ ໄຊຍະບູລີ ເມືອງໄຊຍະບູລີ, ອັນດັບທີ 3 ທ້າວ ພອນປະເສີດ ພູນສະຫວັດ ໂຮງຮຽນ ມສ ເອກະພາບ ເມືອໄຊຍະບູລີ.
ຊັ້ນມັດທະຍົມສຶກສາ ຕອນປາຍ (ມ.7) ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ທິດາລັກ ເພັດໂຍທິນ ໂຮງຮຽນ ມສ ຫົງສາ ເມືອງຫົງສາ, ອັນດັບທີ 2 ນາງ ລັດດາ ຕາມອງ ໂຮງຮຽນ ມສ ນາແວນ ເມືອງພຽງ, ອັນດັບທີ 3 ນາງ ມະນີຈັນ ຄຳພັນເພັງ ໂຮງຮຽນ ມສ ໄຊຍະບູລີ ເມືອງໄຊຍະລູລີ. ວິຊາ ຄະນິດສາດ ອັນດັບທີ 1 ທ້າວ ອານຸວົງ ລີ ໂຮງຮຽນ ມສ ມິດປະຊາ ເມືອງພຽງ, ອັນດັບທີ 2 ນາງ ເວທິຕາ ທອງສະໄໝ ໂຮງຮຽນ ມສ ຊຽງຮ່ອນ ເມືອງຊຽງຮ່ອນ, ອັນດັບທີ 3 ທ້າວ ຄຳພຸດ ຊົງ ໂຮງຮຽນ ມສ ໄຊຍະບູລີ ເມືອງໄຊຍະບູລີ. ວິຊາ ຟີຊິກສາດ ອັນດັບທີ 1 ນາງ ກຸ້ງ ພອນສະຫວັນ ໂຮງຮຽນ ມສ ສົງໄຊຍະບູລີ ເມືອງໄຊຍະບູລີ, ອັນດັບທີ 2 ທ້າວ ອາໂຟ ດວງດາລາ ໂຮງຮຽນ ມສ ຫົງສາ ເມືອງຫົງສາ, ອັນດັບທີ 3 ທ້າວ ພອນສະນະ ສິງງາມ ໂຮງຮຽນ ມສ ໄຊຍະບູລີ ເມືອງໄຊຍະບູລີ. ວິຊາເຄມີສາດ ອັນດັບທີ 1 ທ້າວ ໄອເດຍ ໂສດາລັກ ໂຮງຮຽນ ມສ ນາຕານ ເມືອງພຽງ, ອັນດັບທີ 2 ນາງ ນີນາ ບຸນລັກ ໂຮງຮຽນ ມສ ເມືອງ ເມືອງເງິນ, ອັນດັບທີ 3 ທ້າວ ເຊິນຫຼົງ ທ່າວ ໂຮງຮຽນ ມສ ໄຊຍະບູລີ ເມືອງເງິນ.
ສຳລັບນັກຮຽນເກັ່ງຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຜູ້ທີໄດ້ ອັນດັບທີ 1 ແລະ ທີ 2 ຂອງແຕ່ລະວິຊາ ແມ່ນຈະໄດ້ເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງໃນລະດັບຊາດໃນໄວໄວນີ້. ໃນພິທີດັ່ງກ່າວ ທ່ານ ອາເມ ຊົງເຍ້ຽເລັ່ງ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ບັນດາທ່ານເຂົ້າຮ່ວມພິທີໄດ້ຜັດປ່ຽນກັນຂຶ້ນມອບຂອງຂວັນລາງວັນ ແລະ ຕອນທ້າຍ ເພິ່ນຍັງໄດ້ໂອ້ລົມໃຫ້ຂັວນກຳລັງໃຈ ແກ່ນ້ອງນັກຮຽນ ແລະ ຄູອາຈານ ເອົາໃຈໃສ່ສຶບຕໍ່ບໍາລຸງນັກຮຽນໃຫ້ເກັ່ງ , ສ່ວນນັກຮຽນແມ່ນໃຫ້ຄົ້ນຄວ້າຮໍ່າຮຽນຫຼາຍຮູບແບບ ເປັນການເພີ່ມຄວາມຮູ້ໃຫ້ຕົນເອງ ເພື່ອຍາດໃຫ້ໄດ້ອັນດັບທີ່ດີກັບມາສູ່ແຂວງໄຊຍະບູລີ.
ພາບ-ຂ່າວ: ສກຂ ໄຊຍະບູລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ