Skip to main content

Author: Mitlandone Thepninhom

ສໍາເລັດກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 5 ມີນາ 2026, ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ. ກອງປະຊຸມ ໄດ້ຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງຈະກາຍເປັນໂຄງການເຮັດວຽກຕະຫລອດສະໄໝ ຂອງຄະນະບໍລິຫານງານສູນກາງພັກໃນ 5 ປີ ຕໍ່ໜ້າ, ທັງເປັນບ່ອນອີງໃນການສ້າງແຜນປະຕິບັດງານ, ແຜນວຽກຈຸດສຸມ...

Continue reading

ຄຊປປລ ສສກ ຈັດກິດຈະກໍາ ຖາມ-ຕອບວິທະຍາສາດ ໂຄສະນາປູກຈິດສໍານຶກແກ່ຊາວໜຸ່ມ ໄວໜຸ່ມ ນັກຮຽນ-ນັກສຶກສາ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ເມື່ອວັນທີ 4 ມີນາ 2026 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ຕານມີໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງຊາວໜຸ່ມ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນ ມສ ຕານມີໄຊ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະຮັບຜິດຊອບຈັດກິດຈະກໍາ ສສກ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ...

Continue reading

ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຜູ້ບໍລິຫານການສຶກສາແຂວງສາລະວັນ ເອົາໃຈໃສ່ຫຼາຍບັນຫາ ຍົກສູງຄຸນນະພາບການສຶກສາໃຫ້ມີການຫັນປ່ຽນຢ່າງແຂງແຮງ

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສືກສາ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໃນວັນທີ 2 ມີນາ 2026, ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ, ອຳນວຍການສູນ, ໂຮງຮຽນອ້ອມຂ້າງ, ຜູ້ບໍລິຫານການສືກສາ, ພະນັກງານຄູອາຈານເຂົ້າຮ່ວມ. ໃນພິທີ, ທ່ານ ສຸນີ ນາມມະບົວລີ ໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ຢູ່ແຂວງສາລະວັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານຕັ້ງໜ້າ...

Continue reading

ກົມຄຸ້ມຄອງວິທະຍາສາດ ເຜີຍແຜ່ວຽກງານການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ” ໃນວັນທີ 4 ມີນາ 2026 ທີ່ຫ້ອງປະຊຸມສະໂມສອນ (ຊັ້ນ2) ມະຫາວິທະຍາໄລແຫ່ງຊາດ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ, ຄ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນຈາກກະຊວງອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວ, ແມ່ນຈັດຂຶ້ນ ເພື່ອເປັນການເຜີຍແຜ່ຂໍ້ມູນນິຕິກຳ...

Continue reading

ຖອດຖອນບົດຮຽນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ປີ 2026

ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າວິທະຍາສາດ ປະຈຳປີ 2026 ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂຶ້ນເມື່ອວັນທີ 6 ມີນາ 2026 ທີ່ຫ້ອງປະຊຸມ ວິທະຍາໄລເຕັກນິກການ ລົດໄຟ (ຫຼັກ 16) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ສູນ, ນັກຄົ້ຄວ້າວິທະຍາສາດ, ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ຕະຫຼອດຮອດພະນັກງານ ແລະ...

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີການຮ່ວມມືເພື່ອກຳນົດຍຸດທະສາດການສອນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການສຶກສາຂັ້ນຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ເລີ່ມຕົ້ນການຄົ້ນຄວ້າວິໄຈປີທີສາມ ເພື່ອລະບຸການປະຕິບັດ ທີ່ເສີມສ້າງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ຜ່ານການສຶກສາຄົ້ນຄວ້າການຮຽນການສອນແບບຮຽນຮ່ວມ. ໃນເດືອນກຸມພາ ແລະ ມີນາ 2026 ນີ້ ທີມງານນັກເກັບກຳຂໍ້ມູນ 21 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ວິທະຍາໄລຄູ (ວຄ) ພ້ອມດ້ວຍພະນັກງານ 33 ທ່ານ ຈາກພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ)...

Continue reading

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ສສກ ສ້າງຂະບວນການແຂ່ງຂັນກິລາເປຕັງ ສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຢ່າງຟົດຟື້ນ

ນັກສຶກສາທິດດີການເມືອງຂັ້ນຕົ້ນ ລະບົບ 3 ເດືອນ ຊຸດທີ III ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃນວັນທີ 3 ມີນາ 2026 ທີ່ສະໜາມກິລາເປຕັງແຫ່ງຊາດ (ດົງໂດກ), ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ທັງເປັນປະທານສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ໄພວັນ ແທ່ງຄຳ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງປະທານສະຫະພັນແມ່ຍິງ ກະຊວງ ສສກ, ທ່ານ ນາງ ເພັດສະໝອນ ແກ້ວໂສພາ...

Continue reading

ແຂ່ງຂັນບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ອົງຄະນະພັກ ສສກ ຢ່າງຄຶກຄື້ນ

ກົມຄຸ້ມຄອງວິທະຍາສາດ ຮ່ວມກັບ ກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ. ການແຂ່ງຂັນກິລາບານເຕະຍິງ-ຊາຍ ຄັ້ງນີ້ ຈັດຂຶ້ນ ໃນວັນທີ 27 ກຸມພາ...

Continue reading