Skip to main content

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີການຮ່ວມມືເພື່ອກຳນົດຍຸດທະສາດການສອນ

10/03/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນການສຶກສາຂັ້ນຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ), ໄດ້ເລີ່ມຕົ້ນການຄົ້ນຄວ້າວິໄຈປີທີສາມ ເພື່ອລະບຸການປະຕິບັດ ທີ່ເສີມສ້າງຄວາມຮູ້ສຶກຜູກພັນຂອງນັກຮຽນກັບໂຮງຮຽນ ຜ່ານການສຶກສາຄົ້ນຄວ້າການຮຽນການສອນແບບຮຽນຮ່ວມ. ໃນເດືອນກຸມພາ ແລະ ມີນາ 2026 ນີ້ ທີມງານນັກເກັບກຳຂໍ້ມູນ 21 ທ່ານ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ວິທະຍາໄລຄູ (ວຄ) ພ້ອມດ້ວຍພະນັກງານ 33 ທ່ານ ຈາກພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ຈະເດີນທາງໄປໂຮງຮຽນປະຖົມເພື່ອເກັບກຳຂໍ້ມູນດ້ານຄຸນນະພາບ.
ທ່ານ ເພັດມະນີ ສີລັດມີນາ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ກົມສ້າງຄູ ໄດ້ນຳພາການຄັດເລືອກໂຮງຮຽນ ແລະ ການອອກແບບກິດຈະກຳການສຶກສາຄົ້ນຄວ້າພາກສະໜາມ ເພື່ອຮັບປະກັນດ້ານຫຼັກຖານທີ່ສາມາດປຽບທຽບໄດ້ ແລະ ການສັງເກດການແຕ່ລະໄລຍະ. ການສຶກສານີ້ ໄດ້ຕິດຕາມຄວາມຄືບໜ້າຂອງນັກຮຽນໃນແຕ່ລະປີ ຍ້ອນວ່າຄູຂອງເຂົາເຈົ້າໄດ້ເຂົ້າຮ່ວມໃນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງເປັນປະຈຳ. ເມື່ອວຽກງານພາກສະໜາມສຳເລັດ ແລະ ຂໍ້ມູນໄດ້ຮັບການວິເຄາະແລ້ວ, ພວກເຮົາຄາດວ່າຈະສາມາດລະບຸວິທີການຮຽນແບບປະຕິບັດໄດ້ໃນຫ້ອງຮຽນ ເຊິ່ງຈະຊ່ວຍຫຼຸດອຸປະສັກຕໍ່ການມີສ່ວນຮ່ວມ ແລະ ການຮຽນຮູ້ ແລະ ນຳໃຊ້ຄວາມເຂົ້າໃຈເຫຼົ່ານັ້ນ ເພື່ອສົ່ງເສີມການສະໜັບສະໜູນຄູ.”
ທ່ານ ໄມໂຄ ຄາຣີ ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວໃຫ້ຮູ້ວ່າ: “ໂດຍຮັບຮູ້ເຖິງຄວາມສຳຄັນທີ່ກະຊວງສຶກສາທິການ ແລະ ກິລາ ຕໍ່ການສົ່ງເສີມການສຶກສາຮຽນຮ່ວມ, ລັດຖະບານອົດສະຕຣາລີ ມີຄວາມພູມໃຈທີ່ໄດ້ຮ່ວມມືກັບ ສສກ ໃນການສຶກສາຄົ້ນຄວ້າໄລຍະຍາວນີ້. ປີທີສາມແມ່ນຂັ້ນຕອນທີ່ສຳຄັນສຳລັບການລວມການຮຽນຮູ້ກ່ຽວກັບວິທີທີ່ທັດສະນະຄະຕິ ແລະ ພຶດຕິກຳຂອງນັກຮຽນໄດ້ປ່ຽນແປງນັບຕັ້ງແຕ່ປີທຳອິດ ແລະ ເຂົ້າໃຈວ່າ ການປ່ຽນແປງເຫຼົ່ານັ້ນສົ່ງຜົນຕໍ່ຄວາມຮູ້ສຶກຜູກພັນຂອງນັກຮຽນໃນໂຮງຮຽນ ແລະ ຜົນການຮຽນ. ການສຶກສາຈະກຳນົດວິທີການປະຕິບັດໃນຫ້ອງຮຽນ ແລະ ກົນໄກການສະໜັບສະໜູນຂອງໂຮງຮຽນ ທີ່ຊ່ວຍໃຫ້ເດັກຜູ້ທີ່ບໍ່ເວົ້າພາສາລາວເປັນພາສາຫຼັກຢູ່ເຮືອນ, ຜູ້ທີ່ມີຄວາມພິການ ຫຼື ບໍ່ສາມາດເຂົ້າຮຽນເປັນປະຈຳ, ໃຫ້ສາມາດເຂົ້າຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນໄດ້.”
ໃນປີ 2024, ການສຶກສາຄົ້ນຄວ້າໄລຍະຍາວ ເປັນເວລາສາມປີນີ້ ໄດ້ຈັດຕັ້ງໃນ 30 ເມືອງເປົ້າໝາຍຢູ່ໃນ 7 ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ການສຶກສາຄົ້ນຄວ້ານີ້ ລວມມີ: ການເກັບກຳຂໍ້ມູນກໍລະນີສຶກສາດ້ານຄຸນນະພາບ ທຸກປີ ໃນ 21 ໂຮງຮຽນດ້ວຍການປະເມີນທັກສະພາສາລາວນັກຮຽນຊັ້ນປະຖົມ (EGLA) ໃນ 120 ໂຮງຮຽນ. ແຜນງານບີຄວາ ແມ່ນແຜນງານທີ່ນຳພາໂດຍ ລັດຖະບານລາວ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຮາລີ ແລະ ລັດຖະບານສະຫະລັດອາເມລິກາ. ແຜນງານແມ່ນມີເປົ້າໝາຍສົ່ງເສີມຜົນການຮຽນຂອງນັກຮຽນຜູ້ໜຸ່ມນ້ອຍໃນປະເທດ, ໂດຍສະເພາະແມ່ນ ເດັກທີ່ດ້ອຍໂອກາດ. ແຜນງານບີຄວາຍັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສຶກສາຮຽນຮ່ວມໃນທຸກໆກິດຈະກຳ.
ພາບ-ຂ່າວ: ແຜນງານບີຄວາສສກ ຮ່ວມກັບລັດຖະບານອົດສະຕຣາລີ ເພີ່ມທະວີການຮ່ວມມືເພື່ອກຳນົດຍຸດທະສາດການສອນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ