Skip to main content

ຖອດຖອນບົດຮຽນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດ ປີ 2026

10/03/2026
ກອງປະຊຸມຖອດຖອນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າວິທະຍາສາດ ປະຈຳປີ 2026 ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດຂຶ້ນເມື່ອວັນທີ 6 ມີນາ 2026 ທີ່ຫ້ອງປະຊຸມ ວິທະຍາໄລເຕັກນິກການ ລົດໄຟ (ຫຼັກ 16) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ສູນ, ນັກຄົ້ຄວ້າວິທະຍາສາດ, ຕາງໜ້າຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈຳປາສັກ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລສຸພານຸວົງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ເພື່ອສູມໃສ່ທົບທວນຄືນວຽກງານຜ່ານມາ ພ້ອມທັງແກ້ໄຂບັນຫາສິ່ງທ້າທາຍ ແລະ ຄົງຄ້າງຕ່າງໆພ້ອມກັນແລກປ່ຽນຄໍາຄິດຄໍາເຫັນ ແລະ ຜົນງານການຄົ້ນຄວ້າຕ່າງໆດ້ານວິທະຍາສາດ, ສຳລັບວຽກຄົ້ນຄວ້າວິທະຍາສາດ ເປັນວຽກໜຶ່ງທີ່ມີຄວາມສໍາຄັນຫຼາຍ ແລະ ໃຊ້ເວລາສົມຄວນໃນການວິໄຈຄົ້ນຄິດສິ່ງໃໝ່ໆ ມັນໄດ້ຮຽກຮ້ອງເຖິງຄວາມເສຍລະຫຼະອັນຍິ່ງໃຫຍ່ຂອງບັນດາທ່ານ ຊຶ່ງສະແດງອອກໃນການເອົາໃຈໃສ່ວຽກງານການຄົ້ນຄວ້າໂດຍການທຸ້ມເທສະຕິປັນຍາອັນສູງ ແລະ ຂໍຍ້ອງຍໍຊົມເຊີຍ ມາຍັງຄະນະນໍາ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນ ຕະຫຼອດຮອດຜູ້ໃຫ້ການສະໜັບສະໜູນ (ບຸກຄົນ, ນິຕິບຸກຄົນ, ສັງຄົມ ແລະ ການຈັດຕັ້ງພັກ-ລັດ) ທີ່ໄດ້ສະຫຼະເວລາ, ເຫື່ອແຮງ, ສະຕິປັນຍາ, ທຶນຮອນ ເຂົ້າໃນວຽກງານການຄົ້ນຄວ້າວິທະຍາສາດ. ດັ່ງນັ້ນ, ເພື່ອໃຫ້ວຽກງານການຄົ້ນຄວ້າວິທະຍາສາດ ໄດ້ຮັບໝາກຜົນສໍາເລັດ ຂໍໃຫ້ບັນດາຄະນະນໍາ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນ ໄດ້ນໍາເອົາໄປຄົ້ນຄິດພິຈາລະນາ ແລະ ນໍາໄປ ຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ ວຽກງານການຄົ້ນຄວ້າວິໄຈ ດ້ານວິທະຍາສາດ ປະສົບຜົນສໍາເລັດຕາມຄາດໝາຍ ຄື: ວຽກງານວິທະຍາສາດແມ່ນມີຄວາມສໍາຄັນ ແລະ ຕິດພັນກັບທຸກຂະແໜງການ ສະນັ້ນຈົ່ງມີສະຕິຮ່ວມກັນຄົ້ນຄວ້າປະດິດຄິດສ້າງສິ່ງໃໝ່ ແລະ ຕ້ອງມີຈັນຍາບັນ – ຈັນຍາທໍາຕໍ່ອາຊີບນັກຄົ້ນຄວ້າຢ່າງເຂັ້ມງວດ; ໃຫ້ບັນດາສະຫາຍຈົ່ງຮັບຮູ້ວ່າ ພວກທ່ານແມ່ນນັກຄົ້ນຄວ້າ ຜູ້ຄິດຄົ້ນນະວັດຕະກຳມາໃຫ້ປະເທດຊາດ. ສະນັ້ນ, ຈົ່ງສຸມໃສ່ຄົ້ນຄວ້າວິທະຍາສາດໃຫ້ມີສິ່ງໃໝ່ໆພົ້ນເດັ່ນຫລາຍຂຶ້ນ ແລະ ໃຫ້ເປັນທີ່ປະຈັກຕາ ທັງເປັນທີ່ຍອມຮັບທັງພາຍໃນ ແລະ ສາກົນ; ໃຫ້ບັນດາຄະນະນໍາທຸກຂັ້ນໃນສະບັນການສຶກສາ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ຊຸກຍູ້ ແລະ ລະດົມແນວຄິດ ສ້າງນັກຮຽນນັກສຶກສາ ເພື່ອໃຫ້ກາຍເປັນນັກວິທະຍາສາດທີ່ມີແນວຄິດຮັກຊາດ ຮັກການຄົ້ນຄວ້າ ແລະ ກາຍເປັນນັກວິທະຍາສາດໜຸ່ມນ້ອຍ ທີ່ຫ້າວຫັນ, ມີນໍ້າໃຈເສຍສະຫຼະ, ມີຄວາມສາມັກຄີ, ມິດຕະພາບ ແລະ ມີຫົວຄິດປະດິດສ້າງອັນທັນສະໄໝ; ໃຫ້ພະຍາຍາມນໍາໃຊ້ວິທະຍາສາດ ເຂົ້າຮັບໃຊ້ເຂົ້າວຽກງານຕົວຈິງໃນການດໍາລົງຊີວິດຂອງປະຊາຊົນກໍ່ຄືການພັດທະນາເສດຖະກິດ ແລະ ສັງຄົມ ຢ່າງເປັນຮູບປະທຳ; ໃຫ້ບັນດານັກຄົ້ນຄວ້າ ແລະ ການນໍາ ຂອງກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ ໃນການຈັດສັນປັນແບ່ງງົບປະມານຂອງການລົງທຶນ ຂອງລັດຖະບານ ມານໍາໃຊ້ ເຂົ້າວຽກງານການຄົ້ນຄວ້າວິທະຍາສາດໃຫ້ເກີດປະໂຫຍດສູງສຸດ.
ສໍາລັບກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງກອງທຶນ ປີ 2025 ແລະ ແຜນການເຄື່ອນໄຫວກອງທຶນປີ 2026; ວິໃສທັດ ແລະ ຍຸດທະສາການພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ປະກອບຄໍາຄິດເຫັນແລກປ່ຽນຈາກການຖອດຖອນບົດຮຽນວຽກງານການຄົ້ນຄວ້າວິທະຍາສາດໄລຍະຜ່ານມາ ແລະ ແນວທາງການຄົ້ນຄວ້າໃນຕໍ່ໜ້າຈາກແຕ່ລະພາກສ່ວນ ເພື່ອເຮັດໃຫ້ວຽກງານໄດ້ຮັບການພັດທະນາ ແລະ ພົ້ນເດັ່ນຂຶ້ນກວ່າເກົ່າ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ