ຮອງລັດຖະມົນຕີ ສສກ ເນັ້ນໃຫ້ຜູ້ບໍລິຫານການສຶກສາແຂວງສາລະວັນ ເອົາໃຈໃສ່ຫຼາຍບັນຫາ ຍົກສູງຄຸນນະພາບການສຶກສາໃຫ້ມີການຫັນປ່ຽນຢ່າງແຂງແຮງ
10/03/2026

ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສືກສາ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໃນວັນທີ 2 ມີນາ 2026, ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການສືກສາທິການ ແລະ ກິລາເມືອງ, ອຳນວຍການສູນ, ໂຮງຮຽນອ້ອມຂ້າງ, ຜູ້ບໍລິຫານການສືກສາ, ພະນັກງານຄູອາຈານເຂົ້າຮ່ວມ.
ໃນພິທີ, ທ່ານ ສຸນີ ນາມມະບົວລີ ໄດ້ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ຢູ່ແຂວງສາລະວັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານຕັ້ງໜ້າ ໂດຍສະເພາະການຈັດຕັ້ງປະຕິບັດ 10 ຄາດໝາຍ ສາມາດປະຕິບັດບັນລຸໄດ້ 9 ຄາດໝາຍ. ສໍາລັບຄາດໝາຍທີ່ບໍ່ບັນລຸຄື: ອັດຕາການປະລະການຮຽນຂອງນັກຮຽນ ຊັ້ນປະຖົມສຶກສາ ແລະ ໄດ້ລາຍງານບັນດາສິ່ງທ້າທາຍຕ່າງໆ, ຂໍ້ຄົງຄ້າງ ແລະ ແຜນການສືບຕໍ່ສູ້ຊົນສຸມໃສ່ຈັດຕັ້ງປະຕິບັດ ປະຈຳສົກຮຽນ 2025-2026, ວຽກງານຈຸດສຸມຕ່າງໆ. ປັດຈຸບັນທົ່ວແຂວງສາລະວັນ ມີໂຮງຮຽນອະນຸບານທັງໝົດ 95 ແຫ່ງ, ເອກະຊົນ 4 ແຫ່ງ, ໂຮງຮຽນປະຖົມທັງໝົດ 587 ແຫ່ງ, ໂຮງຮຽນມັດທະຍົມ ມີທັງໝົດ 103 ແຫ່ງ, ວິທະຍາໄລຄູ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 1 ແຫ່ງ, ສູນພາສາຫວຽດນາມ 1 ແຫ່ງ, ໂຮງຮຽນເຕັກນິກວິຊາຊີບແບບປະສົມ 1 ແຫ່ງ, ມີນັກຮຽນທັງໝົດ 74,559 ຄົນ, ຍິງ 37,317 ຄົນ. ສໍາລັບການເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ແຂວງສາລະວັນ ສົ່ງປະເພດກິລາເຂົ້າຮ່ວມ 14 ປະເພດ ສາມາດຍາດໄດ້ 6 ຫຼຽນຄໍາ, 12 ຫຼຽນເງິນ ແລະ 16 ຫຼຽນທອງ ຈັດໃນອັນດັບທີ 12 ແລະ ງານມະຫາກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV, ມີ 8 ປະເພດເຂົ້າຮ່ວມແຂ່ງຂັນ ສາມາດໄດ້ 4 ຫຼຽນຄໍາ, 2 ຫຼຽນເງິນ ແລະ 4 ຫຼຽນທອງ, ການຈັດຕັ້ງປະຕິບັດ 10 ຄາດໝາຍ ປະຈໍາສົກຮຽນ 2025-2026.
ໃນໂອກາດນີີ້, ທ່ານຮອງລັດຖະມົນຕີ ສສກ ໄດ້ເນັ້ນໃຫ້ຄະນະນຳ ແລະ ພະນັກງານ, ຄູ-ອາຈານ ເອົາໃຈໃສ່ວຽກງານຫຼາຍດ້ານທີ່ສຳຄັນ ເປັນຕົ້ນແມ່ນ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຖັນແຖວພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ໃຫ້ເລິກເຊິ່ງ, ກວ້າງຂວາງ, ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ຢ່າງມີຫຼັກການ, ຮັບປະກັນໃຫ້ໄດ້ 5 ຫຼັກມູນຂອງການສຶກສາ, ການພັດທະນາຄົນຕ້ອງຮັບປະກັນຄຸນນະພາບ, ສ້າງຄົນໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮູ້ຄວາມສາມາດ, ສ້າງເງື່ອນໄຂຂະຫຍາຍຕາໜ່າງໃຫ້ການເຂົ້າເຖິງການສຶກສາໃນທຸກຊັ້ນທຸກຂັ້ນ ນັບແຕ່ການສຶກສາການໄວຮຽນ, ປະຖົມ ແລະ ມັດທະຍົມສຶກສາໃຫ້ທົ່ວເຖິງ, ຍົກລະດັບຄຸນນະພາບການສຶກສາ ໃຫ້ມີການຫັນປ່ຽນ ຢ່າງເຂັ້ມແຂງ ແລະ ເປັນຮູບປະທໍາຫຼາຍຂຶ້ນ.
ຂ່າວ :ວິໄລວອນ ສິດທິໄຊ
ພາບ: ແຫຼັງຄຳ














