Skip to main content

ຄຊປປລ ສສກ ຈັດກິດຈະກໍາ ຖາມ-ຕອບວິທະຍາສາດ ໂຄສະນາປູກຈິດສໍານຶກແກ່ຊາວໜຸ່ມ ໄວໜຸ່ມ ນັກຮຽນ-ນັກສຶກສາ

10/03/2026

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ເມື່ອວັນທີ 4 ມີນາ 2026 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ຕານມີໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ກຳມະການສູນກາງຊາວໜຸ່ມ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງ ສສກ, ສະຫາຍ ນາງ ແກ້ວລັດ ມະນີແສງ ເລຂາໜ່ວຍພັກ, ຜູ້ອຳນວຍການໂຮງຮຽນ ມສ ຕານມີໄຊ, ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມ, ສະຫະພັນແມ່ຍິງ, ສະຫະພັນກໍາມະບານ, ຄະນະຮັບຜິດຊອບຈັດກິດຈະກໍາ ສສກ, ຄູ-ອາຈານ, ນ້ອງໆນັກຮຽນ ແລະ ບັນດາທີມນັກຮຽນເຂົ້າຮ່ວມແຂ່ງຂັນຖາມ-ຕອບ ທາງດ້ານວິທະຍາສາດເຂົ້າຮ່ວມ.

ໂອກາດດັ່ງກ່າວ, ນາງ ເພັດສະໝອນ ແກ້ວໂສພາ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ກິດຈະກໍານ້ອງຢາກເປັນນັກວິທະຍາສາດ ໄດ້ດໍາເນີນຈັດຕັ້ງປະຕິບັດຢູ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ປູກຈິດສໍານຶກ ທາງດ້ານວຽກງານໃນຂະແໜງວິທະຍາສາດໃຫ້ແກ່ນັກຮຽນ, ນັກສຶກສາ ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງກວ້າງຂວາງ ດ້ວຍຮູບການລົງເຜີຍແຜ່ບັນດາໂຮງຮຽນທັງພາກລັດ ແລະ ເອກະຊົນ ເຫັນວ່າມີຜົນຕອບຮັບເປັນຢ່າງດີ, ພາຍຫຼັງມີການປັບປຸງກົງຈັກການຈັດຕັ້ງ ໂດຍໂຮມເອົາວຽກງານວິທະຍາສາດ ມາຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ນັບທັງອົງການຈັດຕັ້ງຊາວໜຸ່ມ. ສະນັ້ນ, ເພື່ອເປັນການສືບຕໍ່ກິດຈະກໍາດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມສໍາຄັນທາງດ້ານວຽກງານວິທະຍາສາດ ທີ່ຕິດພັນກັບການສຶກສາຮຽນຮໍ່າຮຽນ, ເສີມທັກສະຫົວຄິດປະດິດສ້າງ, ໃຫ້ຂໍ້ມູນໃໝ່ໆທີ່ມີລັກວິທະຍາສາດ, ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ແລະ ຮັກໃນວຽກງານວິທະຍາສາດ ຂອງນັກຮຽນ, ນັກສຶກສາ ຊຶ່ງທີ່ຈະເປັນເປັນກໍາລັງແຮງໃນອະນາຄົດຂອງປະເທດຊາດ. ນອກຈາກນັ້ນ, ຍັງໃຫ້ເຂົ້າເຈົ້າມີຄວາມກະຕືລືລົ້ນໃນການຍົກລະດັບຄວາມຮູ້, ຄວາມສາມາດ, ຊອກທຸກເງື່ອນໄຂ ເພື່ອໃຫ້ມີຄວາມຮັບຜິດຊອບໃນການພັດທະນາຕົນເອງ ໃຫ້ກາຍເປັນນັກວິທະຍາສາດໜຸ່ມນ້ອຍໃນສະເພາະໜ້າ ແລະ ຍາວນານ. ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ ເປັນການຈັດຕັ້ງໜຶ່ງທີ່ມີຄວາມຮັບຜິດຊອບພັດທະນາສະມາຊິກຊາວໜຸ່ມ, ໄວໜຸ່ມ ໃນຂົງເຂດວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມີຄວາມສົນໃຈຈັດຕັ້ງປະຕິບັດກິດຈະກໍາ“ໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມນັກຮຽນ, ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ປີ 2024” ໂດຍໄດ້ຮັບການສະໜັບສະໜູນໂດຍ ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ.

ຈຸດປະສົງ ເພື່ອປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ ນັກຮຽນ, ນັກສຶກສາ ກ່ຽວກັບການເປັນນັກວິທະຍາສາດ ຢູ່ບັນດາໂຮງຮຽນມັດທະຍົມສຶກສາສົມບູນ ພາຍໃນນະຄອນຫຼວງວຽງຈັນ ໃຫ້ຄວາມຮູ້ພຶ້ນຖານທາງດ້ານວິທະຍາສາດ, ຈັດການແຂ່ງຂັນຖາມ-ຕອບ ກ່ຽວກັບວຽກງານວິທະຍາສາດ ແລະ ຈະໄດ້ສອບຖາມຄວາມຄິດເຫັນ ຈາກນັກຮຽນ ກ່ຽວກັບການຢາກເປັນນັກວິທະຍາສາດໃນອະນາຄົດ, ຊຶ່ງກິດຈະກໍາໂຄສະນາປູກຈິດສໍານຶກໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ ນັກຮຽນ-ນັກສຶກສາກ່ຽວກັບການເປັນນັກວິທະຍາສາດ ຂອງ ຄຊປປລ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ດໍາເນີນຢູ່ບັນດາໂຮງຮຽນ 5 ແຫ່ງ ປັດຈຸບັນສໍາເລັດແລ້ວ 3 ແຫ່ງ, ໂດຍທັງ 5 ແຫ່ງປະກອບມີ ໂຮງຮຽນມັດທະຍົມສຶກສາສົມບູນ ພອນສະຫວັນແຫ່ງຊາດ ຄັ້ງວັນທີ 23 ເມສາ 2025; ໂຮງຮຽນມັດທະຍົມສຶກສາສົມບູນ ປາດຖະໜາ ຄັ້ງວັນທີ 7 ພຶດສະພາ 2025; ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ຄັ້ງວັນທີ 16 ທັນວາ 2025; ໂຮງຮຽນມັດທະຍົມສຶກສາສົມບູນ ຕານມີໄຊ ຄາດວ່າ ວັນທີ 4 ມີນາ 2026 ແລະ ຈະໄດ້ສືບຕໍ່ ໂຮງຮຽນມັດທະຍົມສຶກສາສົມບູນ ເພຍວັດ ຄາດວ່າ ໃນເດືອນມີນາ 2026.

ພິທີດັ່ງກ່າວ, ຍັງໄດ້ຮັບຟັງການລາຍງານສະພາບການຈັດການຮຽນການສອນຂອງໂຮງຮຽນ ມສ ຕານມີໄຊ, ຄວາມເປັນມາໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາ, ຄວາມຮູ້ພຶ້ນຖານດ້ານວິທະຍາສາດຕໍ່ກັບການພັດທະນາໄວໜຸ່ມ, ຈັດການແຂ່ງຂັນຖາມ-ຕອບ ທາງດ້ານວິທະຍາສາດ ມີຂັນລາງວັນ/ເງິນສົດ ແລະ ຈະສອບຖາມຄວາມຄິດເຫັນຈາກນັກຮຽນ ກ່ຽວກັບການຢາກເປັນນັກວິທະຍາສາດໃນອະນາຄົດ.
ຈາກນັ້ນ, ໃນພິທີກໍ່ໄດ້ຈັດ ຖາມ-ຕອບວິທະຍາສາດ ຊຶ່ງມີນັກຮຽນທີ່ເຂົ້າຮ່ວມແຂ່ງຂັນ ທັງໝົດ 8 ທີມ ທີມລະ 3 ນ້ອງ ແຕ່ຊັ້ນ ມ.1-ມ7, ຜ່ານການແຂ່ງຂັນດັ່ງກ່າວ ຜົນປາກົດວ່າ ລາງວັນຊະນະເລີດ ອັນດັບທີ 1 ໄດ້ແກ່ທີມ ມ.5 ໄດ້ຮັບເງິນ 1.000.000 ກີບ ພ້ອມຫຼຽນ ແລະ ໃບຍ້ອງຍໍ, ອັນດັບທີ 2 ໄດ້ແກ່ ມ.6 ໄດ້ຮັບເງິນ ຈໍານວນ 700.000ກີບ ພ້ອມຫຼຽແລະໃບຍ້ອງຍໍ ແລະ ອັນດັບທີ 3 ມ.7 ໄດ້ຮັບເງິນ ຈໍານວນ 500.000 ກີບ ພ້ອມຫຼຽນລາງວັນ ແລະ ໃບຍ້ອງຍໍ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ