ກົມຄຸ້ມຄອງວິທະຍາສາດ ເຜີຍແຜ່ວຽກງານການຄຸ້ມຄອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
10/03/2026

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ການຄຸ້ມຄອງວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ” ໃນວັນທີ 4 ມີນາ 2026 ທີ່ຫ້ອງປະຊຸມສະໂມສອນ (ຊັ້ນ2) ມະຫາວິທະຍາໄລແຫ່ງຊາດ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ, ຄ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນຈາກກະຊວງອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ, ແມ່ນຈັດຂຶ້ນ ເພື່ອເປັນການເຜີຍແຜ່ຂໍ້ມູນນິຕິກຳ ທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງວິທະຍາສາດ ເປັນຕົ້ນ ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ແກ່ພະນັກງານ ກະຊວງສຶກສາທິການ ແລະ ກິລາ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ເພື່ອເປັນການແລກປ່ຽນຄວາມຮູ້-ຄວາມເຂົ້າໃຈ ແລະ ປະສົບການ ດ້ານວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ພ້ອມນັ້ນ, ກໍເພື່ອເປັນການພັດທະນາບຸກຄະລາກອນ ສົ່ງເສີມທັກສະ, ຄວາມຮູ້ຄວາມສາມາດ ແລະ ສ້າງແຮງບັນດານໃຈໃຫ້ແກ່ນັກຄົ້ນຄວ້າວິທະຍາສາດ, ນັກສຶກສາ ແລະ ສັງຄົມທົ່ວໄປ ໃນໄລຍະໃໝ່.
ໃນກອງປະຊຸມ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ກ່າວໃຫ້ຮູ້ວ່າ: ປະຈຸບັນ ພັກ ແລະ ລັດຖະບານຂອງພວກເຮົາ ແມ່ນໄດ້ເອົາໃຈໃສ່ຕໍ່ການສົ່ງເສີມວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຊິ່ງສະແດງອອກໃຫ້ເຫັນໃນແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ທີ່ພວມເລັງໃສ່ໃນການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສໍາລັບການຄົ້ນຄວ້າ-ພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ. ສຳລັບສິ່ງທີ່ພົ້ນເດັ່ນທີ່ສຸດ ກໍແມ່ນການເຊື່ອມສານວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຂົ້າກັບຂະແໜງການທີ່ກ່ຽວຂ້ອງ ເພື່ອການພັດທະນາຂະແໜງການດັ່ງກ່າວໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເປັນຕົ້ນກໍແມ່ນ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ຂະແໜງເຕັກໂນໂລຊີ ແລະ ການສື່ສານ, ຂະແໜງອຸດສະຫະກຳ ແລະ ການຄ້າ ແລະ ຂະແໜງ ການອື່ນໆອີກຈໍານວນໜຶ່ງ.
ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຂະແໜງການທີ່ກ່ຽວຂ້ອງ ແລະ ສະຖາບັນການສຶກສາ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ໃນການຄົ້ນຄ້ວາ-ພັດທະນາ ວິທະຍາສາດຂອງປະເທດເຮົາ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ເພື່ອຮັບໃຊ້ສັງຄົມ, ຕອບສະໜອງຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ເປັນເຈົ້າການຢ່າງຕັ້ງໜ້າ ໃນຂະບວນການພັດທະນາປະເທດຊາດ ເພື່ອຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ.
ສຳລັບກອງປະຊຸມ, ຍັງຈະໄດ້ຮັບຟັງການລາຍງານກ່ຽວກັບວຽກງານການຄຸ້ມຄອງ ແລະ ສົ່ງເສີມວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເຊິ່ງລວມມີຈຳນວນ 7 ຫົວຂໍ້ຄື: ສະພາບລວມກ່ຽວກັບການຈັດຕັ້ງເຄື່ອງໄຫວວຽກງານວິທະຍາສາດ, ການຄຸ້ມຄອງລັດ ວຽກງານລັງສີ-ນິວເຄຼຍຢູ່ ສປປ ລາວ, ການຄຸ້ມຄອງເຕັກໂນໂລຊີ ແລະ ນະວັັດຕະກຳ ຢູ່ ສປປ ລາວ, ສະພາບການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ, ການຄຸ້ມຄອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ແລະ ການສະໜັບສະໜູນທຶນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ, ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຢູ່ ມະຫາວິທະຍາໄລແຫ່ງຊາດ (ມຊ), ວຽກງານສິດທິບັດ ແລະ ອະນຸສິດບັດ ຢູ່ ສປປ ລາວ ). ພ້ອມນັ້ນ, ຍັງໄດ້ມີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປະສົບການດ້ານຕ່າງໆຈາກ 6 ພາກສ່ວນ ທັງພາຍໃນກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງ ເຊິ່ງປະກອບມີ ກົມຄຸ້ມຄອງວິທະຍາສາດ, ຫ້ອງການສະພາວິທະຍາສາດແຫ່ງຊາດ, ສະຖາບັນຄົ້ນຄ້ວາວິທະຍາສາດ ແລະ ນະວັດຕະກຳ, ມະຫາວິທະຍາໄລແຫ່ງຊາດ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ກົມຊັບສິນທາງປັນຍາ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ
ຂ່າວທີ່ກ່ຽວຂ້ອງ
ຂ່າວອື່ນທີ່ໜ້າສົນໃຈ

ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເຄື່ອນໄຫວຊີ້ນຳວຽກງານ ແລະ ຮ່ວມປູກຕົ້ນໄມ້ ຢູ່ນະຄອນປາກເຊ ແຂວງຈຳປາສັກ

ຮອງລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ລົງຕິດຕາມການສອບເສັງຈົບຊັ້ນ ມ.4 ຢູ່ນະຄອນຫຼວງວຽງຈັນ

ຫົວໜ້າພະແນກ ສກຂ ຈຳປາສັກ ພ້ອມດ້ວຍຄະນະ ລົງຕິດຕາມບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢູ່ເມືອງປະທຸມພອນ

ເມືອງອຸທຸມພອນ ເປີດບັ້ນສອບເສັງຈົບ ມ.4 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ

ນັກຮຽນ ມ.4 ທົ່ວເມືອງຄູນຄຳ 248 ຄົນ ເຂົ້າຮ່ວມການສອບເສັງຈົບຊັ້ນ ປະຈຳສົກຮຽນ 2025-2026

ເມືອງໂຂງ ເປີດບັ້ນສອບເສັງຈົບຊັ້ນ ມ.4 ສົກຮຽນ 2025-2026 ຢ່າງເປັນທາງການ ມີນັກຮຽນເຂົ້າຮ່ວມກວ່າ 440 ຄົນ

ລັດວິສາຫະກິດຫວຍພັດທະນາລາວ ມອບເງິນ 20 ລ້ານກີບ ຊ່ວຍສ້ອມແປງ ໂຮງຮຽນ ມ.ຕົ້ນ ຫ້ວຍໄລ

ຄູສອນ ແລະ ພະນັກງານ 64 ທ່ານ ເມືອງໄຊຍະບູລີ ຮັບໃບຢັ້ງຢືນການຝຶກອົບຮົມຄອມພິວເຕີຂັ້ນພື້ນຖານ

3 ແຂວງພາກເໜືອ ຂອງລາວ ແລະ ແຂວງກວາງນິ່ງ ສສ ຫວຽດນາມ ຫາລືຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ




