ສກຂ ວຽງຈັນ ການນໍາໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິຫານຄຸ້ມຄອງຫ້ອງການ
ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼື ສກຂ ວຽງຈັນ ໄດ້ມີຜົນສຳເລັດໂດຍພື້ນຖານໃນການນຳໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິການຄຸ້ມຄອງຫ້ອງການ ແນໃສ່ເຮັດໃຫ້ການສຶກສາມີຄວາມເທົ່າທຽມກັນລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ເພື່ອພັດທະນາວຽກງານການສຶກສາໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປງໃສ, ມີຄວາມຍືນຍົງ ແລະ ຫຼຸດຜ່ອນອັດຕາປະລະ, ພ້ອມທັງສ້າງເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກງານ ແລະ ຄູສອນ.
ອີງຕາມການລາຍງານຂອງທ່ານ ວັນຄຳ ສຸນັນທາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ...








