Skip to main content

ຖອດຖອນບົດຮຽນຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ກ່ຽວກັບການບໍລິຫານຄຸ້ມຄອງ ໂຮງຮຽນສາມັນສຶກສາ ປີ 2025

25/02/2026
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ກ່ຽວກັບການບໍລິຫານຄຸ້ມຄອງໂຮງຮຽນສາມັນສຶກສາ ປະຈຳປີ 2025 ເມື່ອວັນທີ 16 ກຸມພາ 2026 ທີ່ຫ້ອງປະຊຸມ ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງສາມັນສຶກສາ ແລະ ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມ ຈາກນະຄອນຫຼວງ ແລະ ແຂວງ ທັງໝົດ 155 ຄົນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້, ແມ່ນເພື່ອຖອດຖອນບົດຮຽນການຈັດຕັ້ງບໍລິຫານຄຸ້ມຄອງໂຮງຮຽນປະຖົມ ແລະ ໂຮງຮຽນມັດທະຍົມ ປະຈໍາສົກຮຽນ 2025-2026; ຜີຍແຜ່ນິຕິກໍາ ທີ່ກ່ຽວຂ້ອງກັບໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ ເຊັ່ນ: ກົດໝາຍວ່າດ້ວຍສາມັນສຶກສາ, ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ໂຮງຮຽນສາມັນ, ໜ້າທີ່ ແລະ ບົດບາດ ຂອງຄະນະພັດທະນາການສຶກສາຂັ້ນບ້ານ, ຂໍ້ຕົກລົງ ວ່າດ້ວຍ ໂຮງຮຽນປະຖົມຕົວແບບ, ຂໍ້ຕົກລົງ ວ່າດ້ວຍ ໂຮງຮຽນສາມັນຕົວແບບ, ຄໍາສັ່ງ ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບ ໃນການຕ້ານ ແລະ ສະກັດກັ້ນ ຢາສູບ, ຢາສູບໄຟຟ້າ ແລະ ຢາສູບຮູບແບບໃໝ່ ໃນສະຖານສາມັນສຶກສາ ແລະ ແນະແນວວິຊາຊີບໃນໂຮງຮຽນສາມັນສຶກສາ.
ໂອກາດດັ່ງກ່າວ, ທ່ານ ນາງ ນວມຄໍາ ຈັນທະບູລີ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມຄວາມສຳຄັນ ທີ່ໄດ້ມີໂອກາດໃຫ້ຜູ້ບໍລິຫານການສຶກສາຂັ້ນແຂວງ, ສູນກາງ ແລະ ຜູ້ອຳນວຍກນ ໄດ້ມີໂອກາດແລກປ່ຽນບົດຮຽນຮ່ວມກັນ, ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນບົດຮຽນທີ່ປະຕິບັດໄດ້ດີ ແລະ ຍົກເອົາຂໍ້ຫຍຸ້ງຍາກ, ບັນຫາ ແລະ ສິງທ້າທາຍ ໃຫ້ກອງປະຊຸມຊາບ ເພື່ອຈະໄດ້ຊອກຫາວິທີທາງແກ້ໄຂ ໃຫ້ການສຶກສາ ໄດ້ຮັບການປັບປຸງແກ້ໄຂ ແລະ ພັດທະນາຄຸນນະພາບການສຶກສາໃຫ້ດີຂຶ້ນ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານໂຮງຮຽນ ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ການບໍລິຫານ ແລະ ຄຸ້ມຄອງໂຮງຮຽນ ຕາມພາລະບົດບາດ 7 ໜ້າທີ່ຂອງຜູ້ອໍານວຍການໂຮງຮຽນ ເຊັ່ນ: ວຽກງານ ຄຸ້ມຄອງວິຊາການ; ວຽກງານ ຄຸ້ມຄອງ ກິດຈະກຳນັກຮຽນ; ວຽກງານ ຄຸ້ມຄອງບຸກຄະລະກອນ; ວຽກງານ ຄຸ້ມຄອງຊັບສິນ ແລະ ອາຄານສະຖານທີ່; ວຽກງານ ຄຸ້ມຄອງຫ້ອງການ-ການເງິນ; ວຽກງານ ພົວພັນຊຸມຊົນ ແລະ ວຽກງານອົງການຈັດຕັ້ງມະຫາຊົນ. ສະນັ້ນ, ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານໂຮງຮຽນ ສາມາດຈັດຕັ້ງປະຕິບັດໄດ້ດີ ຜູ້ບໍລິຫານຈະຕ້ອງ ຮູ້ຈັກວາງແຜນ, ຄຸ້ມຄອງ, ນຳພາ, ຕິດຕາມ ແລະ ກວດກາ ແກ້ໄຂບັນຫາ ເຮັດໃຫ້ວຽກງານໄດ້ຮັບໝາກຜົນຢ່າງສູງສຸດ.
ກອງປະຊຸມດັ່ງກ່າວ, ດຳເນີນເປັນເວລາ 2 ວັນ ແຕ່ວັນທີ 16-17 ກຸມພາ 2026 ແລະ ໃນມື້້ປິດກອງປະຊຸມ ໃນວັນທີ 17 ກຸມພາ 2026 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ຮຽບຮຽງໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ